ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ຮັດຈິລາວ ຈໍາກັດຜູ້ດຽວເພື່ອຮັບໃຊ້ເຂົ້າໃນວຽກງານ ການຕ້ານພະຍາດໂຄວິດ-19 (COVID-19)
By theu vaenvongsod On 7 May, 2021 At 01:26 PM | Categorized As ຂ່າວສຳຄັນ | With 0 Comments

IMG_5092

        ຕອນ​ເຊົ້າ​ເວລາ  09:30ໂມງ ຂອງວັນທີ 07 ພຶດສະພາ 2021, ທີ່ຫ້ອງຮັບ​ແຂກ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ບໍລິສັດ ຮັດຈິລາວ ຈໍາກັດຜູ້ດຽວ (Hatchi Lao Sole.co.,Ltd) ​ທີ່​ດໍາ​ເນີນ​ທຸລະ​ກິດ ຢູ່ ສປປ ລາວ ຊຶ່ງນໍາ​ພາ​​ໂດຍ ທ່ານ ຜູ້ຈັດການບໍລິສັດ ພ້ອມ​ດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດຮັບ​ມື​ການ​ແຜ່​ລະບາດ​ ຂອງ​ພະຍາດ​ໂຄ​ວິດ19 ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: 1./ ​ເສື້ອ​ກາວ Surgical Isolation Gown Non woven 30g Antibacterial 2./ ໝວກ Sungiral Cap ຊຸດປ້ອງກັນ ແບບໃຊ້ໄດ້ເທື່ອດຽວ ຈໍານວນ 300 ຊຸດ ລວມມູນຄ່າທັງໝົດ 1.350.000 ໂດລາສະຫະລັດ.

IMG_5098 IMG_5096   

      ໃນໂອກາດ​ນີ້ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະໄດ້ນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວແຈກຢາຍ ໃຫ້ແກ່ບັນດາກົມ, ຫ້ອງການ ແລະ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າເພື່ອໃຫ້ພະນັກງານໄດ້ນໍາໃຊ້ຕາມຄວາມເໝາະສົມ ໃນໄລຍະເວລາມາປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ອວຍພອນໄຊ ໃຫ້ບໍລິສັດ ຈົ່ງສືບຕໍ່ດໍາເນີນທຸລະກິດດ້ວຍຄວາມສະດວກ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ພ້ອມທັງສະແດງຄວາມເປັນຫວ່ງ ແລະ ໃຫ້ຄໍາແນະນໍາແກ່ບໍລິສັດໃນການປະສານ​ກັບ ກະຊວງ​ສາທາລະນະ​ສຸກ ​ເພື​່ືອສັກຢາວັກຊິນ​ປ້ອງ​ກັນ​ພະຍາດ​ໂຄ​ວິດ 19 ໃຫ້​​ແກ່ພະນັກງານ​-ກໍາມະກອນ​ພາຍ​ໃນ​ບໍລິສັດ ​ແລະ ​ໂຮງງານ​ດັ່ງກ່າວ.

IMG_5113IMG_5101

 

ຂ່າວ ​ແລະ ພາບ​ໂດຍ: ທ ນ ຖື ​ແຫວນ​ວົງ​ສົດ ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ ​ຜຮ