Author

ໂດຍ: admin ວັນທີ 12 Jul, 2022 ເວລາ 05:05 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0171 33333

          ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 12 ກໍ​ລະ​ກົດ 2022. ພາກ​ລັດ, ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະ ຈາກບົດ​ສຶກ​ສາ​ດ້ານ​ບົດ​ບາດ​ຍິງ-ຊາຍ ເພື່ອຈໍາແນກຂໍ້ຈໍາກັດຕົ້ນຕໍ ທີ່ກະທົບຕໍ່ວິສາຫະກິດ ທີ່ນັກທຸລະກິດຍິງເປັນເຈົ້າຂອງ ແລະ ບໍລິຫານ ໃນ ສ​ປ​ປ ລາວ.            ກອງ​ປະ​ຊຸມ​ດັ່ງ​ກ່າວຈັດ​ຂຶ້ນ​ເປັນ​ເວ​ລາ​ເຄິ່ງມື້ ​ໂດຍກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ມີ​ຜູ້​ເຂົ້າຮ່ວມຫລາຍກວ່າ 80 … Continue reading

ໂດຍ: admin ວັນທີ 11 Jul, 2022 ເວລາ 03:16 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
7225002b2e974d96aed26f89db83984e-0001

     ໃນເດືອນພຶດສະພາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍບັນຫາ ແລະ ສິ່ງທ້າທາຍຂອງສິນຄ້າລາວ ໃນການເຂົ້າຕະຫລາດພາຍໃນ ໃນຊ່ວງການລະບາດຂອງພະຍາດໂຄວິດ-19. ຊຶ່ງບົດຄຄ ດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງສາເຫດທີ່ສິນຄ້າລາວສ່ວນຫລາຍບໍໍ່ສາມາດເຂົ້າຫາຕະຫລາດພາຍໃນໄດ້ ຢ່າງເຕັມທ່າແຮງທີ່ມີ ພ້ອມທັງສະເໜີນະໂຍບາຍ ແລະ ກິດຈະກໍາສົ່ງເສີມ ຄວບຄູ່ກັບການສ້າງປັດໄຈສະໜັບສະໜູນ(ໃຫ້ຂໍ້ມູນຂ່າວສານດ້ານຕະຫລາດ, ເງິນທຶນ, ການຍົກລະດັບເຕັກນິກການຜະລິດ, ຊ່ອງທາງການຈໍາໜ່າຍທີ່ຫຼາກຫຼາຍ) ເພື່ອໃຫ້ເຂົາເຈົ້າຍົກ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ … Continue reading

ໂດຍ: admin ວັນທີ 11 Jul, 2022 ເວລາ 03:56 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
280194138346461ca3b79d21cfce2227-0001

     ໃນເດືອນມິຖຸນາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຜົນກະທົບ ຂອງໂຄວິດ-19 ທີ່ມີຕໍ່ຜູ້ປະກອບການທຸລະກິດຂາຍເຄື່ອງຫັດຖະກໍາ ກໍລະນີສຶກສາ:ເຄື່ອງຈັກສານ ແລະ ແຜ່ນແພ(ຜ້າສິ້ນ) ໃນນະຄອນຫລວງວຽງຈັນ; ຊຶ່ງບົດຄວາມນີ້ມີຈຸດປະສົງເພື່ອນໍາສະເໜີພາບລວມບາງສ່ວນ ຂອງຜົນກະທົບໂຄວິດ-19 ຕໍ່ຜູ້ປະກອບການທຸລະກິດຂາຍເຄື່ອງຫັດຖະກໍາ ແລະ ຂໍ້ສະເໜີຂອງຜູ້ປະກອບຕໍ່ລັດຖະບານໃຫ້ມີນະໂຍບາຍ ແລະ ສົ່ງເສີມດ້ານນີ້ໃຫ້ຫລາຍຂຶ້ນ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ

ໂດຍ: admin ວັນທີ 11 Jul, 2022 ເວລາ 02:19 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
046ວຄ_page-0002

     ໃນວັນທີ 04/7/2022 ຜ່ານມາ, ຜູ້ອໍານວຍການວິທະຍາໄລການຄ້າ, ຮອງຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເປີດຮັບນັກສຶກສາໃໝ່ ສົກປີຮຽນ 2022-2023 ຂອງວິທະຍາໄລການຄ້າ ເຖິງບັນດາອົງການຈັດຕັ້ງທຸກພາກສ່ວນທັງພາກລັດ ແລະ ພາກທຸລະກິດ, ພະນັກງານ, ພໍ່ແມ່ປະຊາຊົນ ແລະ ນັກສຶກສາທີ່ຈົບມໍປາຍ ຫຼື ທຽບເທົ່າ ຜູ້ທີ່ມີຈຸດປະສົງຢາກຈະສືບຕໍ່ສຶກສາຮໍ່າຮຽນ ຢູ່ທີ່ວິທະຍາໄລການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ຊາບວ່າ:   ແຫຼ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ ກຊ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading

ໂດຍ: admin ວັນທີ 11 Jul, 2022 ເວລາ 10:19 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0189

     ຕອນບ່າຍຂອງວັນທີ 08 ກໍລະກົດ 2022, ທີ່ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸການນໍາໃຊ້ ແລະ ສິນຄ້າຫ້າມຜະລິດ, ນໍາເຂົ້າ, ສົ່ງຜ່ານ, ຊື້-ຂາຍ ປະເພດຢາສູບໄຟຟ້າ ໂດຍການເຂົ້າຮ່ວມຂອງທ່ານ ນ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ພ້ອມນີ້ມີຜູ້ຕາງໜ້າຈາກພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ, ກົມກວດກາ ກະຊວງ ອຄ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ແລະ ນັກຂ່າວຈໍານວນໜຶ່ງ, ເຂົ້າຮ່ວມປະມານ … Continue reading

ໂດຍ: admin ວັນທີ 9 Jul, 2022 ເວລາ 02:31 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0043

       ກະຊວງອຸດສາຫະກຳ ແລະ ການຄ້າ ດຳເນີນກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 2 ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V. ກອງປະຊຸມ ຄົບຄະນະສະໄໝສາມັນ ຄັ້ງທີ 2 ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V, ຈັດຂຶ້ນໃນວັນທີ 6 ກໍລະກົດ 2022 ໂດຍການເປັນປະທານຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ມີຄະນະປະຈຳພັກ, ກຳມະການພັກກະຊວງ, ບັນດາເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ ແລະ … Continue reading

ໂດຍ: admin ວັນທີ 9 Jul, 2022 ເວລາ 11:16 AM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
IMG_0179

  ໃນຕອນ​ເຊົ້າເວລາ 8:30 ໂມງ ຂອງວັນທີ 8 ກໍລະກົດ 2022, ທີ່ຫ້ອງປະຊຸມ​ສະ​ຖາ​ບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ​ໄດ້​ຈັດ​ພິທີປະກາດ​ການຢັ້ງຢືນ​ສະຫະພັນ​ກໍາມະບານ ກະຊວງ ອຸດສາຫະກໍາ ແລະ ການຄ້າ ​ເປັນ​ສະຫະພັນ​ກໍາມະບານ 5 ​ເປັນ​ເຈົ້າ​ປະ​ຈໍາປີ 2021 ​ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ທ່ານ ນາງ ຈັນ​ສຸກ ​ແສງ​ພະຈັນ ຮອງ​ເລຂາ​ຄະນະ​ພັກ​ກະຊວງ, ຮອງ​ລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ພ້ອມ​ດ້ວຍ​​ແຂກ​ຖືກ​ເຊີນ ​ແລະ ສະມາຊິກ​ກໍາມະບານ​ກະຊວງ ອຄ ​ເຂົ້າ​ຮ່ວມ.​ ທ່ານ ນາງ ຈັນ​ເພັດ ມະນີ​ແສງ … Continue reading

ໂດຍ: admin ວັນທີ 5 Jul, 2022 ເວລາ 02:01 PM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments
858b1053fdfe4db588680d28a771bec4-0001

0865 ອຄ.ກຄພນ

ໂດຍ: admin ວັນທີ 4 Jul, 2022 ເວລາ 03:12 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0036

        ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 4 ກໍລະກົດ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ  Annette KNOBLOCH, ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະ ປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ … Continue reading

ໂດຍ: admin ວັນທີ 4 Jul, 2022 ເວລາ 03:09 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
pic of IMEx Dep on04July

ໃນວັນທີ 04 ກໍລະກົດ 2022 ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ ‘‘ກອງປະຊຸມສ້າງຄວາມຮັບຮູ້ ແລະ ສົນທະນາແລກປ່ຽນ ກ່ຽວກັບການຄຸ້ມຄອງການຄ້າສິນຄ້າສອງດ້ານ ສຳລັບພະນັກງານຜູ້ບໍລິຫານລະດັບສູງຂອງພາກລັດ” ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ (ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ) ແລະ ທ່ານ ນາງ ອີນາ, ມາຈູ​ລີ​ໂອ​ນີ​ແຕ, ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພາບ​ເອີ​ຣົບ​ປະ​ຈຳ ສ​ປ​ປ ລາວ ພາຍໃຕ້ການສະໜັບສະໜູນຈາກໂຄງການ EU P2P … Continue reading