ລາວເຮົາຈະສວຍໃຊ້ກາລະໂອກາດ ທາງການຄ້າແນວໃດ ຫລັງເຂົ້າ WTO
By admin On 6 Aug, 2011 At 04:18 AM | Categorized As ຂ່າວສຳຄັນ | With 0 Comments

ການເຈລະຈາຕໍ່ລອງທາງດ້ານການຄ້າຂອງຫນ່ວຍປະຕິບັດງານເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກ (WTO)ຂອງ ສປປ ລາວ, ໄດ້ສ້າງກາລະໂອກາດທາງດ້ານການຄ້າສູ່ທຸລະກິດຢ່າງຫລວງຫລາຍ,ໃນຂະນະທີ່ກອງປະຊຸມຫນ່ວຍປະຕິບັດງານຄັ້ງທີ 10 ໄດ້ປະກາດຜົນສຳເລັດຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກແລ້ວ ພຽງແຕ່ລໍຖ້າເຊັນສັນຍາຮັບຮອງໃນທ້າຍເດືອນຕຸລານີ້,ຫລັງຈາກນັ້ນນັກທຸລະກິດລາວຈະສະແຫວງຫາກາລະໂອກາດໄດ້ ຫລື ບໍ່?. ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ,ຖະແຫລງຂ່າວຜົນສຳເລັດການເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ, ມື້ວານນີ້ວ່າ: ກອງປະຊຸມຫນ່ວຍປະຕິບັດງານຄັ້ງທີ 10 ທີ່ຈັດຂຶ້ນເມື່ອວັນທີ 28 ກັນຍາ ທີ່ ເຈນີວາ ປະເທດສະວິດເຊີແລນ,ຖືວ່າເປັນເທື່ອສຸດທ້າຍແລ້ວ ທີ່ມີການພິຈາລະນາສົນທິສັນຍາການເປັນສະມາຊິກ 3 ສະບັບຄື:ບົດລາຍງານປະຕິບັດງານກ່ຽວກັບລະບອບການຄ້າຕ່າງປະເທດ ແລະ ພັນທະທີ່ ສປປ ລາວຮັບເອົາເພື່ອຮັບປະກັນຄວາມສອດຄ່ອງກັບສັນຍາຂອງ WTO; ຕາຕະລາງຫລຸດຜ່ອນອັດຕາພາສີສຳລັບສິນຄ້າກະສິກຳ ແລະ ອຸດສາຫະກຳ; ຕາຕະລາງເປີດຂະແຫນງການບໍລິການ. ແນວໃດກໍ່ຕາມ ເອກກະສານເງື່ອນໄຂທັງຫມົດຂອງ ສປປລາວ ຍັງຈະຍື່ນສະເຫນີຕໍ່ສະພາໃຫຍ່ຂອງອົງການການຄ້າໂລກ ເພື່ອຮັບຮອງເອົາທີ່ຄາດວ່າຈະຈັດຂຶ້ນໃນວັນທີ 26ຕຸລານີ້; ພາຍຫລັງທີ່ຮັບຮອງເອົາແລ້ວ ລັດຖະບານກໍ່ຈະນຳສະເຫນີສະພາໃຫ້ສັດຕະຍາບັນຄາດວ່າໃນທ້າຍເດືອນທັນວາປີນີ້, ແລ້ວຈິ່ງແຈ້ງໃຫ້ສະມາຊິກອົງການການຄ້າໂລກຮູ້, ຫລັງຈາກນັ້ນ 30 ວັນ ສປປ ລາວ ຈະເປັນສະມາຊິກສົມບູນແບບອັດຕະໂນມັດເປັນປະເທດທີ 158.ການເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກຂອງຫນ່ວຍປະຕິບັດງານໄດ້ມີການຕໍ່ລອງກຳນົດເພດານເພື່ອປົກປ້ອງສິດຜົນປະໂຫຍດຂອງພາກທຸລະກິດພາຍໃນ, ໃນຂະນະ ທີ່ກົດຫມາຍ,ລະບຽບການຕ່າງໆທີ່ກ່ຽວພັນເຖິງການຄ້າຫລາຍກວ່າ 90ສະບັບໄດ້ຖືກປັບປຸງສອດຄ່ອງກັບລະບຽບຂອງອົງການການຄ້າໂລກແລ້ວ,ຂະນະດຽວກັນການເຂົ້າເປັນສະມາຊິກສົມບູນຕະຫລາດຂອງລາວກໍ່ຈະເປັນເສລີ ແລະ ໄດ້ຕະຫລາດໃຫຍ່ຂຶ້ນ,ເວລານັ້ນການຄ້າ, ການລົງທຶນຂອງຕ່າງປະເທດກໍ່ຈະຄ່ອຍໄຫລເຂົ້າມາລາວ,ເພາະການເຂົ້າເປັນສະມາຊິກແມ່ນຈະສ້າງຄວາມຫມັ້ນໃຈໃຫ້ນັກລົງທຶນກ້າລົງທຶນໃນລາວ,ເນື່ອງຈາກວ່າເວລາມີບັນຫາສາມາດຕໍ່ລອງໄດ້ງ່າຍ ໂດຍຜ່ານລັດຖະບານ ຫລື ອົງການການຄ້າໂລກໄດ້. ແນວໃດກໍ່ຕາມການເຂົ້າເປັນສະມາຊິກແມ່ນມີຜົນປະໂຫຍດຢ່າງຫລວງຫລາຍຕໍ່ຂະແຫນງການທຸລະກິດ,ເຊິ່ງຍັງຕ້ອງເບິ່ງວ່າທຸລະກິດຈະສາມາດເຂົ້າຫາຜົນປະໂຫຍດ ແລະ ຍາດເອົາຜົນປະໂຫຍດນັ້ນໄດ້ຫນ້ອຍຫລາຍປານໃດ,ໂດຍສະເພາະການຜະລິດສິນຄ້າຕາມລາຍການສິດທິພິເສດທີ່ຫລາຍປະເທດໄດ້ໃຫ້ແກ່ ສປປ ລາວເພາະຜ່ານມາຍັງເຫັນວ່າສິນຄ້າຂາອອກຂອງລາວຍັງບໍ່ທັນເປັນໄປຕາມຕາຕະລາງລາຍການສິນຄ້າສິດທິພິເສດເທົ່າທີ່ຄວນ.

About -