ກອງປະຊຸມເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ສໍາລັບນັກທຸລະກິດຂອງ ສປປ ລາວ
By admin On 10 Aug, 2022 At 10:59 PM | Categorized As ຂ່າວພາຍໃນ | With 0 Comments

IMG_0162

        ໃນຕອນເຊົ້າ ວັນທີ 10 ສິງຫາ 2022 ເວລາ 08:30 ໂມງ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ສໍາລັບນັກທຸລະກິດຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກຽດເຂົ້າຮ່ວມມີ ເອກອັກຄະລັດຖະທູດອົດສະຕາລີ,  ຕາງໜ້າຈາກສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ແລະ ແຂກຈາກພາກສ່ວນຕ່າງໆ.

    ທ່ານ ລັດຖະມົນຕີ ກ່າວວ່າ ຕາງໜ້າໃຫ້ຄະນະ​ນໍາກະຊວງ​ອຸດສາຫະກໍາ ​ແລ​ະ ການ​ຄ້າ ເຂົ້າຮ່ວມ ແລະ ມີຄໍາເຫັນໃນກອງປະຊຸມສໍາມະນາທີ່ມີຄວາມໝາຍສໍາຄັນໃນມື້ນີ້ ພ້ອມກັນນັ້ນ ກໍຖືໂອກາດນີ້ສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງ ລັດຖະບານອົດສະຕາລີ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານ ໃນການຈັດກອງປະຊຸມສໍາມະນາ ໃນຫົວຂໍ້ ການເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP ຮ່ວມກັບສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ. ສັນຍາ RCEP ໄດ້ເລີ່ມຕົ້ນການເຈລະຈາໃນທ້າຍປີ 2012 ຊຶ່ງມີ 16 ປະເທດເປັນຜູ້ລິເລີ່ມການເຈລະຈາສັນຍາດັ່ງກ່າວ ຄື: 10 ປະເທດອາຊຽນ ແລະ 6 ປະເທດຄູ່ເຈລະຈາ (ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕຣາລີ ແລະ ນິວຊີແລນ) ໂດຍມີເປົ້າໝາຍໃຫ້ສໍາເລັດການເຈລະຈາພາຍໃນ 2 ປີ ແຕ່ເນື່ອງຈາກວ່າ ຜ່ານຂະບວນການເຈລະຈາຕົວຈິງໄດ້ເຮັດໃຫ້ມີການແກ່ຍາວການເຈລະຈາອອກໄປເປັນເວລາ 8 ປີ ຈຶ່ງສໍາເລັດ ຍ້ອນມີຫລາຍປະເດັນທີ່ບໍ່ສະມາດຕົກລົງກັນໄດ້. ສັນຍາ RCEP ດັ່ງກ່າວ ໄດ້ສໍາເລັດການເຈລະຈາ ແລະ ລົງນາມ ໂດຍ 15 ປະເທດສະມາຊິກຍົກເວັ້ນ ອິນເດຍ ໃນວັນທີ 15 ພະຈິກ 2021  ແລະ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022. ສັນຍາ RCEP ດັ່ງກ່າວ ຖືວ່າເປັນສັນຍາເຂດການຄ້າເສລີທີ່ໃຫຍ່, ກວມລວມຮອບດ້ານ ແລະ ທັນສະໄໜທີ່ສຸດໃນປະຈຸບັນ ກວມເອົາປະມານ 30% ຂອງມູນຄ່າການຄ້າໂລກ ແລະ 29,3% ຂອງການລົງທຶນໃນພາກພື້ນ ແລະ ສາກົນ, ຊຶ່ງຖືວ່າເປັນຕະຫຼາດຂະໜາດໃຫຍ່ ແລະ ມີຄວາມສໍາຄັນໃນການຂັບເຄື່ອນເສດຖະກິດ ແລະ ສົ່ງເສີມຂະບວນການຕ່ອງໂສ້ສະໜອງຂອງພາກພື້ນ ແລະ ສາກົນ ໂດຍສະເພາະການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຖົດຖອຍຂອງສະພາບເສດຖະກິດຂອງໂລກໃນປະຈຸບັນ.

ສໍາລັບ ສປປ ລາວ, ໃນຖານະເປັນພາຄີ ຂອງສັນຍາດັ່ງກ່າວນີ້ ແມ່ນມີທັງກາລະໂອກາດ ແລະ ສິ່ງທ້າທ້າຍຫຼາຍອັນທີ່ຈະຕ້ອງໄດ້ປັບປຸງ ແລະ ພັດທະນາບັນດາລະບຽບການຕ່າງໆພາຍໃນ ໃຫ້ສອດຄອງ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໃຫ້ນໍາມາເຊິ່ງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ ສປປ ລາວ ພວກເຮົາ ເວົ້າລວມ ແລະ ແກ່ພາກທຸລະກິດ ແລະ ຜູ້ປະກອບການ, ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເວົ້າສະເພາະ. ສະນັ້ນ, ກອງປະຊຸມສໍາມະນາໃນຄັ້ງນີ້ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທັງໝົດຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ສຸມຈິດສຸມໃຈໃສ່ໃນການຄົ້ນຄວ້າປຶກສາຫາລື ໃນແຕ່ລະປະເດັນ ແຕ່ລະຫົວຂໍ້ຢ່າງລະອຽດ ແລະ ເລິກເຊິ່ງ, ເຫັນໄດ້ ກາລະໂອກາດທີ່ພວກເຮົາຄວນຍາດແຍ່ງ ແລະ ສິ່ງທ້າທ້າຍທີ່ພວກເຮົາຈະຕ້ອງພ້ອມກັນຊອກຫາວິທີແກ້ໄຂເພື່ອຫັນສິ່ງທ້າທ້າຍເຫຼົ່ານັ້ນໃຫ້ກາຍເປັນກາລະໂອກາດນໍາເອົາຜົນປະໂຫຍດສູງສຸດຈາກການເຂົ້າຮ່ວມສັນຍາດັ່ງກ່າວນີ້ມາໃຫ້ ສປປ ລາວ.

IMG_0229

IMG_0239

ຂ່າວ ແລະ ພາບ ໂດຍ ໄພວັນ ໂຄດວັນທາ

About -