ກອງປະຊຸມ ປຶກສາຫາລື ຮ່ວມກັບຄະນະຮັບຜິດຊອບປັບປຸງກົດໝາຍ ຕໍ່ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ
By phaikhame evilay On 19 Jun, 2023 At 03:32 PM | Categorized As ຂ່າວພາຍໃນ | With 0 Comments

IMG_0014.1

     ໃນຕອນເຊົ້າ ວັນທີ 19 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເປັນການສະຫຼຸບລາຍງານ ຜົນການລົງທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາມີກອງປະຊຸມມີຜູ້ເຂົ້າຮ່ວມຂັ້ນຮອງຫົວໜ້າກົມ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມປະມານ 35 ທ່ານ.​​

IMG_0002.2

         ກອງປະຊຸມຄັ້ງນີ້ ໂດຍການເປັນປະທານ ຂອງ ທ່ານ  ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ,  ເພື່ອເປັນການສະຫຼຸບ, ລາຍງານ ຜົນການລົງທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017) ທີ່ຄະນະຮັບຜິດຊອບປັບປຸງເນື້ອໃນດ້ານວິຊາການ ໄດ້ລົງທາບທາມເພື່ອຮັບຟັງຄວາມຄິດເຫັນນໍາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ແຜນປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາໃຫ້ສຳເລັດຕາມແຜນ ແລະ ນໍາສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນທ້າຍປີ 2023. ກະກຽມເຂົ້າເປັນພາຄີຂອງສົນທິສັນຍາພາຍໃຕ້ການຄຸ້ມຄອງຂອງອົງການດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍຊັບວຽກ​ງານ​ຊັບ​ສິນ​ທາງ​ປັນຍາ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ​ໃ​ນພາກ​ພື້ນ ​ກໍຄື ສາກົນ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານປົກປ້ອງສິດຊັບສິນທາງປັນຍາ ໃຫ້ມີປະສິດພາບ ແລະ ປະສິດທິຜົນ ແລະ ສອດຄ່ອງກັບສົນທິສັນຍາສາກົນ. ໂດຍລວມແລ້ວ ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແມ່ນໄດ້ປັບປຸງໂຄງຮ່າງ ແລະ ບາງມາດຕາ  ເປັນຕົ້ນ ປັບປຸງເນື້ອໃນມາດຕາ ທີ່ຕິດພັນກັບຂັ້ນຕອນການຈົດທະບຽນ ແລະ ການປົກປ້ອງສິດຊັບສິນທາງປັນຍາ, ປັບປຸງບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃໝ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມ, ປັບປຸງຊື່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນກະຊວງ ອຸດສາະກຳ ແລະ ການຄ້າ. ສະນັ້ນ, ເນື້ອໃນສຳຄັນຂອງການປັບປຸງກົດໝາຍເພື່ອໃຫ້ສອດຄ່ອງຕາມລະບຽບການ ແລະ ເປັນໄປຕາມແຜນປັບປຸງກົດໝາຍກົດໝາຍວ່າດ້ວຍຊັບສິນທາງປັນຍາ, ພາຍຫຼັງສຳເລັດການຄົ້ນຄວ້າເນື້ອໃນຮ່າງປັບປຸງເບື້ອງຕົ້ນ ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ກັບບັນດາກົມພາຍໃນກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນວັນທີ 05 ເມສາ 2023. ພ້ອມນັ້ນ, ກໍໄດ້ສືບຕໍ່ເປີດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຂັ້ນທ້ອງຖິ່ນ ລວມມີ 03 ພາກ 18 ແຂວງທົ່ວປະເທດ ຄື: ​ ພາກໃຕ້ຈັດຢູ່ແຂວງ ຈຳປາສັກ,​ ໃນວັນທີ 03-05 ພຶດສະພາ 2023,  ພາກເໜືອ ຈັດຢູ່ແຂວງ ຫຼວງພະບາງ,​ໃນວັນທີ 22-24 ພຶດສະພາ 2023  ແລະ ພາກໃຕ້ ຈັດຢູ່ ແຂວງ ຄໍາມ່ວນ,​ໃນວັນທີ 29-31 ພຶດສະພາ 2023 ພ້ອມທັງລົງໃນຈົດໝາຍເຫດທາງລັດຖະການ ຂອງກະຊວງຍຸຕິທຳ ເພື່ອລະດົມຄຳເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງ ແນ່ໃສ່ ເພື່ອເຮັດໃຫ້ຮ່າງ ກົດໝາຍດັ່ງກ່າວ ມີໂຄງປະກອບ ແລະ ເນື້ອໃນທີ່ຄົບຖ້ວນສົມບູນ ຍິ່ງຂື້ນ ສໍາເລັດແລ້ວ.

IMG_0018

       ໂດຍພື້ນຖານ ທາງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາບທາມ ເຫັນດີເປັນເອກະພາບ ຕໍ່ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ, ການປະກອບຄໍາເຫັນ ສ່ວນໃຫຍ່ ແມ່ນລັກສະນະກົງໄປກົງມາ ແລະ ເປັນການແລກປ່ຽນບົດຮຽນບັນຫາທີ່ຕິດພັນໃນການຈັດຕັ້ງປະຕິບັດທີ່ຕິດພັນກັບການປົກປ້ອງສິດຊັບສິນທາງປັນຍາ ໄລຍະຜ່ານມາ,  ຄວາມເຂົ້າໃຈຕໍ່ກັບຂົງເຂດຊັບສິນທາງປັນຍາຍັງສັບສົນ ເຮັດໃຫ້ການຈັດຕັ້ງປະຕິບັດການປົກປ້ອງສິດຊັບສິນທາງປັນຍາ ບໍ່ໄດ້ຮັບປະສິດທິຜົນເທົ່າທີ່ຄວນ, ການນໍາໃຊ້ຄໍາສັບດ້ານວິຊາການຫຼາຍເຮັດໃຫ້ເຂົ້າໃຈຍາກ. ສະນັ້ນ, ເຫັນວ່າ ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້  ດ້ານເນື້ອ, ໂຄງຮ່າງ, ຄວາມໝາຍເດີມຂອງກົດໝາຍ ຍັງຮັກສາໄວ້ຄືເກົ່າ, ແຕ່ນໍາໃຊ້ຄໍາສັບເຮັດໃຫ້ມີຄວາມເຂົ້າໃຈງ່າຍຂຶ້ນ ແລະ ສອດຄ່ອງກັບສົນທິສັນຍາສາກົນ ທີ່ ສປປ ລາວ ຈະເຂົ້າເປັນພາຄີພາຍຫຼັງກອງປະຊຸມທາບທາມຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະຮັບຜິດຊອບຄົ້ນຄວ້າເນື້ອໃນດ້ານວິຊາການ ກໍ່ໄດ້ຄົ້ນຄວ້າດ້ານວິຊາການ ຕາມຄຳເຫັນ ຂອງບັນດາຄະນຜູ້ແທນເຂົ້າຮ່ວມໃນກອງປະຊຸມທາບທາມຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທັງສາມພາກແລ້ວ ຊຶ່ງສັງລວມໄດ້ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ປະກອບມີ X ພາກ,  ລວມມີ 169 ມາດຕາຕາມເອກະສານຄັດຕິດ.

     ສະນັ້ນ, ເພີ່ຶອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມສອດຄ່ອງ ແລະ ເປັນເອກະພາບພາຍໃນຄະນະຮັບຜິດຊອບ ກ່ອນຮ່ວມເຮັດນໍາຄະນະຮັບຜິດຊອບກວດກາຄວາມສອດຄ່ອງຂອງກະຊວງຍຸຕິທໍາໃນຂັ້ນຕໍ່ໄປຂ້າພະເຈົ້າຂໍຮຽກຮ້ອງບັນດາຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ ປະກອບຄຳຄິດຄໍາເຫັນ ແລະ ມີຂໍ້ສະເໜີ ໃຫ້ແກ່ກອງເລຂາປັບປຸງກົດໝາຍຂອງພວກເຮົາ.

        ສຸດທ້າຍນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະຮັບຜິດຊອບກອງປະຊຸມຂໍສະແດງຄວາມຂອບໃຈມາຍັງທີມງານເຂົ້າກອງປະຊຸມທັງໝົດ ທີ່​​ໄດ້ສະຫຼະ​ເວລາອັນມີຄ່າເຂົ້າຮ່ວມ​ໃນ​ຄັ້ງ​ນີ້ ປະສົບຜົນສຳເລັດ ຕາມລະດັບຄາດໝາຍ.

ຂ່າວ-ພາບ: ຈາກກົມຊັບສິນທາງປັນຍາ ກະຊວງ ອຄ.