ກອງປະຊຸມເພື່ອປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບຂອດປະສານງານລະຫວ່າງກົມຈັດຕັ້ງ ແລະ ພະນັກງານກັບຫ້ອງການ, ບັນດາກົມອ້ອມຂ້າງ ກະຊວງອຸດສາຫະກຳ ແລະ ການຄ້າ
By phaikhame evilay On 3 Feb, 2023 At 02:45 PM | Categorized As ຂ່າວພາຍໃນ | With 0 Comments

IMG_0205.1

            ໃນຕອນເຊົ້າຂອງວັນທີ 03 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເປີດປະຊຸມເພື່ອປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບຂອດປະສານງານ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຮອງຫົວໜ້າຫ້ອງການ, ບັນດາຮອງຫົວໜ້າກົມ, ຮອງຫົວນ້າສະຖາບັນອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຫົວໜ້າພະແນກສັງລວມ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດຈຳນວນ 40 ທ່ານ
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອເຜີຍແຜ່ ແນະນຳດ້ານວິຊາການ ແລະ ປຶກສາຫາລືກ່ຽວກັບຂອດປະສານງານວຽກງານພະນັກງານ ແລະ ພະນັກງານ ຊຶ່ງບັນຫາທີ່ຍົກຂຶ້ນມາປຶກສາຫາລື ປະກອບດ້ວຍບັນດາວຽກງານທີ່ກ່ຽວຂ້ອງກັບບັນດາພະແນກຂອງກົມດັ່ງນີ້:

  1. ວຽກງານສັງລວມ
  2. ວຽກງານພັກ ແລະ ປ້ອງກັນພັກ-ພະນັກງານ
  3. ວຽກງານກົງຈັກ ແລະ ຄຸ້ມຄອງລັດຖະກອນ
  4. ວຽກງານພັດທະນາບຸກຄະລາກອນ
  5. ວຽກງານນະໂຍບາຍ ແລະ ແຂ່ງຂັນຍ້ອງຍໍ

IMG_0198.2

            ຈາກບັນດາວຽກງານດັ່ງກ່າວໄດ້ມີຜູ້ຕາງໜ້າບັນດາພະແນກພາຍໃນກົມຈັດຕັ້ງ ແລະ ພະນັກງານ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີບົດໂດຍເນັ້ນໃສ່ບາງບັນຫາ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍເສີມຂະຫຍາຍດ້ານດີສືບຕໍ່ຈັດຕັ້ງປະຕິບັດ ສ່ວນບັນດາດ້ານອ່ອນ ແລະ ຂໍ້ຄົງຄ້າງແມ່ນຈະສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ.

IMG_0207.3

            ກອງປະຊຸມຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຂອງຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມຕໍ່ບັນດາຄຳເຫັນ ແລະ ຂໍ້ສະເໜີຕ່າງໆນັ້ນຄະນະຮັບຜິດຊອບໄດ້ຈົດບັນທຶກ ແລະ ຈະມີບົດສະຫຼຸບລາຍງານຜົນການຄົ້ນຄວ້າປຶກສາຫາລື ເພື່ອລາຍງານຂໍທິດຊີ້ນຳຈາກຄະນະນຳກະຊວງ ແລະ ຈະແຈ້ງໃຫ້ພາກສ່ວນກ່ຽວຂ້ອງຮັບຊາບໃນຂັ້ນຕໍ່ໄປ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບດີກວ່າເກົ່າ.

 ພາບ: ໄພຄໍາອີ ວິໄລຄໍາ

ແຫຼ່ງຂ່າວ: ໄດ້ມາຈາກ ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ.