0778 ກຄພນ
ໃນຕອນແລງຂອງວັນທີ 28 ກໍລະກົດ 2023, ທີີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮ່ວມລົງນາມໃນບົດບັນທຶກຄວາມເຂົົ້າໃຈ (MOU) ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (MoIC) ແລະ ສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). ໃຫ້ກຽດລົງນາມຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງສປປ ລາວ ແລະ ທ່ານ Tetsuya Watanabe, ປະທານຂອງສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). … Continue reading →
0751 ກຄພນ
ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຄັ້ງວັນທີ 21 ກໍລະກົດ 2023, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫລວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມ, ກະຊວງການເງິນ, … Continue reading →
ວັນທີ 17 ກໍລະກົດ 2023, ນະຄອນຫຼວງວຽງຈັນ – ກົມນະໂຍບາຍການຄ້າຕ່າງປະເທດ (DFTP), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ ARISE Plus ທີ່ໄດ້ຮັບທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ ແຕ່ວັນທີ 17-18 ກໍລະກົດ 2023. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃຫ້ແກ່ອົງການລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບການຄ້າດ້ານການບໍລິການກ່ຽວກັບການນໍາໃຊ້ຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດ ໂດຍສະເພາະ, ຮຽນຮູ້ແລະໄດ້ຮັບຄວາມຮູ້ກ່ຽວກັບວິທີການຫັນປ່ຽນຈາກຕາຕະລາງຂໍ້ຜູກພັນຮູບແບບເປີດ ມາເປັນຕາຕະລາງຮູບແບບປິດ. ຕາຕະລາງຮູບແບບປິດເປັນແນວທາງສໍາຄັນໃນຂໍ້ຜູກພັນການຄ້າດ້ານການບໍລິການ ໃນປີ … Continue reading →
ໃນວັນທີ 13-14 ກໍລະກົດ 2023 ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ … Continue reading →
ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0704/ກຄພນ, ລົງວັນທີ 12ກໍລະກົດ 2023 ວ່າດ້ວຍການປັບລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 13 ກໍລະກົດ 2023 ເວລາ 6 ໂມງເຊົ້າເປັນຕົ້ນໄປ (ໝາຍເຫດ: ລາຄານໍ້າມັນເຊື້ອໄຟຂອງບັນດາແຂວງໃນແຈ້ງການນີ້ແມ່ນກຳນົດສະເພາະຈຸດເທດສະບານແຂວງ).
ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 12 ກໍລະກົດ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Nicholas Moore (ນິໂຄລັດ ມົວ) ທູດພິເສດ ຮັບຜິດຊອບອາຊີຕາເວັນອອກສຽງໃຕ້ ແຫ່ງ ອົດສະຕາລີໃນໂອກາດເຂົ້າພົບປະປຶກສາຫາລື ທ່ານ ຮອງລັດຖະມົນຕີ … Continue reading →
ຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/file/d/1Ol4lL5mKxkMPJXrRb1yO8KUZChjCDDEf/view?usp=sharing ແຈ້ງການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/file/d/1OiVQ8cs6UI5NQfpQfD-HNKLzslwBsnnR/view?usp=sharing ຟອມລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/drive/folders/1OWoy7BoSDJGq_nvbmnqjZk-i9OHFMpNP?usp=shari ແຫຼ່ງຂໍ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ ໂພດສໂດຍ: ເພັດປະກາຍ ສິສົມບູນ
ຕອນບ່າຍ ເວລາ 14 : 00 ໂມງ ຂອງວັນທີ 11 ກໍລະກົດ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ HAGIUDA Koichi (ຮາກິອູດະ ໂຄອິຈິ) ປະທານຄະນະກຳມາທິການຄົ້ນຄວ້ານະໂຍບາຍ ພັກເສລີປະຊາທິປະໄຕ ຍີປຸ່ນ (ອາດີດລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ) ພ້ອມຄະນະ, … Continue reading →