0467-ອຄ.ກຄພນ
ໂດຍໄດ້ຮັບການຕົກລົງເຫັນດີ ຈາກລັດຖະບານ ຂອງທັງສອງປະເທດ ແລະ ປະຕິບັດຕາມເນື້ອໃນບົດບັນທຶກກອງປະຊຸມ ການຮ່ວມມືພັດທະນາການຄ້າຊາຍແດນ ລາວ – ຫວຽດນາມ ຄັ້ງທີ XI ແລະ ແຜນການຮ່ວມມື ລະຫວ່າງ ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ – ຫວຽດນາມ ປະຈໍາປີ 2022. ໃນວັນທີ 11 ເມສາ 2022 ທີ່ໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ ສປປ ລາວ, ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ – … Continue reading →
0444-ອຄ.ກຄພນ
ໃນວັນທີ 5 ເມສາ 2022, ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກກອງປະຊຸມຂັ້ນລັດຖະມົນຕີ ລະຫວ່າງ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໂດຍມີຕາງໜ້າຈາກກົມວິຊາການ ຂອງສອງກະຊວງເຂົ້າຮ່ວມ ປະມານ 11 ທ່ານ, ຍິງ 01 ທ່ານ. ຈຸດປະສົງເພື່ອສືບຕໍ່ປຶກສາຫາລື ກ່ຽວກັບການມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ … Continue reading →
ໃນວັນທີ 04 ເມສາ 2022, ພະແນກຮ່ວມມືເສດຖະກິດການຄ້າ, ກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ໄດ້ອອກແຈ້ງການ ເຊີນເຂົ້າຮ່ວມການປະມູນສົມທຽບເງື່ອນໄຂ, ປະສົບການ ແລະ ລາຄາກ່ຽວກັບການບໍລິການທີ່ປຶກສາ ແລະ ຄົ້ນຄວ້າວິໄຈ ກ່ຽວກັບ (ການສຶກສາ ແລະ ຄົ້ນຄວ້າ ຫົວຂໍ້ ເຂດການຄ້າເສລີ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ) ປະຈໍາປີ 2022; – ໂດຍສາມາດພົວພັນເອົາຊອງປະມູນນໍາພະແນກຮ່ວມມືເສດຖະກິດການຄ້າ, ກົມແຜນການ ແລະ ການຮ່ວມມື ນັບແຕ່ວັນທີ 04 ເມສາ 2022 ແລະ ສົ່ງຊອງປະມູນບໍ່ໃຫ້ກາຍວັນທີ … Continue reading →
0395-ອຄ.ກຄພນ
ວັນທີ 29 ມີນາ 2022, ເວລາ 15:30 ໂມງ ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານການຄ້າໃນໄລຍະຜ່ານມາ ຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແຫ່ງ ສປປ ລາວ ກັບ ທ່ານ ຈຸລິນ ລັກສະນະວິສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະກົມກ່ຽວຂ້ອງຂອງກະຊວງພານິດໄທ ແລະ ທີ່ປຶກສາທູດເສດຖະກິດ … Continue reading →
ໃນວັນທີ 30 ມີນາ 2022, ຄະນະຫ້ອງການກະຊວງ ອຄ ຮ່ວມກັບກົມກວດກາ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມ SME ແລະ ກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕາງໜ້າຄະນະພັກ, ຄະນະນຳກະຊວງ ອຄ ລົງໄປຕິດຕາມສະພາບໄຟໄໝ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງລ້ອງຊານ, ແຂວງໄຊສົມບູນ; ພ້ອມນີ້ ທາງຄະນະກໍໄດ້ນຳເອົາປັດໄຈ ເປັນເງິນ ຈຳນວນ 15 ລ້ານກີບ, ຄອມພິວເຕີ້ຕັ້ງໂຕະ 3 ໜ່ວຍ ແລະ ປຣິນເຕີ້ … Continue reading →
ໃນວັນທີ 11 ມີນາ 2022 ທີ່ ໂຮງແຮງ ອາມາລີ, ທີ່ເມືອງວັງວຽງ ແຂວງ ວຽງຈັນ ຜ່ານມານີ້, ກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ວຽກງານແຂ່ງຂັນທາງທຸລະກິດ ແລະ ປົກປ້ອງຜູ້ຊົມໃຊ້ ໂດຍການສະໜັບສະໜູນຈາກ ອົງການ GIZ-COMPETE ລັດຖະບານເຢຍລະມັນ, ກອງປະຊຸມດັ່ງກ່າວມີ ທ່ານ ໄຊທິເດດ ອິນທະສອນ ຮອງຫົວ ໜ້າກົມການຄ້າພາຍໃນ ຜູ້ຊີ້ນໍາພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ (ຂຂທ), ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ … Continue reading →
ໃນວັນທີ 24 ມີນາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຢ່າງເປັນທາງການ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຜ່ານຮູບແບບປະຊຸມທາງໄກ ກອງປະຊຸມໄດ້ດໍາເນີນລະຫວ່າງ ວັນທີ 24-25 ມີນາ 2022 ນີ້ ໂດຍການເປັນປະທານ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ມີ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວ … Continue reading →