ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖະແຫຼງຂ່າວຜົນສໍາເລັດຂອງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 30 ເຊິ່ງຈັດຂື້ນໃນວັນທີ 9 ມີນາ 2024 ທີ່ແຂວງຫຼວງພະບາງ ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາທ່ານລັດຖະມົນຕີຈາກປະເທດສະມາ ຊິກອາຊຽນ ເຂົ້າສູ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໃນລະດັບລັດຖະມົນຕີຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ. ການຮວມຕົວກັນຂອງພວກເຮົາໃນມື້ນີ້ … Continue reading →
ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຈັດງານວາງສະແດງ ວຽງຈນັນານາຊາດ ໂອໂຕໂຊ 2024 (Vientiane International Auto Show 2024) ພິທີເປີດງານຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ … Continue reading →
ວັນທີ 20 ກຸມພາ 2024 ຜ່ານມາ, ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ກົມອຸດສາຫະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ລະບຽບວຽກງານຄຸ້ມຄອງເຄມີ ໂດຍການເປັນປະທານ ຮ່ວມ ຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມ ອຸດສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຂາວ ເມກສະຫວັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ … Continue reading →
ໃນວັນທີ 21 ກຸມພາ 2024 ທີ່ໂຮງແຮມ ທີມາກລີສອດ, ເມືອງວັງວຽງ, ແຂວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມຝຶກອົບຮົມການສ້າງຄວາມຮູ້ ແລະ ຄວາມອາດສາມາດ ໃນການໃຫ້ບໍລິການອອນລາຍ ກ່ຽວກັບຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຮ່ວມກ່າວເປີດກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈຸນໂຮ ຈາງ ຜູ້ຈັດການອາວຸໂສລະດັບພາກພື້ນ, ພະແນກແກ້ໄຂທູລະກິດຊັບສິນທາງປັນຍາ, ຈາກອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ. ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ … Continue reading →
ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມ ບ້ານແຟນ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ວັນທີ 14 ກຸມພາ 2024 ສະຫາພັນກໍາມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ ຂອງສະຫາຍເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຫລື ສອຈ ແລະ ປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024), ຂື້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເຊື່ອມຊືມ ແລະ ປາຖະກະຖາ ຂອງ ສະຫາຍ … Continue reading →
ໃນວັນທີ 16 ກຸມພາ 2024 ທີ່ຫ້ອງປະຊຸມບໍລິສັດຢາສູບລາວ ຈໍາກັດ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຮອງອໍານວຍການ ບໍລິສັດຢາສູບລາວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະ ມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານກ່ຽວ ພາຍທັງສອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຕາງໜ້າຜູ້ຖືຮຸ້ນ ຮອງປະທານສະພາບໍລິຫານ ແລະ ກໍາມະການສະພາບໍລິຫານ ບໍລິສັດຢາສູບລາວ ຈໍາກັດ ສະບັບເລກທີ 0186/ກງ, … Continue reading →
ໃນລະຫວ່າງວັນທີ 29-30 ມັງກອນ 2024 ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງບາງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ກະຊວງ ອຄ ເຂົ້າຮ່ວມພົບປະສອງຝ່າຍມີ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ກະຊວງ ອຄ ສປປ ລາວ ແລະ ທ່ານ ໂດ້ ກວັກ ຮຶງ ຮອງຫົວໜ້າກົມອາຊີ-ອາຟຣິກກາ, ກະຊວງ ອຄ ແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະຝ່າຍຫວຽດນາມ ພ້ອມດ້ວຍພະນັກງານທັງສອງເຂົ້າຮ່ວມ. ສັນຍາການຄ້າສອງຝ່າຍ … Continue reading →
ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມສ້າງຄວາມຮັບຮູ້ສຳ ລັບພະນັກງານຜູ້ບໍລິຫານລະດັບສູງຂອງພາກລັດ ກ່ຽວກັບວຽກງານການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ຂຶ້ນໃນວັນທີ 7 ກຸມພາ 2024 ທີ່ໂຮງແຮມ ແລນມາກ ເຂົ້າຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານຫົວໜ້າກົມການຄ້າຕ່າງປະເທດ, ຊ່ຽວຊານໂຄງການ EU P2P Export Control Programme for Dual-Use Goods (EU P2P) ແລະ ໂຄງການ Export Control and related … Continue reading →