ບັ້ນຝຶກອົບຮົມການຂຶ້ນແຜນ ຂໍງົບປະມານໂຄງການລົງທຶນຂອງລັດ
By theu vaenvongsod On 1 Feb, 2023 At 11:27 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-01-30 at 16.58.14 (1).jpeg888

     ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມບັ້ນຝຶກອົບຮົມການຂຶ້ນແຜນຂໍງົບປະມານໂຄງການລົງທຶນ​ຂອງ​ລັດ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ຂຶ້ນໃນວັນທີ 30 ມັງກອນ 2023 ທີ່ແຂວງບໍລິຄໍາໄຊ ຜູ້ເຂົ້າຮ່ວມມີ ບັນດາທ່ານ ພະນັກງານຫຼັກແຫຼ່ງ ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ,  ຄູຝຶກ ຈາກກະຊວງແຜນການ ແລະ ການລົງທຶນ, ນັກສຳມະນາກອນຈາກສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທັງໝົດຈໍານວນ 65 ທ່ານ.

     ປະທານກອງປະຊຸມໄດ້ກ່າວວ່າ: ຈຸດປະສົງບັ້ນຝຶກອົບຮົມການຂຶ້ນແຜນ ຂໍງົບປະມານໂຄງການລົງທຶນ​ຂອງ​ລັດໃນຄັ້ງນີ້ ຊຶ່ງມີຄວາມໝາຍ​ຄວາມ​ສຳຄັນ​ຫລາຍ ​ໃຫ້​ແກ່​​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຂຶ້ນ​ເວົ້້າລວມ ​ເວົ້າສະ​ເພາະຕໍ່ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ຄ້າ ຊຶ່ງ​ຮຽກຮ້ອງ​ທາງ​ດ້ານ​ງົບປະມານ ​ມາຈັດຕັ້ງປະຕິ

ບັດບັນດາວຽກງານຈຸດສຸມບູລິມະສິດ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຂອງກະຊວງ ໃຫ້ສາມາດບັນລຸຕາມແຜນການກຳນົດໄວ້. ສະນັ້ນ, ການສະເໜີຂໍງົບປະມານການລົງທຶນຂອງລັດ ຕ້ອງມີ​ຈຸດ​ສຸມ, ສອດຄ່ອງຕາມແຜນພັດທະນາຂອງຂະແໜງການ ແລະ ​ສອດຄ່ອງຕາມທິດການພັດທະນາຂອງ​ລັດຖະບານ ເພື່ອຮັບປະກັນໃຫ້ແກ່ການນຳໃຊ້ງົບປະມານ ຈັດຕັ້ງປະຕິບັດເຂົ້າໃນວຽກງານຈຸດສຸມບູລິມະສິດຕ່າງໆ ຂອງກະຊວງ ກໍ່ຄືຂະແໜງການອຸດສາຫະກຳ ແລະ ການຄ້າ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,  ​ ຫລີກ​ເວັ້ນການ​ສ້າງ​ແຜນ​ທີ່ບໍ່ມີ​ຄວາມ​ຖືກຕ້ອງ ບໍ່ຖືກ​ທິດ​ທາງ​ຂອງ​ການ​ພັດທະນາ ​ຊຶ່ງ​ເຮັດ​ໃຫ້​ມີ​ການ​ນຳ​ໃຊ້​ງົບປະມານບໍ່​ໄດ້​ຮັບ​ໝາກຜົນ. ອີກ​ປະການ​ຫນຶ່ງບັ້ນຝຶກອົບຮົມການຂຶ້ນແຜນຂໍງົບປະມານໂຄງການລົງທຶນ​ຂອງ​ລັດ ​ແມ່ນ​ຈະ​ຊ່ວຍ​ໃຫ້​ບັນດາ​ທ່ານ​ເຂົ້າ​ໃຈ​ຕື່ມ​ ກ່ຽວ​ກັບ​ການ​ຕື່ມ​ຂໍ້​ມູນ​ໃສ່​ໃນ​ແຕ່ລະ​ເງື່ອນ​ໄຂ​ໃນ​ຟອມບົດ​ສະ​ເໜີ​ໂຄງການ​ໃຫ້​ຖືກຕ້ອງ ​​ເພື່ອ​ໃຫ້​ໄດ້​ໂຄງການ​ທີ່​ມີ​ປະສິດ​ທິພາບ ​ແລະ ປະສິດທິຜົນ.

WhatsApp Image 2023-01-30 at 16.58.35.7779

      ນອກນັ້ນ ນັກສໍາມະນາກອນຍັງໄດ້ຮັບຟັງການນໍາສະເໜີ ກົດໝາຍ ແລະ ຄໍາແນະນໍາບາງມາດຕະການກ່ຽວກັບກົດໝາຍການລົງທຶນຂອງລັດ, ຫຼັກການຂຽນໂຄງການ, ແບບຟອມ ແລະ ວິທີການຕື່ມແບບຟອມ, 5 ມາດຖານການປະເມີນໂຄງການຕົວຈິງ ຈາກຄູຝຶກ, ຊ່ຽວຊານ ຂອງກົມປະເມີນຜົນ, ກະຊວງແຜນການ ແລະ ການລົງທຶນ ສິ່ງສໍາຄັນອີກຢ່າງໜຶ່ງນັກວິທະນາກອນ ໄດ້ນໍາພານັກສໍາມະນາກອນ ຄົ້ນຄວ້າຮຽນຂຽນໂຄງການຕົວຈິງ ທີ່ຕິດພັນກັບວຽກງານຂອງຕົນຮັບຜິດຊອບ ເພື່ອເປັນຕົວແບບ ແລະ ສາມາດເອົາເຂົ້າເມີນຜົນຕົວຈິງ.

     ໃນຕອນທ້າຍ ປະທານໄດ້ຊີ້ນໍາຕື່ມວ່າ: ບັ້ນ​ຝຶກ​ອົບຮົມ​ການຂຶ້ນແຜນ ຂໍງົບປະມານໂຄງການລົງທຶນ​ຂອງ​ລັດ ຂໍຮຽກຮ້ອງໃຫ້ນັກສໍາມະນາກອນ ແລະ ຜູ້ເຂົ້າຮ່ວມເອົາໃຈໃສ່ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ, ສຶກສາ, ຄົ້ນຄວ້າ, ແລກປ່ຽນຄໍາຄິິດຄໍາເຫັນກັບນັກວິທະຍາກອນ ເພື່ອເກັບກ່ຽວເອົາຂໍ້ມູນ, ໃຫ້ໄດ້ບົດຮຽນ, ໃຫ້ຮູ້ເງື່ອນໄຂ, ຂັ້ນຕອນ​ການສະ​ເໜີ​ຂໍ​ງົບປະມານ, ການ​ຂຽນ​ບົດ​ສະ​ເໜີ​ໂຄງການ​ທີ່​ຖືກຕ້ອງ, ສອດຄອ່ງກັບແຜນພັດທະນາຂອງຂະແໜງການຕົນ ຂັ້ນສູນກາງ ແລະ ທ້ອງຖິ່ນ.

WhatsApp Image 2023-01-30 at 12.40.46. 7778

 ຂ່າວ: ທ ໄພວັນ ໂຄດວັນທາ

ພາບ: ນ ພິດສະໄໝ ດວງສີລິ