ກອງປະຊຸມແລກປ່ຽນບົດຮຽນຊຸກຍູ້ການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
By theu vaenvongsod On 1 Feb, 2023 At 03:21 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-01-31 at 16.19.06 (1).jpg 888

ໃນຕອນເຊົ້າຂອງວັນທີ 31 ມັງກອນ 2023, ເວລາ 08:30-09:00 ໂມງ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກຳ ແລະ ການຄ້າ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ “ອຄ”, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ປອ. ບຸນເພັງ ສີບຸນເຮືອງ ຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງປະທານກວດກາພັກ, ເລຂາຄະນະບໍລິຫານງານ ຊປປ ລາວ ກະຊວງ ອຄ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບຂອງ ຄະນະກວດກາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ແສງດາວ ​ແກ້ວຂາວມະນີ ຄະນະບໍລິຫານງານພັກສູນກາງຊາວໜຸ່ມ, ຮອງປະທານກວດກາພັກ, ​ຫົວໜ້າກົມກວດກາ ໄດ້ແຈ້ງຈຸດປະສົງ ຂອງການລົງມາຊຸກຍູ້ການເຄື່ອນໄຫວວຽກງານຮອບດ້ານຂອງ ຄຊປປ ລ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາມະຕິຄໍາສັ່ງ, ກົດລະບຽບ, ກົດໝາຍ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ຂອງຄະນະບໍລິຫານງານ ຊປປ ລາວ ກະຊວງ ອຄ ເຊິ່ງ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງຄະນະກວດກາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ເອົາໃຈໃສ່ລົງມາຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ຂອງກະຊວງ ອຄ ແລະ ແລກປ່ຽນຖອນຖອດບົດຮຽນຮ່ວມກັນ.

IMG_0006.jpg 222

     ໃນເວລາ 09:00-11:30 ໂມງ ຂອງວັນດຽວກັນ ຄະນະດັ່ງກ່າວກໍໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນຊຸກຍູ້ການເຄື່ອນໄຫວວຽກງານຮອບດ້ານຂອງ ຄຊປປ ລ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາມະຕິຄໍາສັ່ງ, ກົດລະບຽບ, ກົດໝາຍ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ລະຫວ່າງ ຄະນະບໍລິຫານງານ ຊປປ ລາວ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄະນະກວດກາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຫົວໜ້າກົມກວດກາ ຮ່ວມກັບ ສະຫາຍ ແສງດາວ ​ແກ້ວຂາວມະນີ ຄະນະບໍລິຫານງານພັກສູນກາງຊາວໜຸ່ມ, ຮອງປະທານກວດກາພັກ, ​ຫົວໜ້າກົມກວດກາ. ພ້ອມດ້ວຍຄະນະທັງສອງເຂົ້າຮ່ວມທັງໝົດຈໍານວນ 15 ສະຫາຍ.

IMG_0036.jpg 7899

     ຈາກນັ້ນ,  ສະຫາຍ ປອ. ບຸນເພັງ ສີບຸນເຮືອງ ເລຂາຄະນະບໍລິຫານງານ ຊປປ ລາວ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານສະພາບການຊີ້ນໍາ-ນໍໍາພາ, ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຊາວໜຸ່ມ ທີ່ສາມາດຍາດມາໄດ້ຜົນງານອັນພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2023 ຂອງຄະນະບໍລິຫານງານ ຊປປ ລາວ ກະຊວງ ອຄ. ປັດຈຸບັນທົ່ວ ກະຊວງອຸດສາຫະກຳ ແລະ ການຄ້າ ມີໜ່ວຍຊາວໜຸ່ມທັງໝົດ 19 ໜ່ວຍ (ມີ 1 ຄະນະຮາກຖານຊາວໜຸ່ມ ມີ 4 ໜ່ວຍຮາກຖານຂຶ້ນກັບ ຄື ຄະນະຮາກຖານຊາວໜຸ່ມບໍລິສັດເບຍລາວ) ໃນນີ້: ຂົງເຂດລັດບໍລິຫານ 14 ໜ່ວຍ ແລະ ຂົງເຂດບໍລິສັດລັດວິສາຫະກິດ 5 ໜ່ວຍ, ມີສະມາຊິກຊາວໜຸ່ມທົງໝົດ 767 ສະຫາຍ, ຍິງ 329 ສະຫາຍ, ສັງກັດລັດບໍລິຫານ 457 ສະຫາຍ, ຍິງ 200 ສະຫາຍ, ຂົງເຂດວິສາຫະກິດ 340 ສະຫາຍ, ຍິງ 129 ສະຫາຍ. ກອງປະຊຸມໄດ້ມີການແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ຢ່າງກົງໄປກົງມາ ເປັນຕົ້ນ: ການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ກົດລະບຽບ, ກົດໝາຍ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວໂດຍ: ໄພວັນ ໂຄດວັນທາ