ຂ່າວ

ໂດຍ: admin ວັນທີ 1 Mar, 2024 ເວລາ 12:03 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
IMG_0105

         ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບການກະກຽມ ສຳລັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 (30th AEM Retreat) ແລະ ກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງມີແຜນຈະຈັດຂື້ນທີ່ ນະຄອນຫຼວງພະບາງ, ສປປ ລາວ ໃນລະຫວ່າງ ວັນທີ 8-9 ມີນາ 2024. ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ບົວວັນ ວິລະວົງ, … Continue reading

ໂດຍ: admin ວັນທີ 1 Mar, 2024 ເວລາ 10:05 AM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments
ໂດຍ: admin ວັນທີ 27 Feb, 2024 ເວລາ 01:39 PM | ແຍກຕາມຫມວດ ຂ່າວ, ອື່ນໆ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0776

                  ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ນາງ Melanie Barlow ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກກົມກ່ຽວຂ້ອງ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ເຂົ້າຮ່ວມ ໃນຕອນບ່າຍ ຂອງວັນທີ 26 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 27 Feb, 2024 ເວລາ 11:47 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

       ໃນຕອນ​ເຊົ້າເວລາ 9: 30 ໂມງ ຂອງວັນທີ 26 ກຸມພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ໂຢໂປ ຮອງເລຂາພັກແຂວງ, ເຈົ້າແຂວງ​ຢູນນານ ສປ ຈີນ.  ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ກັບ ທ່ານ ລັດຖະມົນຕີ … Continue reading

ໂດຍ: ໄພວັນ ວັນທີ 25 Feb, 2024 ເວລາ 07:55 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
11

ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມ ບ້ານແຟນ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading

ໂດຍ: admin ວັນທີ 23 Feb, 2024 ເວລາ 05:34 PM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
CCF_000072_page-0001

ລົງຂ່າວ: ເພັດປະກາຍ ສີສົມບູນ

ໂດຍ: ໄພວັນ ວັນທີ 21 Feb, 2024 ເວລາ 05:29 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
12

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading

ໂດຍ: admin ວັນທີ 21 Feb, 2024 ເວລາ 10:48 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0558 (1)

         ໃນວັນທີ 19-20 ກຸມພາ 2024 ທີ່ ຫ້ອງການເຂດເສດຖະກິດພິເສດບຶງທາດຫຼວງ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ມີຫົວໜ້າກົມ ທະບຽນວິສາຫະກິດ, ຮອງຫົວໜ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຄະນະຄຸ້ມຄອງເສດຖະກິດພິເສດແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ.       ທ່ານ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍວິສາຫະກິດ, ນິຕິກໍາ ແລະ … Continue reading

ໂດຍ: admin ວັນທີ 20 Feb, 2024 ເວລາ 06:41 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0143

  ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ … Continue reading

ໂດຍ: ໄພວັນ ວັນທີ 20 Feb, 2024 ເວລາ 11:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0023

         ວັນທີ 14 ກຸມພາ 2024 ສະຫາພັນກໍາມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ ຂອງສະຫາຍເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຫລື ສອຈ ແລະ ປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024), ຂື້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເຊື່ອມຊືມ ແລະ ປາຖະກະຖາ ຂອງ ສະຫາຍ … Continue reading