ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ້ງບັນຫາທີ່ສັງຄົມສົນໃຈ

     ປັດຈຸບັນ ບັນຫາທີ່ສັງຄົມມີຄວາມສົນໃຈທີ່ກ່ຽວຂ້ອງກັບຂະແໜງອຸດສາຫະ ກຳແລະ ການຄ້າມີດັ່ງນີ້: ການດັດສົມໂຮງເລື່ອຍ, ​ໂຮງຊອຍແລະໂຮງເຟີນີເຈີຕ່າງໆ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ການຄຸ້ມຄອງຕະຫຼາດຂາຍຍົກ-ຂາຍຍ່ອຍ, ການຄຸ້ມຄອງລາຄາແລະ ຄຸນນະພາບຂອງສິນຄ້າ, ການຄຸ້ມຄອງສິນຄ້າທີ່ນຳເຂົ້າ, ການຕ້ານການຄ້າຂາຍສິນຄ້າເຖື່ອນ, ສິນຄ້າຜິດກົດໝາຍ. ​ເປັນຕົ້ນແມ່ນການລັກລອບນຳເຂົ້າແລະ ຈຳໜ່າຍ ສິນຄ້າຟູມເຟືອຍ, ການສົ່ງເສີມທຸລະກິດຂະໜາດນ້ອຍ-ກາງແລະ ທຸລະກິດຂອງປະຊາຊົນ.

      ຕໍ່ຄວາມສົນໃຈດັ່ງກ່າວເຊິ່ງທັງໝົດລ້ວນແຕ່ເປັນບັນຫາສຳຄັນ ທີ່ສະມາຊິກສະພາແຫ່ງຊາດໄດ້ຢິບຍົກຂຶ້ນມາຖາມຕໍ່ກະຊວງອຸດສາຫະກຳແລະ ການຄ້າເພື່ອຢາກຮູ້ເຖິງຄວາມຄືບໜ້າໃນການແກ້ໄຂໃນໄລຍະຜ່ານມາແລະ ມາດຕະການຄຸ້ມຄອງໃນຕໍ່ໜ້າເພື່ອຮັບປະກັນຜົນປະໂຫຍດລວມຂອງຊາດ. ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະ ການຄ້າ ກໍ່ໄດ້ຂຶ້ນຊີ້ແຈງຕໍ່ສະພາແຫ່ງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

      ຜ່ານການດັດສົມຂາດຕົວໂຮງງານປຸງແຕ່ງໄມ້ໃນທົ່ວປະເທດມາຮອດເດືອນ 10 ປີ 2009 ​ເຫັນວ່າມີໂຮງງານປຸງແຕ່ງໄມ້ທີ່ມີເງື່ອນໄຂສຶບຕໍ່ດຳ​ເນີນ​ກິດຈະການ​ໄດ້ທັງໝົດ 849 ​ແຫ່ງ (ບໍ່ລວມແຂວງສະຫັວນນະເຂດ, ​ເຊກອງແລະ ອັດຕະປືເນື່ອງຈາກບໍ່ທັນຕົກລົງເປັນເອກະພາບກັບແຂວງ).  ນອກນັ້ນແມ່ນໂຮງງານທີ່ຕ້ອງໄດ້ປັບປຸງແລະ ຖືກໃຫ້ຢຸດເຊົາຖາວອນ, ການມອບຮັບບັນຊີໂຮງງານປຸງແຕ່ງໄມ້ຈາກ ກະຊວງກະສິກຳແລະ ປ່າໄມ້ໃນກາງປີ 2006 ມີຈຳນວນໂຮງງານທັງໝົດ 1.333 ​ແຫ່ງ. ອີງຕາມການສຳຫຼວດຕົວຈິງຂອງຂະແໜງອຸດສາຫະກຳແລະ ການຄ້າ, ​ເຫັນວ່າໃນທົ່ວປະເທດມີໂຮງງານປຸງ​​ແຕ່ງໄມ້ ທັງໝົດ 2.102 ​ແຫ່ງ.

      ສຳລັບອຸດສາຫະກຳປຸງແຕ່ງກະສິກຳ, ກວມເອົາ 60%, ​ແຕ່ວ່າກະຊວງຍັງຈະໄດ້ແກ້ໄຂບາງບັນຫາທີ່ເຫັນວ່າມີຄວາມຈຳເປັນຕໍ່ການພັດທະນາຂອງອຸດສາຫະກຳປຸງແຕ່ງເຊັ່ນ: ການສະໜອງວັດຖຸດິບໃຫ້ໂຮງງານ ຊຶ່ງໃນນີ້ຈະໄດ້ສຶກສາແລະ ຊ່ວຍຫາວິທີຫຼຸດຜ່ອນຕົ້ນທຶນການຜະລິດ, ປະສານກັບຂະແໜງການທີ່ກ່ຽວຂ້ອງໃນການແກ້ໄຂບັນຫາທຶນເພື່ອນຳໃຊ້ເຂົ້າໃນການສ້າງໂຮງງານໂດຍມີຈຸດປະສົງສົ່ງເສີມແລະເຜີຍແຜ່ເຕັກໂນໂລຊີ, ​ແກ້ໄຂບັນຫາແຮງງານແລະ ການຝຶກສີມືແຮງງານ. ຂະນະດຽວກັນ ກະຊວງອຸດສາຫະກຳແລະ ການຄ້າ ກໍ່ໄດ້ເອົາໃຈໃສ່ດຶງດູດການລົງທຶນພາຍໃນແລະ ຕ່າງປະເທດໂດຍການຄົ້ນຄ້ວາສ້າງເຂດນິຄົມອຸດສາຫະກຳ, ​ແກ້ໄຂບັນຫາການເຂົ້າຕະຫຼາດຈາກການເຈລະຈາການຄ້າ, ສົ່ງເສີມກິດຈະກຳການສົ່ງອອກແລະ ຊ່ວຍເຫຼືອຜູ້ດຳເນີນທຸລະກິດສົ່ງອອກຕົວຈິງທີ່ປະສົບບັນຫາ.

      ສ່ວນການຄຸ້ມຄອງລາຄາແລະ ຄຸນນະພາບສິນຄ້າ, ການຄຸ້ມຄອງສິນຄ້າທີ່ນຳເຂົ້າ, ການຕ້ານການຄ້າຂາຍສິນຄ້າເຖື່ອນ ສິນຄ້າຜິດກົດໝາຍ, ກະຊວງຈະຄົ້ນຄ້ວາສະເໜີນະໂຍບາຍແລະ ລະບຽບກົດໝາຍກ່ຽວກັບການນຳເຂົ້າສິນຄ້າ, ການແບ່ງງານລະຫວ່າງເຈົ້າໜ້າທີ່ພາສີ, ​ເຈົ້າໜ້າທີ່ຕຳຫຼວດເສດຖະກິດ, ​ເຈົ້າໜ້າທີ່ກວດກາການຄ້າກ່ຽວກັບການຄຸ້ມຄອງ ການນຳເຂົ້າສິນຄ້າໃຫ້ເຂົ້າໃຈແຈ້ງຕາມພາລະບົດບາດ.

 

​ໂດຍ​: ຄຳ​ສອນ​ວັນ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004