ຊາວ​ຫນຸ່ມກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ຍ່າງ​ສະ​ເຫລີ​ມສະຫລອງ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ຄ້າ​ໂລກຂອງ​ ສປປ ລາວ,
By admin On 6 Aug, 2011 At 04:00 AM | Categorized As ຂ່າວສຳຄັນ | With 0 Comments

ໃນ​ຕອນ​ເຊົ້າ​ ​ເວລາ 6:30 ຂອງວັນ​ທີ 02 ກຸມພາ 2013,  ​ໄດ້​ມີ​​ພິທີຍ່າງ​ສະ​ເຫລີ​ມສະຫລອງ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ຄ້າ​ໂລກຂອງ​ ສປປ ລາວ ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ຊຶ່ງ​ກໍ່ເປັນ​ວັນ​ດຽວ​ກັບ​ທີ່​ອົງການ​ຄ້າ​ໂລກ ​ໄດ້​ປະກາດ ​ແລະ ຮັບຮອງ​ເອົາ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​ທີ 158 ຂອງ​ອົງການ​ການ​ຄ້າ​ໂລກ ຢ່າງ​ເປັນ​ທາງ​ການ.​ ​​ ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປີດພິທີ​​ໂດຍ ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ປະທານ​ຄະນະ​ປະສານ​ງານ​ລະດັບ​ຊາດວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ ​ແລະ ຄະນະ​ນໍາ​ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ, ພ້ອມ​ທັງຜູ້​ເຂົ້າ​ຮ່ວມຈາກ​ພາກ​ລັດ, ພາກ​ທຸລະ​ກິດ, ສະຖານທູດ ​​ແລະ ອົງການ​ຈັດ​ຕັ້ງ​ສາກົນ ​​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 2000 ​ຄົນ​. ພິທີ​ຍ່າງ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ເລີ່​ມຍ່າງ​ຈາກປະຕູ​ໄຊ ຫາ ສຳນັກງານ​ປະທານ​ປະ​ເທດ ​ແລະ ກັບ​ມາ​ສິ້ນ​ສຸດ​ທີ່​ປະຕູ​ໄຊ. ​​

About -