ຄະນະນຳແຂວງຈຳປາສັກ ແລະ ນະຄອນໂຮ່ຈິມິນ ພົບປະສາຫາລື ເພືອສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ,ການລົງທຶນ,ກະສິກຳ – ປ່າໄມ້ ແລະ ການທ່ອງທ່ຽວ..
By phaikhame evilay On 11 Apr, 2023 At 10:34 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-04-11 at 10.37.25 (1),1

        ໃນຕອນເຊົ້າຂອງວັນທີ 9 ເມສາ 2023 ນີ້ ,ທີ່ພະແນກ ອຸດສະຫະກຳ ແລະ ການຄ້າ ແຂວງຈຳປາສັກ,ຄະນະນຳພະແນກອຸດສະຫະກຳ – ການຄ້າ,ກະສິກຳ – ປ່າໄມ້ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ໄດ້ຕ້ອນຮັບການເຂົ້າ ພົບປະ ປຶກສາຫາລື ຮ່ວມມືກັບຄະນະນຳ ຂົງເຂດອຸດສະຫະກຳ – ການຄ້າ,ການລົງທຶນ,ກະສິກຳ – ປ່າໄມ້ ແລະ ການທ່ອງທ່ຽວຂອງ ນະຄອນໂຮຈິມິນ ແຫ່ງ ສສ ຫວຽດນາມ. ຊຶ່ງຝ່າຍແຂວງຈຳປາສັກ ນຳໂດຍ ທ່ານ ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ,ຫົວໜ້າພະແນກອຸດສະະກຳ ແລະ ການຄ້າແຂວງ, ຝ່າຍນະຄອນໂຮ່ຈິມິນນໍາໂດຍ ທ່ານ ເລ່ເຈືອງຮຽນຮວາ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ສສ ຫວຽດນາມ ພ້ອມຄະນະ ມີພາກສ່ວນກ່ຽວຂອງທັງສອງຝາຍ ຈຳປາສັກ – ໂຮ່ຈິມິນ ເຂົ້າຮ່ວມ.

      ໃນກອງປະຊຸມພົບປະໃນຄັ້ງນີ້ ທ່ານ ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ,ຫົວໜ້າພະແນກອຸດສະະກຳ ແລະ ການຄ້າແຂວງໄດ້ກ່າວສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາວ່າ ການເດີນທາງມາພົບຢ້ຽມຢາມຮ່ວມມືກັນໃນຄັ້ງນີ້ ເປັນການເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ,ສອງລັດ,ປະຊາຊົນສອງຊາດລາວ – ຫວຽດນາມທີ່ມີມາແຕ່ດົນນານໃຫ້ໜັ້ນຄົງທະນົງແກ່ນ,ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ເປັນການເພີ່ມທະວີປະສານງານຮ່ວມມືໃນດ້ານວຽກງານການຄ້າ,ການລົງທຶນ,ກະສິກຳ – ປ່າໄມ້ ແລະ ການທ່ອງທ່ຽວລະຫວ່າງແຂວງຈໍາປາສັກ ກັບ ນະຄອນໂຮ່ຈິມິນໃຫ້ສູງຂຶ້ນ ແລະ ກ້າວສູ່ລວງເລິກ.ອຳນວຍຄວາມສະດວກໃຫ້ນັກທຸລະກິດແຂວງຈຳສັກຂອງລາວ ແລະ ນັກທຸລະກິດນະຄອນໂຮ່ຈິມິນໄດ້ຈັບຄູ່ສັນຍາ ແລກປ່ຽນຊື້ – ຂາຍສິນຄ້າແລະ ເຂົ້າມາລົງທຶນຮ່ວມກັນຫຼາຍຂື້ນ ເພື່ອພັດທະນາເສດຖະກິດ – ສັງຄົມຂອງແຂວງ – ນະຄອນກໍຄືຂອງສອງປະເທດ.
ໂອກາດດຽວກັນ ທ່ານ ເລ່ເຈືອງຮຽນຮວາ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ຕາງໜ້າຄະນະໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ກ່າວຄຳອວຍພອນໄຊອັນປະເສີດໃນໂອກາດບຸນປີໃໝ່ລາວ ພສ 2566 ທີ່ ຈະມາເຖິງໃນມໍ່ໆນີ້ ມາຍັງທ່ານ ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ,ຫົວໜ້າພະແນກອຸດສະະກຳ ແລະ ການຄ້າແຂວງຈຳປາສັກ,        ພ້ອມຄະນະ ແລະ ອວຍພອນຜ່ານໄປຍັງຄະນະນຳ ແລະ ນັກທຸລະກິດປະຊາຊົນຊາວແຂວງຈຳປາສັກ ຈົ່ງມີຜົນສໍາເລັດໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ, ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ສ້າງແຂວງຈຳປາສັໃຫ້ນັບມື້ ມັ່ງຄັ່ງ ເຂັ້ມແຂງ, ເສດຖະກິດ-ສັງຄົມມີການພັດທະນາ.

     ຈາກນີ້ຄະນະຜູ້ແທນທັງສອງຝ່າຍຍັງໄດ້ລາຍງານກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານດ້ານການຄ້າ,ການລົງທຶນ,ກະສິກຳ – ປ່າໄມ້ ແລະ ການທ່ອງທ່ຽວ.ໃຫ້ກັນ ແລະກັນຊາບ ມີການປຶກສາຫາລືກໍານົດທິດທາງການຮ່ວມກັນໃຫ້ກ້າວສູ່ລວງເລິກຕື່ມອີກ.

                                                                                                                                                                                                                                                                                                                                 ພາບ-ຂ່າວ: ເກດສະໜາ ແກ້ວສຸວັນນະແສງ

ແຫລ່ງຂ່າວ: ຈາກພະແນກ ອຄ. ແຂວງຈໍາປາສັກ