ກອງປະຊຸມພົບປະ ແລະ ປຶກສາຫາລືວຽກງານ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 16 Jun, 2023 At 10:30 AM | Categorized As ຂ່າວສຳຄັນ | With 0 Comments

354051367_742014771260267_1447187835838863723_n

      ກອງປະຊຸມພົບປະ ແລະ ປຶກສາຫາລືວຽກງານ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2023, ທີ່ກະຊວງກະສິກໍາ ແລະ ປ່າໄມ້.

354075013_742018814593196_2165380764844975509_n

   ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ຊຶ່ງມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ທ່ານຫົວໜ້າ-ຮອງຫົວໜ້າພະແນກ ຂອງທັງສອງກະຊວງ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 07 ທ່ານ.

354262502_742019014593176_4044447086876003063_n

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບ ວຽກ ງານການສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນ ຄ້າສົ່ງອອກ ແລະ ການຄຸ້ມຄອງລາຄາສິນຄ້າກະສິກຳ ແລະ ປ່າໄມ້ ແລະ ການຄຸ້ມ ຄອງ ແລະ ສົ່ງເສີມການຄ້າ ຜະລິດຕະພັນກະສິກຳ ແລະ ປ່າໄມ້;

354266920_742012341260510_7871241795050577232_n

ຫົວຂໍ້ທີ່ນໍາມາປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນມື້ນີ້ປະກອບມີ:

1. ການຜະລິດເປັນສິນຄ້າ;

2. ການຄຸ້ມຄອງລາຄາສິນຄ້າກະສິກໍາ;

3. ການຄຸ້ມຄອງການນໍາເຂົ້າສິນຄ້າກະສິກໍາ;

4. ການສົ່ງອອກສິນຄ້າກະສິກໍາ;

5. ລາຍການມາດຕະຖານຜະລິດຕະພັນໄມ້ເພື່ອສົ່ງອອກ ຕາມແຈ້ງການ 27/ຫສພ, ລົງວັນທີ 05 ມັງກອນ 2023;

6. ການ ມອບ-ໂອນ ໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້;

7. ການຈັດຕັ້ງປະຕິບັດ ແຈ້ງການ ສະບັບເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021;

8. ການສົ່ງອອກ ແລະ ນໍາເຂົ້າ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ;

9. ການເຂົ້າເຖິງແຫຼ່ງທຶນ ຈຸນລະວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ.

354262161_742012264593851_844568561267186022_n

ແຫລ່ງຂ່າວ: ຂ່າວສານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກຊ ກປ

ລົງຂ່າວ: ນ ຖື ແຫວນວົງສົດ ກຜຮ ກຊ ອຄ