|
ປະເທດສະວິດສະໜັບສະໜູນລາວ ໃນການເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ
ປະເທດສະວິດເປັນປະເທດໜຶ່ງ ທີ່ສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ດ້ວຍການຊ່ວຍເຫຼືອທາງດ້ານທຶນຮອນ ເພື່ອນຳໃຊ້ເຂົ້າໃນການກະກຽມເງື່ອນໄຂຕ່າງໆ.
ພິທີເຊັນສັນຍາໂຄງການ “ ສະໜັບສະໜູນການເຂົ້າເປັນສະມາຊິກອົງການໆຄ້າໂລກ ສປປ ລາວ ” ໃນໄລຍະສອງ (ເດືອນກຸມພາ 2010-ກໍລະກົດ 2012) ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງປະເທດສະວິດ ໄດ້ມີຂຶ້ນໃນວັນທີ 15 ມິຖຸນາ 2010 ນີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການຮ່ວມລົງນາມໂດຍ ທ່ານ ສົມຈິດ ອິນທະມິດ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄຣິດສະຕົຟ ເບີເກນເນີ ເອກອັກຄະລັດຖະທູດປະເທດສະວິດ ປະຈຳລາວ.
ໃນໂອກາດນີ້ ທ່ານ ເບີເກນເນີ ໄດ້ສະແດງຄວາມຮູ້ສຶກວ່າ ພວກເຮົາພໍໃຈຕໍ່ການເຄື່ອນໄຫວວຽກງານຂອງໜ່ວຍງານກະກຽມເຂົ້າເປັນສະມາຊິກອົງການໆຄ້າໂລກຂອງລາວ ແລະ ມີຄວາມເຕັມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ອີກຕໍ່ໄປເພື່ອໃຫ້ປະສົບຜົນສຳເລັດໃນການເຂົ້າເປັນສະມາຊິກອົງການນີ້ ແລະ ເຊື່ອວ່າເປົ້າໝາຍດັ່ງກ່າວຂອງລາວຄົງຈະເກີດຜົນເປັນຈິງໃນອະນາຄົດອັນໃກ້ໆນີ້.
ສປປ ລາວ ໄດ້ສະເໜີເຂົ້າເປັນສະມາຊິກອົງການໆຄ້າໂລກໃນປີ 1997 ແລະ ນັບແຕ່ນັ້ນມາ ໄດ້ເຄື່ອນໄຫວປະຕິບັດກິດຈະກຳຕ່າງໆ ຢ່າງຫ້າວຫັນ ເພື່ອບັນລຸເປົ້າໝາຍທີ່ໄດ້ຕັ້ງໃວ້. ທ່ານ ສົມຈິດ ອິນທະມິດ ໄດ້ຢັ້ງຢືນວ່າ: ພວກເຮົາໄດ້ມີຄວາມກ້າວໜ້າຫຼາຍຢ່າງ ໃນການກະກຽມເງື່ອນໄຂ ເພື່ອກ້າວສູ່ຄວາມສຳເລັດ ເປັນຕົ້ນແມ່ນການປັບປຸງຂໍ້ກຳນົດ, ກົດລະບຽບຫຼັກການ, ກົດໝາຍຕ່າງໆໃຫ້ສອດຄ່ອງກັບກົດລະບຽບຫຼັກການ ຂອງອົງການໆຄ້າໂລກ. ການ ຮ່ວມລົງນາມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຈິງໃຈ ຂອງປະເທດສະວິດ ໃນການສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ. ທ່ານ ຍັງໄດ້ກ່າວວ່າ: ສປປ ລາວ ຕັ້ງຢູ່ໃນເຂດທີ່ຫ້ອມລ້ອມດ້ວຍບັນດາປະເທດທີ່ມີທ່າແຮງທາງດ້ານເສດຖະກິດ ແລະ ເງື່ອນໄຂທາງດ້ານທຸລະກິດ. ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກທ່າແຮງນີ້, ປະເທດລາວຕ້ອງເຊື່ອມໂຍງເຂົ້າກັບປະເທດຕ່າງໆໃນພາກພື້ນ ແລະ ໃນໂລກຢ່າງເຕັມປ່ຽມ. ສະນັ້ນ ມັນຈຶ່ງມີຄວາມຈຳເປັນທີ່ ສປປ ລາວ ຕ້ອງສູ້ຊົນໃຫ້ຕົນເອງໄດ້ເຂົ້າເປັນສະມາຊິກຂອງອົງການໆຄ້າໂລກເຊິ່ງໃນປັດຈຸບັນມີສະມາຊິກທັງໝົດ 153 ປະເທດ ແລະ ກວມເອົາ 90% ຂອງເຂດການຄ້າໂລກ.
ແຫຼ່ງຂ່າວ: ໜັງສືພີມການຄ້າ
ໂດຍ: ຄຳສອນວັນ
- ກັບຄືນ -
|