ພະນັກງານຫຼັກແຫຼ່ງ ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ຮັບຟັງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77ປີ ແລະ ມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41ປີ
By theu vaenvongsod On 11 Apr, 2023 At 11:26 AM | Categorized As ຂ່າວພາຍໃນ | With 0 Comments

   IMG_0011

       ຕອນບ່າຍເວລາ 01:30 ໂມງ ຂອງວັນທີ 10 ເມສາ 2023 ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ I ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ​ກອງ​ປະຊຸມ​ໂຄສະນາ-ປາຖະກະຖາ​ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ​ຄົບຮອບ 68ປີ, ວັນ​ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77ປີ ແລະ ​ມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41ປີ ມີບັນດາສະຫາຍ​ຄະນະ​ພັກ-ຄະນະນໍາ​ກະຊວງ, ບັນດາເລຂາ​ຄະນະ​ພັກ​ຮາກ​ຖານ, ​ຄະນະ​ໜ່ວຍ​ພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ວິຊາການ ສັງກັດຢູ່ບັນດາໜ່ວຍພັກທົ່ວອົງຄະນະພັກ ກະຊວງ ອຄ ເຂົ້າຮ່ວມທັງໝົດປະມານ 250 ສະຫາຍ. IMG_0006

 

IMG_0003

      ກອງ​ປະຊຸມຄັ້ງນີ້ ພາຍໃຕ້ການເປັນປະທານ ຂອງສະຫາຍ ພຸດທະວັນ ນັນທະວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຫົວໜ້າກົມກວດກາ ໂດຍ​ໃຫ້​ກຽດ​ເຜີຍ​ແຜ່​ເອກະສານສາມເນື້ອໃນສໍາຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ​ຄົບຮອບ 68ປີ, ວັນ​ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77ປີ ແລະ ​ມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 41ປີ; ພ້ອ​ມດຽວ​ກັນ​ນີ້ ຜູ້ເຂົ້າຮ່ວມຍັງ​ໄດ້ຮັບຊົມວິດີໂອ ຫວນຄືນຂະບວນວິວັດການຂະຫຍາຍຕົວ ແລະ ມູນເຊື້ອປະຫວັດສາດຂອງສາມວັນສໍາຄັນນີ້; ໂດຍມີຈຸດປະສົງໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດສາມາດກໍາໄດ້​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ​ນໍາໄປຜັນ​ຂະຫຍາຍ​ ​ແລະ ຈັດ​ຕັ້ງປະຕິບັດວຽກ​ງານ​ຂອງ​ຂະ​ແໜງ ອຄ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ຕໍ່ໜ້າ.IMG_0015IMG_0019

ຂ່າວ-ພາບ​ໂດຍ: ນ ຖື ​ແຫວນ​ວົງ​ສົດ, ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ ​ຜຮ