ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານການອຳນວຍຄວາມສະດວກທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ໃນຕອນເຊົ້າ ຂອງວັນທີ 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. … Continue reading →
ໃນຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 23 ມັງກອນ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອີນາ ມາຈູລໍນີເເຕ (Ina MACIULIONYTE), ເອັກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ … Continue reading →
ໃນລະຫວ່າງວັນທີ9 ຫາ 10 ພະຈິກ 2022, ທີີ່ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົັ້າຮ່ວມກອງປະຊຸມພາຍໃຕ້ເສົາຄ້ຳເສດຖະກິດອາຊຽນ ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 – 41 ແລະ ກອງປະຊຸມສຸດຍອດທີີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າກຳປູເຈຍ ໃນຖານະປະທານໝູນວຽນອາຊຽນໃນປີ 2022 ຊຶ່ງໃນນັ້ນມີ: 1) … Continue reading →
ໃນຕອນເຊົ້າ ເວລາ 11:00 ໂມງ ຂອງວັນທີ 16 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Alexander Kremer, Country Manager for the World Bank Lao PDR ຜູ້ຈັດການທະນາຄານໂລກພ້ອມດ້ວຍຄະນະ 9 ທ່ານ … Continue reading →
ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 11 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ C.A. Chaminda I.Colonnne, ເອກອັກຄະລັດຖະທູດ ແຫ່ງ ສີລັງກາ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ ໃນໂອກາດເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນ … Continue reading →
1598 ອຄ.ກຄພນ
ໃນຕອນເຊົ້າເວລາ 10:00 ໂມງ ຂອງວັນທີ 3 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Dr. Urs Buchmam ຮອງປະທານຂອງ Credit Suisse (Hong Kong) ພ້ອມດ້ວຍຄະນະ 23 ທ່ານ ໃນໂອກາດເຂົ້າຢ້ຽມພົບປະ ທ່ານ ລັດມົນຕີ ກະຊວງອຸດສາຫະກໍາ … Continue reading →
ຕອນເຊົ້າວັນພຸດ ວັນທີ 2 ພະຈິກ 2022 ທ່ານ ນາງ ອາລີ ວົງໜໍ່ບຸນ ກໍາມະການສູນການພັກ ປະທານຄະນະບໍລິຫານງານສູນກາງກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານກໍາມະບານ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນໂອກາດນີ້ໄດ້ເຂົ້າພົບປະ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມດ້ວຍຄະນະບໍລິຫານງານທັງສອງເຂົ້າຮ່ວມ. ໂອກາດນີ້ ປະທານໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນບາງຈຸດວ່າ: ໃຫ້ສະຫະພັນກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຕັ້ງປະຕິບັດຕາມແຜນການນຳນຳພາການເຄື່ອນໄຫວວຽກງານສະຫະ ພັນກຳມະບານກະຊວງອຸດສາຫະກຳ ແລະ ການຄ້າ ໃນຕໍ່ໜ້າ ໂດຍສະເພາະໃຫ້ເອົາໃຈໃສ່ຊີ້ນໍານໍາພາວຽກງານການເມືອງ-ແນວຄິດ, ວຽກງານກໍ່ສ້າງ-ບຳລຸງພະນັກງານສະມາຊິກກຳມະບານ, … Continue reading →
ຕອນເຊົ້າຂອງວັນຈັນ ວັນທີ 1 ພະຈິກ 2022 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ສະມາຄົມຫັດຖະກໍາ ໄດ້ຈັດພິທີເປີດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ປະຈຳປີ 2022 (National Handicraft Day) ໂດຍການເຂົ້າຮ່ວເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຮສ. ປອ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ອາລີ ບຸນໜໍ່ບຸນທຳ … Continue reading →