ຂະບວນການສັກຢາວັກຊິນ ເພື່ອຄວບຄຸມການແຜ່ລະບາດພະຍາດໂຄວິດ-19(COVID-19) ຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 29 Apr, 2021 At 11:01 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2021-04-29 at 10.42.30 AM   

   ຕອນເຊົ້າເວລາ 8: 00 ໂມງ ຂອງວັນທີ 29 ເມສາ 2021 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ຄຳແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດ​ເຂົ້າຮ່ວມ ​ແລະຕ້ອນຮັບ​ຄະນະ​ແພດໝໍລົງ​ມາ​ສັກ​ຢາ  ນໍາພາໂດຍ  ດຣ ໄຊຍະວົງ ບົວທອງທິບ ແພດຊ່ຽວຊານເດັກ, ຮອງຜູ້ອໍານວຍການໂຮງໝໍເດັກ ຊຶ່ງໂຮງໝໍເດັກໄດ້ຮັບການມອບໝາຍ ຈາກກະຊວງສາທາລະນະສຸກໃນການສັກຢາກັນພະຍາດ COVID-19 ໃຫ້ 07 ກະຊວງ ​ໃນ​ນີ້ມີພະນັກງານ​-ລັດຖະກອນ​ ​ແລະ ຄອບຄົວ​ພະນັກງານຈໍານວນ​ໜຶ່ງ ຂອງ​ກະຊວງ ອຄ ຈໍານວນປະມານ 447 ທ່ານ, ຍິງ 202 ທ່ານ ມາ​ຮັບ​ການ​ສັກ​ຢາ​ວັກ​ຊິນ. 

WhatsApp Image 2021-04-29 at 10.42.33 AMWhatsApp Image 2021-04-29 at 10.42.32 AM (2)WhatsApp Image 2021-04-29 at 10.42.33 AM (3)

     ໂອກາດນີ້ ທ່ານ  ປອ ຄຳແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ຣ  ໄຊຍະວົງ ບົວທອງທິບ ແພດຊ່ຽວຊານເດັກ, ຮ​ອງຜູ້ອໍານວຍການໂຮງໝໍເດັກ ​ແລະ ທີມງານແພດທີ່ລົງເຄື່ອນໄຫວ ຊຶ່ງມີຈໍານວນ 40  ຄົນລວມທັງວິຊາການ ແລະ ທີມຊ່ວຍສະໜັບສະໜູນວິຊາການ ​ໃນນີ້, ຢາທີ່ນໍາລົງມາສັກມີ 02 ຊະນິດ ຄື: 1./   Sinopharm   ສັກໃນກຸ່ມ ອາຍຸ 18-59 ປີ ເຂັມ 01 ຫາ ເຂັມ 02 ແມ່ນຫ່າງກັນ  04 ອາທິດ 2. /  Astrazenica ສັກໃນກຸ່ມ 60 ປີ ຂຶ້ນໄປ ແລະ ກຸ່ມຫຼຸດ 60 ປີ ທີ່ມີພະຍາດປະຈໍາຕົວ ເຂັມ 01 ຫາ ເຂັມ 02 ຫ່າງກັນ 08-12 ອາທິດ;

      ການສັກຢາຄັ້ງນີ້ມີຈຸດປະສົງ ເພື່ອ​​ເຮັດ​ໃຫ້ການຄວບ​ຄຸມ ການ​ແຜ່​ລະບາດ​ພະຍາດ​ໂຄ​ວິດ-19 ພາຍ​ໃນ​ປະ​ເທດ ​ບໍ່​ໃຫ້​ແຜ່​ລາມ​ໃນ​ວົງ​ກວ້າງ ແລະ ທາງ​ຄະນະ​ແພດໝໍ ຈະໄດ້ສືບຕໍ່ມາສັກຢາວັກຊີນ ເຂັມທີ 02 ໃຫ້ທຸກກະຊວງຕື່ມໃນໄລຍະຕໍ່ໄປ; ​ໃນກໍລະນີແຕ່ລະກະຊວງມີຜູ້ທີ່ຍັງບໍ່ທັນໄດ້ສັກ ຈະວາງແຜນຈັດຕັ້ງປະຕິບັດຂັ້ນຕໍ່ໄປ.

WhatsApp Image 2021-04-29 at 10.42.32 AM (1)WhatsApp Image 2021-04-29 at 10.42.33 AM (2)WhatsApp Image 2021-04-29 at 10.42.32 AM

ຮູບພາບໂດຍ: ນັກຂ່າວໜັງສືພິມປະຊາຊົນ

ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ