ກອງປະຊຸມເພື່ອຕິດຕາມການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ
By phaikhame evilay On 23 Jun, 2020 At 03:08 PM | Categorized As ຂ່າວສຳຄັນ | With 0 Comments

IMG_9133.1

          ຕອນເຊົ້າ ເວ​ລາ 9: 00 ໂມງ ຂອງວັນທີ 23 ມິຖຸນາ 2020, ທີ່​ຫ້ອງ​ປະ​ຊຸມ​ທາງ​ໄກ ຊັ້ນ 3 ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກາງສະໄໝ ແບບທາງໄກ ຂອງບັນດາລັດຖະມົນຕີ ການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານ ລະດັບພາກພື້ນ ຄັ້ງທີ 10 (The Virtual 10th Regional Comprehensive Economic Partnership (RCEP) Intercessional Ministerial Meeting (RCEP ISSL MM 10th).

IMG_9132.2

            ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອຕິດຕາມການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດບັນດາຜູ້ນໍາ ອາເຊັບ ຄັ້ງທີ 3 ໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ຜ່ານມາ ພ້ອມທັງໃຫ້ທິດຊີ້ນຳໃນການແກ້ໄຂບັນຫາຂໍ້ຄົງຄ້າງຂອງບັນດາປະເທດເຂົ້າຮ່ວມເຈລະຈາ ໂດຍຢືນຢັນຄືນເຖິງຄວາມໝາຍໝັ້ນຂອງບັນດາຜູ້ນໍາອາເຊັບ ເພື່ອກ້າວໄປສູ່ການລົງນາມໃນສັນຍາຂໍ້ຕົກລົງໃນທ້າຍປີ 2020 ທີ່ ສສ ຫວຽດນາມ, ເຊິ່ງກອງປະຊຸມກາງສະໄໝແບບທາງໄກຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງສັນຍາອາເຊັບທີ່ຄວນຈະຕ້ອງເລັ່ງລັດການເຈລະຈາໃຫ້ສໍາເລັດຕາມຄາດໝາຍ, ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໂດຍສະເພາະຕ່ອງໂສ້ການສະໜອງ, ການຄ້າ ແລະ ການລົງທຶນຂອງພາກພື້ນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂຣກໂຄວິດ-19.​

IMG_9138.3

     ສັນຍາຂອບການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ຖືໄດ້ວ່າເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກກວມເອົາປະຊາກອນຫລາຍກວ່າ 1/3 ຂອງໂລກ ໂດຍໄດ້ເລີ່ມຕົ້ນການເຈລະຈາແຕ່ປີ 2012 ເປັນຕົ້ນມາ; ສັນຍາ ອາເຊັບ ເປັນການເຈລະຈາຮ່ວມກັນລະຫວ່າງບັນດາປະເທດສະມາຊິກອາຊຽນ ກັບບັນດາປະເທດຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ສປ ຈີນ, ອິນເດຍ, ນິວຊີແລນ ແລະ ສ ເກົາຫລີ ລວມທັງໝົດ 16 ປະເທດ. ເປົ້າໝາຍຂອງສັນຍາອາເຊັບແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ; ພ້ອມດຽວກັນ, ກໍເປັນການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ ໂດຍຜ່ານລະບົບການຄ້າແບບຫລາຍຝ່າຍ, ການເຊື່ອມໂຍງໃນພາກພື້ນ ກໍຄືການພັດທະນາເສດຖະກິດທັງໃນພາກພື້ນ ແລະ ສາກົນ ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດມີຄວາມກ້າວໜ້າໂດຍເນັ້ນໃສ່ຜັນຂະຫຍາຍສັນຍາທີ່ມີຢູ່ລະຫວ່າງອາຊຽນກັບຄູ່ເຈລະຈາອາຊຽນ ຫຼື ອາຊຽນ + 1.

ຮຽບ​ຮຽງ ໂດຍ: ໄພ​ຄຳ​ອີ ວິ​ໄລ​ຄຳ

 ແຫຼ່ງ​ຂ່າວ ໄດ້​ມາ​ຈາກ ​ກົມນະ​ໂຍ​ບາຍ​ການ​ຄ້າ​ຕ່າງ​ປະ​ເທດ, ກະ​ຊວງ ອ​ຄ.