ກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 104 ແລະ ປືກສາຫາລືການຈັດຕັ້ງປະຕິບັດສັນຍາ ການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານແຮງງານທີ່ມີສີມືໃນອາຊຽນ (MRAs) ຂອງ ສປປ ລາວ
By Miss Phetpakai SISOMBOUN On 16 Jun, 2023 At 02:36 PM | Categorized As ຂ່າວສຳຄັນ | With 0 Comments

    17    

                ໃນວັນທີ 16 ມິຖຸນາ 2023, ທີ່ໂຮງແຮມລາວພລາຊາ. ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະ ກຳ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ໃນນາມຈຸດປະສານງານຄະນະກໍາມະການປະສານງານ ດ້ານການຄ້າດ້ານບໍລິການອາຊຽນ ຂອງ ສປປ ລາວ (Coordinating Committee on Services-CCS)  ຮ່ວມກັບ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (“Promotion of Competitiveness within the Framework of the Initiative for ASEAN Integration” (COMPETE Project II), ໂດຍການເປັນປະທານຂອງ ທ່ານ ເຂັດເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາຍ ການຄ້າຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ທີ່ປະກອບມີ 07 ຂະແໜງ ການຍ່ອຍທີ່ນອນພາຍໃຕ້ອະນຸສັນຍາ MRS ແລະ 08 ບັນດາຂະແໜງຫານທີ່ກ່ຽວຂ້ອງກັບ CCS ຂອງ ສປປ ລາວ ເຂົ້າຮ່ວມ, ​ລວມທັງໝົດ 35 ທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນ ໂດຍ ໂຄງການ GIZ COMPETE Project II.

  11    10

ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ 1. ເພື່ອເຜີຍແຜ່ຜົນຂອງກອງປະຊຸມຄະນະກຳມະການ ປະສານງານດ້ານການບໍລິການອາຊຽນ ຄັ້ງທີ 104; 2. ປຶກສາຫາລື ດ້ານສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂອງ ແຕ່ລະຂະແໜງການ MRA; 3. ຕິດຕາມກັບບັນດາກະຊວງທີ່ກ່ຽວຂ້ອງໃນການເຈລະຈາຂອງອະນຸກໍາມະການ MRA ຂອງຕົນໃນແຕ່ລະຮອບການເຈລະຈາ; 4. ປຶກສາຫາລື ຕໍ່ຮ່າງເນື້ອໃນການອໍານວຍຄວາມສະດວກທາງດ້ານການ ບໍລິການອາຊຽນ; 5. ກົນໄກປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງ; ແລະ 6. ແຜນວຽກ CCS ໃນຕໍ່ໜ້າ.

 12     14

ກອງປະຊຸມໄດ້ຮັບຟັງເຜີຍແຜ່ຜົນຂອງກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 104 (The 104th Meeting of the Coordinating Committee on Services- 104th CCS); ຮັບຟັງການລາຍງານສະພາບ, ການທົບທວນ ແລະ ການປະເມີນການຈັດຕັ້ງປະຕິບັດທີ່ຕິດພັນກັບວຽກງານການຄ້າດ້ານ ການບໍລິການຂອງອາຊຽນ (ASEAN CCS) ແລະ ປະກອບຄໍາເຫັນຕໍ່ຮ່າງຂອບວຽກວ່າດ້ວຍການອໍານວຍຄວາມສະ ດວກການຄ້າດ້ານບໍລິການອາຊຽນ (ASEAN Services Facilitation Framework:ASFF); ປຶກສາຫາລື ບັນຫາທີ່ຄົງຄ້າງໃນແຕ່ລະກອງປະຊຸມເຈລະຈາ ທີ່ກ່ຽວຂ້ອງ; ຮັບຟັງການລາຍງານຂໍ້ສະເໜີຂອງໜ່ວຍງານ ຍ່ອຍ MRA ແລະ ແລກປ່ຽນບົດຮຽນດ້ານການຈັດຕັ້ງປະຕິບັດບັນດາສິ່ງທ້າຍທ້າ ແລະ ຂໍ້ຫຍຸ້ງຍາກຂອງບັນດາ ຂະແໜງການຕິດ ພັນກັບວຽກງານການຄ້າດ້ານການບໍລິການ ຂອງ ສປປ ລາວ ແລະ ປຶກສາຫາລື ແຜນວຽກບຸລິມະສິດການ ຄ້າດ້ານການບໍລິການຂອງອາຊຽນໃນປີ 2023 ແລະ ແຜນວຽກບຸລິມະສິດການດ້ານເສດຖະກິດອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບອາຊຽນໃນປີ 2024.

                                                                                                                                                                                                         ແຫຼ່ງຂ່່າວຈາກ: ກົມນະໂຍບາຍການຄ້າຕ່າງປະເທດ

                                                                                                                                                                                                          ຮຽບຮຽງໂດຍ: ເພັດປະກາຍ ສີສົມບູນ