ໃນລະຫວ່າງວັນທີ 23-26 ທັນວາ 2022, ຄະນະຜູ້ແທນລາວ ເຊິ່ງນຳພາໂດຍສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຮາລອງ, … Continue reading →
ວັນທີ 14 ທັນວາ 2022, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເຖິງບັນດາບໍລິສັດ ແລະ ຫົວໜ່ວຍວິສາຫະກິດພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມເຊີນປະມູນສົມທຽບລາຄາກ່ຽວກັບການຕອບສະໜອງເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ, ການສ້ອມແປງບໍາລຸງຮັກສາລະບົບແອເຢັນ-ໄຟຟ້າ ແລະ ສ້ອມແປງນ້ອຍ, ການບໍລິການສ້ອມແປງປ່ຽນຖ່າຍອາໄຫລ່ ແລະ ບໍາລຸງຮັກສາພາຫະນະ, ການບໍລິການອານາໄມຕຶກສໍານັກງານໃຫ້ກະຊວງ ອຄ ປະຈໍາປີ 2023 ຊຶ່ງມີລາຍລະອຽດດັ່ງນີ້: 2816 ຫອຄ
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີິປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X ປະຈຳປີ 2022 ໃນຕອນບ່າຍ ຂອງວັນທີ 15 ທັນວາ 2022 ໃຫ້ກຽດເປັນປະທານ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມ ທ່ານ ດາວສະຫວັນ ເຄືອມີໄຊ ຄະນະພັກ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດຽວກັນນັ້ນ ທ່ານຍັງໄດ້ເປັນກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ໃນຈຳນວນ 47 ສະຫາຍ ຍິງ … Continue reading →
1848 ອຄ. ກຄພນ
ໃນວັນທີ 08 ທັນວາ 2022, ເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ໄດ້ອອກແຈ້ງການ ໂຈະການເຄື່ອນໄຫວທຸລະກິດ ຕໍ່ວິສາຫະກິດທີ່ຖືກຖອນ ໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ 173 ຫົວໜ່ວຍ ຕາມສະໂນດນໍາສົ່ງຈາກກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ສະບັບເລກທີ 1752/ກນງ, ລົງວັນທີ 20 ຕຸລາ 2022 ຊຶ່ງ ລາຍລະອຽດດັ່ງນີ້: 372 ຈທວ ແຫຼ່ງຂ່າວ: ພະແນກຄຸ້ມຄອງທະບຽນວິສາຫະກິດ, ກທຄວ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ … Continue reading →
ແຂວງຈໍາປາສັກ, ວັນທີ 06 ທັນວາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 5 ຂຶ້ນ ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ແລະ ພາກທຸລະກິດ ໃນການສົ່ງເສີມການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ພາກເອກະຊົນ. ກອງປະຊຸມດັ່ງກ່າວ … Continue reading →
1761 ອຄ.ກຄພນ