ການຝຶກອົບຮົມການຄຸ້ມຄອງ ແລະ ການນໍາໃຊ້ລະບົບຫ້ອງການທັນສະໄໝ ຂອງກະຊວງ ອຄ
By phaikhame evilay On 4 May, 2023 At 02:03 PM | Categorized As ຂ່າວພາຍໃນ | With 0 Comments

IMG_0017,1

          ໃນຕອນເຊົ້າ ວັນທີ 02 ພຶດສະພາ 2023 ທີ່ຫ້ອງປະຊຸມສ່ອງແສງຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດຊຸດຝຶກອົບຮົມລະບົບການນໍາໃຊ້ຫ້ອງການທັນສະໄໝ ໃຫ້ແກ່ຫ້ອງການ, ສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ບັນດາກົມທີ່ກ່ຽວຂ້ອງທົ່ວກະຊວງອຸດສາຫະກໍາ ແລະ ການຄ້າ; ມີຂັ້ນຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມປະມານ 35 ທ່ານ.​​

,2

            ການຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານ ຂອງ ທ່ານ ນາງ ຄໍາພັດ ພູນສຸກ ຮອງຫົວໜ້າຫ້ອງການ ຊຶ່ງໄດ້ກ່າວເປີດການຝຶກອົບຮົມກ່ຽວກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ລະບົບ​ຫ້ອງການ​ທັນ​ສະ​ໄໝ (e-Office) ​ໃຫ້​​ແກ່​ຄະນະ​ຮັບຜິດຊອບ​ຄຸ້ມ​ຄອງ​ລະບົບ ​ແລະ ຄູ​ຝຶກ (TOT) ແລະ ຮຽນເຊີນ ທ່ານ ນາງ ຈິນຕະນະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັດກຽດນໍາສະເໜີພາບລວມໂດຍຫຍໍ້ ກ່ຽວກັບສະພາບການຫັນເປັນທັນສະໄໝຂອງລັດຖະບານ ແລະ ການນໍາໃຊ້ລະບົບຫ້ອງການທັນສະໄໝ; ນຳສະເໜີພາບລວມໂຄງສ້າງລະບົບຫ້ອງການທັນສະໄໝ (e-Office); ການ​ຝຶກ​ສອນວິທີ​ການ​ນຳ​ໃຊ້​ລະບົບ​ຄົບ​ຖ້ວນ ແລະ ສ້າງໃຫ້ເປັນເວທີແລກປ່ຽນບົດຮຽນຕົວຈິງ ໂດຍທີມງານຄູ​ຝຶກ ຂອງກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສື່ສານ, ຊຶ່ງຖືວ່າເປັນຜູ້ທີ່ມີປະສົບການດ້ານການຄົ້ນຄວ້າອອກ​ແບບ ແລະ ຮັບຜິດຊອບ​ໃນ​ການ​ສ້າງ​ລະບົບ​ຫ້ອງການ​ທັນ​ສະ​ໄໝ​ ໃຫ້​ແກ່​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ;ການ​ຝຶກ​ອົບຮົມ​ໃນ​ການ​ເປັນ​ຄູ​ຝຶກ​ແມ່ນ​ສືບ​ຕໍ່​ຝຶກ​ອົບຮົມ ຈົນ​ສຳ​ເລັດ​ໃນ​ໄລຍະ 04 ວັນ ​ຊຶ່ງ​ນັບ​ແຕ່ ວັນ​ທີ 2-5 ​ພຶດສະພາ 2023.

IMG_0008,3

       ທ່ານ ນາງ ຄໍາພັດ ພູນສຸກ ຍັງໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ຈະມີປະໂຫຍດບໍ່ຫຼາຍກໍ່ໜ້ອຍໃຫ້ກັບບັນດາທ່ານ ນັກສໍາມະນາກອນ ແລະ ສາມາດນໍາເອົາບົດຮຽນ ແລະ ທິດສະດີໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຕົວຈິງ. ສະນັ້ນ,ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ຈົ່ງເອົາໃຈໃສ່ຮັບຟັງ ນັກວິທະຍາກອນບັນຍາຍ ຢ່າງສຸດກົກສຸດປາຍ, ຖ້າມີຄວາມສົນໃຈ ຫຼື ຂໍ້ສົງໄສຕໍ່ປະເດັນໃດກໍໃຫ້ສະເໜີຖາມ ແລະ ແລກປ່ຽນ ບົດຮຽນຕົວຈິງ.

           ສຸດທ້າຍນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະຮັບຜິດຊອບຈັດຝຶກອົບຮົມ ຂໍສະແດງຄວາມຂອບໃຈ ມາຍັງທີມງານ​ຈາກ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສື່ສານ ແລະ ບັນດາທ່ານນັກສໍາມະນາກອນທັງໝົດ ທີ່​​ໄດ້ສະຫຼະ​ເວລາອັນມີຄ່າ ເຂົ້າຮ່ວມການ​ຝຶກອົບຮົມ​ໃນ​ຄັ້ງ​ນີ້, ຂໍອວຍພອນໃຫ້ການຝຶກອົບຮົມປະສົບຜົນສຳເລັດ ຕາມລະດັບຄາດໝາຍ.

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕີ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.