ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ການພົບປະສອງຝ່າຍ ສປປລາວ-ອາເມລິກາ ກ່ຽວກັບການເຂົ້າເປັນສະມາຊິກ WTO

 

 

ໃນລະຫວ່າງວັນທີ 15-16 ກໍລະກົດ 2010 ຜ່ານມານີ້, ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ແລະ ກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພົບປະເຈລະຈາສອງຝ່າຍ ກັບ ສະຫະລັດອາເມລິກາ ກ່ຽວກັບວຽກງານການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ ທີ່ ນະຄອນວໍຊິງຕັນ ດີຊີ, ສະຫະລັດອາເມລິກາ.​

 

ການເດີນທາງໄປເຈລະຈາດັ່ງກ່າວ ເປັນການຕອບຮັບຕາມຄຳເຊີນຂອງຝ່າຍສະຫະລັດອາເມລິກາ ແລະ ຖືວ່າປະສົບຜົນສຳເລັດສູງຕາມຄາດໝາຍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ Demetrios Marantis, ຮອງຫົວໜ້າສຳນັກງານຜູ້ຕາງໜ້າຖາວອນການຄ້າ ສະຫະລັດອາເມລິກາ (USTR). ທັງສອງຝ່າຍໄດ້ສືບຕໍ່ການເຈລະຈາບັນຫາຄ້າງຄາ ລວມທັງ ການເປີດຕະຫຼາດດ້ານສິນຄ້າ ແລະ ດ້ານບໍລິການ ພ້ອມທັງ ປຶກສາຫາລືກ່ຽວກັບຄວາມຄືບໜ້າ ການປັບປຸງນິຕິກຳຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບຫຼັກການ ກໍຄື ສັນຍາຂອງອົງການ ການຄ້າໂລກ ລວມທັງ ການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ການປະເມີນມູນຄ່າແຈ້ງພາສີ, ສຸຂານາໄມ ແລະ ສຸຂານາໄມພືດ, ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ນະໂຍບາຍສົ່ງເສີມ ການລົງທຶນ ແລະ ຊັບສິນທາງປັນຍາ.

 

ສປປ ລາວ ໄດ້ຮັບສະຖານະສາຍພົວພັນການຄ້າແບບປົກກະຕິ (Normal Trade Relation: NTR) ໃນຕົ້ນປີ 2005 ຊຶ່ງເຮັດໃຫ້ທຸລະກິດລາວສາມາດສົ່ງອອກສິນຄ້າ ແລະ ລົງທຶນໃນ ຂະແໜງບໍລິການ ໃນສະຫະລັດອາເມລິກາ​ເຊັ່ນ​ດຽວ​ກັບ​ສະມາຊິກອື່ນໆ ​ເຖິງ​ແມ່ນ​ວ່າ ສປປ ລາວ ຍັງ​ບໍ່​ທັນ​ໄດ້​ເປັນ​ສະມາຊິກ ອຄລ ກໍ່ຕາມ.​ ພ້ອມ​ນີ້, ສະຫະລັດ​ອາ​ເມ​ລິ​ກາ ກໍ​ຕັດ ສປປ ລາວ ອອກ​ຈາກ​ບັນຊີ​ດຳ​ການ​ຄ້າ (Blacklist) ​ໃນ​ເດືອນມິຖຸນາ 2009 ​​ເພື່ອ​ໃຫ້​ທຸລະ​ກິດ​ທີ່​ຄ້າ​ຂາຍກັບ​ສະຫະລັດ​ອາ​​ເມລິ​ກາ ​ສາມາດເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ທະນາຄານ​ສົ່ງ​ເສີມ​ການ​ຄ້າ​ຕ່າງປະ​ເທດ (Exim Bank) ຂອງສະຫະລັດ​ອາ​ເມ​ລິ​ກາ. ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ ອຄລ ​ແລ້ວ, ສປປ ລາວ ຍັງຈະ​ສາມາດ​ສະ​ເໜີ​ຂໍ​ສິດທິ​ພິ​ເສດ​ທາງ​ການ​ຄ້າ (GSP) ​ຈາກ​ສະຫະລັດ​ອາ​ເມ​ລິ​ກາ.  

 

ວຽກງານການເຂົ້າເປັນສະມາຊິກອົງການການຄ້າໂລກ ເປັນບຸລິມະສິດໜຶ່ງທີ່ສຳຄັນຂອງພັກ ແລະ ລັດຖະບານ ຊຶ່ງ ສປປ ລາວ ກໍໄດ້ມີການທົບທວນ ແລະ ປັບປຸງທາງດ້ານນິຕິກຳຕ່າງໆ ທີ່ຕິດພັນກັບການຄ້າ ຕາມແນວທາງການເຊື່ອມໂຍງເສດ ຖະກິດກັບສາກົນ ແລະ ສ້າງເປັນລັດ ແຫ່ງກົດໝາຍ ໃນການປັບປຸງສະພາບແວດລ້ອມທຸລະກິດ-ການຄ້າ,​ ຊຸກຍູ້ການສົ່ງອອກ ແລະ ດຶງດູດການລົງທຶນ ແລະ  ສ້າງວຽກເຮັດງານທຳ ກໍຄື ລົບລ້າງຄວາມທຸກຍາກ.

 

ນັບແຕ່ສະໝັກເຂົ້າເປັນສະມາຊິກ ອຄລ ໃນປີ 1997 ເປັນຕົ້ນມາ, ສປປ ລາວ ໄດ້ກະກຽມ ແລະ ສຳເລັດເອກະສານຈຳນວນໜຶ່ງ ລວມທັງ ບົດຊ່ວຍຈຳກ່ຽວກັບລະບອບການຄ້າຕ່າງປະເທດ, ຕອບຄຳ​ຖາມສະມາຊິກ ອຄລ ຫຼາຍກວ່າ 700​ ຂໍ້, ແບບສອບຖາມ ແລະ ແຜນປະຕິບັດງານ ປັບປຸງນິຕິກຳ ຈຳນວນ​ໜຶ່ງ ພ້ອມທັງ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານແລ້ວ 5 ຄັ້ງ ແລະ ສຳເລັດການເຈລະຈາເປີດຕະຫຼາດແບບສອງຝ່າຍກັບ 2-3 ສະມາຊິກ ແລະ ກອງປະຊຸມ ຄັ້ງ ຕໍ່ໄປຈະຈັດຢູ່ເຈນີວາ, ສະວິດເຊີແລນ ໃນທ້າຍເດືອນກັນຍາ 2010 ນີ້.  ໃນກອງປະຊຸມໜ່ວຍ ປະຕິບັດງານ ຄັ້ງ​ທີ 5 ​ໃນ​ເດືອນກໍລະກົດ 2009 ສະມາຊິກອົງການການຄ້າໂລກ ເຫັນດີໃຫ້ ສປປ ລາວ ຍົກບົດສັງລວມຄວາມຄືບໜ້າການ​ເຂົ້າ​ເປັນ​ສະມາຊິກ (factual summary) ຂື້ນເປັນ ຮ່າງບົດລາຍງານກອງປະຊຸມໜ່ວຍປະຕິບັດງານ (elements of working party report), ຊຶ່ງເປັນໄລຍະເກືອບສຸດທ້າຍຂອງການເຈລະຈາ​ເຂົ້​າ​ເປັນ​ສະມາຊິກ ອຄລ ຂອງ ສປປ ລາວ.​

 

 ແຫຼ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ                                                      


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004