ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 27 Dec, 2024 ເວລາ 02:33 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ໃນວັນທີ 25 ທັນວາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຕ້ອນຮັບການເຂົ້າ ພົບປະຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຄົນໃໝ່, ໂອກາດນີ້ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ຜູ້ໃໝ່ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ຢູ່ ສປປ ລາວ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ-ນຳພາຂອງທ່ານເອກອັກຄະລັດຖະທູດ ຈະເຮັດໃຫ້ການສາຍພົວພັນຮ່ວມມື ລະຫວ່າງ … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2024 ເວລາ 04:53 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ກະຊວງອຸດສາຫະກໍາ ແລະ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ໃນວັນທີ 26 ທັນວາ 2024 ທີ່ກະຊວງ ອຄ ເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກກະຊວງ, ກໍາມະການຄະນະພັກກະຊວງ, ເລຂາ,  ຄະນະພັກຮາກຖານ ແລະ ພະນັກງານນໍາພາຫຼັກແຫຼ່ງ ຂອງກະຊວງ ອຄ. ທ່ານ ມະໄລທອງ … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2024 ເວລາ 03:15 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບຊັບສິນທາງປັນຍາໃນຫົວຂໍ້: “ຄວາມຄິດວັນນີ້ ເປັນຊັບສິນມື້ອື່ນ”, ໃນວັນທີ 20 ທັນວາ 2024, ທີ່ ໂຮງແຮມສຸພັດຕາ, ເປັນກຽດເຂົ້າຮ່ວມກ່າວເປີດ ໂດຍ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ນ. ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D ປະຈໍາ ສປປ ລາວ, ທ່ານ ບັນຊາ ຈັນມິ່ງ … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2024 ເວລາ 02:06 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນວັນທີ 21 ທັນວາ 2024 ທີ່ແຂວງຫຼວງພະາງ, ກົມຊັບສິນທາງປັນຍາ ແລະ ພະແນກອຸດສາຫະກຳການຄ້າ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານຊັບສິນທາງປັນຍາ ຊຶ່ງກັນ ແລະ ກັນຂຶ້ນ, ໂດຍການເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໃນກອງປະຊຸມ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ຊົມຊື່ນ ໄຊເກິຍາຈົງຕົວ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພ້ອມດ້ວຍພະນັກງານຈາກກົມຊັບສິນທາງປັນຍາ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2024 ເວລາ 02:25 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ ກ່ຽວກັບວຽກງານພັນພືດໃໝ່ ພາຍໃຕ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ໃນວັນທີ 18 ທັນວາ 2024, ທີ່ ແຂວງ ຫຼວງພະບາງ, ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າພະແນກ, ຮອງພະແນກ ກົມຊັບສິນທາງປັນຍາ,ກະຊວງອຸດສາ ຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າຈາກຫ້ອງການອຸດສາຫະກໍາ … Continue reading

ໂດຍ: ໄພວັນ ວັນທີ 25 Dec, 2024 ເວລາ 01:09 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0166.jpg1

ສະມາຄົມຫັດຖະກໍາລາວ ໄດ້ພິທີສະຫຼຸບຜົນສໍາເລັດ ຂອງງານມະຫາກໍາສີມືຫັດຖະກໍາ ປີ 2024, ຜົນສໍາເລັດຂອງງານເດີນແບບການກຸສົນໃນໂຄງການຫ່ວງໄຍໄປເຖິງ ປີ 2024, ຜົນສໍາເລັດຂອງງານວາງສະແດງແຜ່ນແພພື້ນເມືອງລາວ ທີ່ຕໍານັກຜ້າໄໝລາວບູຮານ ແລະ ຜົນສໍາເລັດຂອງກອງປະຊຸມແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ຂຶ້ນທີ່ ຕໍານັກຜ້າໄໝ ລາວບູຮານ ໃນວັນທີ 24 ທັນວາ 2024 ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ນາລີ ສີສຸລິດ ປະທານທີ່ປຶກສາສະມາຄົມຫັດຖະກຳລາວ, ມີຮອງລັດຖະມົນຕີ, ມີບັນດາທ່ານ … Continue reading

ໂດຍ: ໄພວັນ ວັນທີ 19 Dec, 2024 ເວລາ 02:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 74 ແລະ ອີກສາມກອງປະຊຸມທີ່ກ່ຽວຂ້ອງ, ໃນວັນທີ 16-19 ທັນວາ 2024, ທີ່ໂຮງແຮມສຸພັດຕາ ແຂວງ ຫຼວງພະບາງ, ເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະ ມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ປະທານໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ, ມີບັນດາທ່ານຫົວໜ້າກົມ, ຫ້ອງການຊັບສິນທາງປັນຍາ ປະເທດສະມາຊິກອາຊຽນ, ປະເທດ ຕໍມໍເລສເຕ, ຕາງໜ້າຈາກກອງເລຂາອາຊຽນ ແລະ ຄະນະຜູ້ແທນ … Continue reading

ໂດຍ: ໄພວັນ ວັນທີ 16 Dec, 2024 ເວລາ 05:07 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_4102.jpg1

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສ​ປ​ປ ລາວ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ສະ​ຫຼຸບ​ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ ນະ​ຄອນ​ຫຼວງວຽງ​ຈັນ. ໂຄງ​ການ LCT ໄດ້​ຊ່ວຍ​ຫຼຸດ​ຜ່ອນ​ບັນ​ດາ​ອຸ​ປະ​ສັກ​ຕໍ່​ພາກ​ທຸ​ລະ​ກິດ​ຢ່າງ​ຊັດ​ເຈນ ໂດຍ​ຜ່ານ​ການ​ປັບ​ປຸງສະ​ພາບ​ແວດ​ລ້ອມ​ທາງ​ດ້ານ​ລະ​ບຽບ​ການ ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ດີ​ຂື້ນ ແລະ ມີສ່ວນຮ່ວມ​ຫຼາຍ​ຂື້ນ, ຫຼຸດ​ຜ່ອນ​​ຕົ້ນ​ທຶນທາງ​ດ້ານ​ການ​ຄ້າ ​ແລະ ເພີ່ມ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ໃຫ້​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ. ໂຄງ​ການໄດ້ຮັບທຶນສະໜັບສະ  ໜູນເງິນກູ້ຈາກທະນາຄານໂລກ-ສະມາຄົມພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9.5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ … Continue reading

ໂດຍ: ໄພວັນ ວັນທີ 16 Dec, 2024 ເວລາ 11:34 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_3712.jpg 1

ໃນວັນທີ 10 ທັນວາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດ ພິທີໂຄສະນາ-ປາຖະ ກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໂດຍການໃຫ້ກຽດເຂົ້າຮ່ວມປາຖະກະຖາ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດກຳມະການກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານ ຮອງລັດຖະມົນຕີ, … Continue reading

ໂດຍ: ໄພວັນ ວັນທີ 21 Nov, 2024 ເວລາ 05:47 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0155.jpg 1

ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024 ໃນວັນທີ 21 ພະຈິກ 2024 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ ເປັນປະທານ ຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ     ແລະ ມີຜູ້ຕາງໜ້າ ຈາກພາກລັດ, ພາກທຸລິດກິດ,    ອົງການ ຈັດຕັ້ງສາກົນ, ສະຖາບັນການສຶກສາ ແລະ ບັນດາສະມາຄົມທຸລະກິດ  ເຂົ້າຮ່ວມງານ ຈຸດປະສົງຂອງການຈັດງານດັ່ງກ່າວ ແມ່ນເພື່ອເຜີຍແຜ່ຜົນສໍາເລັດ ແລະ … Continue reading