ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ກອງປະຊຸມວຽກງານອຸດສາຫະກຳ ແລະ ການຄ້າ ປະຈຳສົກປີ 2009-2010 ຄັ້ງວັນທີ 31ພຶດສະພາ -1 ມິຖຸນາ 2010.

 

 

ໃນວັນທີ 31 ພຶດສະພາ - 1 ມີ​ຖຸນາ 2010 ທີ່ຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມວຽກງານ ອຸດສາຫະກຳ ແລະ ການຄ້າ ປະຈຳສົກປີ 2009-2010 ຂຶ້ນຢູ່ທີ່ ຫ້ອງປະຊຸມ ໂຮງແຮມ ດອນຈັນ ພາເລສ. ໂດຍການເປັນປະທານຂອງ ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ. ເປັນກຽດເຂົ້າຮ່ວມກອງປະຊຸມ ດັ່ງກ່າວ ປະກອບດ້ວຍ:​ ຮອງເຈົ້າແຂວງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ຕາງໜ້າຈາກບັນດາກະຊວງ. ທັງໝົດມີຜູ້ເຂົ້າຮ່ວມ 190 ຄົນ. ຈຸດປະສົງຂອງການຈັດກອງປະຊຸມ ວຽກງານອຸດສາຫະກຳ ແລະ ການຄ້າໃນຄັ້ງນີ້ ແມ່ນເພື່ອ:

1.   ສັງ​ເກດ​ຕີ​ລາຄາສະພາບ​ການຈັດຕັ້ງປະຕິບັດ​ແຜນ​ການພັດທະນາ ແລະ ການຄຸ້ມຄອງວຽກ ງານ ອຸດສາຫະກຳ ແລະ ການຄ້າ 5 ປີ ຄັ້ງທີ່ VI  ​ແລະ ​ແຜນ​ພັດທະນາ​ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ 5 ປີ ຄັ້ງທີ່ VII (2011​-2015);

2.   ສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດແຜນການພັດທະນາ ແລະ ການຄຸ້ມຄອງວຽກ ງານ ອຸດສາຫະກຳ ແລະ ການຄ້າ ສົກປີ 2008-2009;  ສະຫຼຸບ 6 ເດືອນ ຕົ້ນ​ປີ ແລະ ຄາດ​ຄະ​ເນ ການຈັດຕັ້ງປະຕິບັດ​ ບັນດາ​ຄາດ​ໝາຍ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2009-2010 ແລະ ແຜນສົກປີ 2010-2011;

3.    ລົງ​ເລິກ​ແຕ່​ລະ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ອີກ​ຈຳນວນ​ໜຶ່ງ;

4.  ຟັງການເຜີຍແຜ່ບາງບົດຮຽນຈາກພາກສ່ວນທຸລະກິດ ໃນການດຳເນີນທຸລະກິດຕົວຈິງ ເພື່ອ ເປັນແບບຢ່າງ ແລະ ເປັນການແລກປ່ຽນບົດຮຽນລະຫ່ວາງ ພາກລັດ ແລະ ເອກະຊົນ.

 

ຜົນສຳ​ເລັດ​ທີ່​ພົ້ນເດັ່ນ​ໃນ​ການ​ພັດທະນາຂອງ​ຂະ​ແໜງ​ການ​ໃນ​ໄລຍະ 5 ປີ ຜ່ານ​ມາ:

1.  ການ​ຂະຫຍາຍຕົວ​ດ້ານ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະ​ກຳ

ຍອດ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ: (2006​-2010) ຄາດ​ຄະ​ເນ​ປະຕິບັດ​ໄດ້ 1.834,34 ຕື້ກີບ ອັດຕາ​ການ​ຂະຫຍາຍຕົວ​ສະ​ເລ່ຍ 10,73% ຕໍ່​ປີ (​ແຜນການ​ແມ່ນ 11,51%) ທຽບ​ໃສ່ ແຜນການ 5 ປີ ປະຕິບັດ​ໄດ້ 97,78%. ການ​ຜະລິດ​ຂອງ​ຂະ​ແໜງ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ​ເດັ່ນ​ກວ່າ​ໝູ່​ແມ່ນ ຂະ​ແໜງ​ປຸງ​ແຕ່​ງອ​າຫານ ແລະ ​ເຄື່ອງ​ດື່ມ, ວັດ​ສະ​ດຸ​ກໍ່ສ້າງ, ຕັດຫຍິບ, ຢາສູບ, ​ເກີບ

​ໂຮງງານ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ ທົ່ວ​ປະ​ເທດ​ໃນ​ປັດຈຸບັນ​ມີ​ທັງ​ໝົດ 24,149 ຫົວໜ່ວຍ ​ໃນ​ນີ້ມີ​ໂຮງງານ​ຂະໜາດ​ໃຫຍ່ 363 ຫົວໜ່ວຍ; ຂະໜາດ​ກາງ 424 ຫົວໜ່ວຍ ​ແລະ ຂະໜາດ​ນ້ອຍ 23,362 ຫົວໜ່ວຍ. ການ​ລົງທຶນ​ດ້ານ​ອຸດສາຫະກຳ​ປຸງ​ແຕ່ງ​ມີ​ມູນ​ຄ່າ​ທັງ​ໝົດ 15,102 ຕື້ກີບ, ​ໃນ​ນີ້​ເປັນ​ທຶນ​ຄົງ​ທີ່ 12,926 ຕື້ກີບ. ບັນດາ​ໂຮງງານ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ​ເຫຼົ່ານີ້ ໄດ້ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ທັງ​ໝົດ 115,540 ຄົນ, ​ໃນ​ນັ້ນມີ​ແຮງ​ງານ​ຕ່າງປະ​ເທດ 4,342 ຄົນ.

ສຳລັບ 4 ເດືອນ​ຕົ້ນ​ປີ​ສົກ 2009-2010 ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ ຄາດ​ຄະ​ເນ​ປະຕິບັດ​ໄດ້ 217,11 ຕື້ກີບ, ​ເພີ່ມ​ຂຶ້ນ 6,87% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີ 2008-2009 ທຽບ​ໃສ່​ແຜນ​ການ​ປະຕິບັດ​ໄດ້ 50% ຄາດ​ຄະ​ເນ 6 ເດືອນ​ທ້າຍ​ປີບັນລຸ​ໄດ້ 225,67 ຕື້ກີບ, ຄາດ​ຄະ​ເນ​ໝົດ​ປີ (2009-10) 442,79 ຕື້ກີບ.

 

2.  ການ​ຄ້າ​ພາຍ​ໃນ

ລວມມູນ​ຄ່າຈໍລະ​ຈອນ​ສິນຄ້າ​ພາຍ​ ໃນ​ໄລຍະ 5 ປີ 2006-2010 ບັນລຸ​ໄດ້ 29,395 ຕື້ກີບ ​ເພີ່ມ​ຂຶ້ນສະ​ເລ່ຍ 11% ຕໍ່​ປີ. ລາຄານ້ຳມັນ​ເຊື້ອ​ໄຟ​ໃນ​ຮອບ 5 ປີຜ່ານມາ ​ໄດ້​ມາ​ການ​ປັບ​ລາຄາ​ທັງ​ໝົດ 74 ຄັ້ງ ​ໃນ​ນີ້ປັບ​ຫຼຸດ​ລົງ 46 ຄັ້ງ ​ແລະ ອາຍ​ແກ​ສຫຸງ​ຕົ້ມ​ປັບ​ທັງ​ໝົດ 15 ຄັ້ງ ​ໃນ​ນີ້ປັບ​ລົງ 3 ຄັ້ງ.

ປັດຈຸບັນ ທົ່ວ​ປະ​ເທດ​ມີ​ຕະຫຼາດ​ທັງ​ໝົດ 628 ແຫ່ງ ​ໃນ​ນີ້ຕະຫຼາດ​ໃຫ່ຍ 73 ແຫ່ງ, ລະດັບ​ກາງ 156 ແຫ່ງ, ລະດັບ​ນ້ອຍ ​ແລະ ຕະຫຼາດນັດ 429 ແຫ່ງ. ເວົ້າ​ລວມ ຕະຫຼາດ​ຢູ່​ບັນດາ​ຕົວ​ເມືອງ​ໃຫ່ຍໆ ໃນ​ທົ່ວ​ປະ​ເທດ ​ໄດ້​ຮັບ​ການ​ຂະຫຍາຍ ​ເຮັດ​ໃຫ້ການ​ແລກປ່ຽນ​ຊື້-ຂາຍ ​ແລະ ຈໍລະ​ຈອນ​ແຈກ​ຢາຍ​ສິນຄ້າ​ສາມາດ​ລົງ​ສູ່​ຊົນນະບົດ ​ແລະ ບ່ອນ​ຫ່າງ​ໄກ​ສອກຫຼີກ. ນອກ​ນີ້ຍັງ​ມີ​ດ່ານ​ຊາຍ​ແດນ​ສາກົນ 17 ແຫ່ງ, ດ່ານ​ທ້ອງ​ຖິ່ນ 43 ແຫ່ງ ​ແລະ ຈຸດ​ຊາຍ​ແດນ​ຊື້-ຂາຍ​ແລກປ່ຽນ​ຂອງ​ປະຊາຊົນ 63 ແຫ່ງ.

 

3.  ການ​ຄ້າ​ຕ່າງປະ​ເທດ

+ ດ້ານ​ການ​ສົ່ງ​ອອກ

ລວມຍອດ​ມູນ​ຄ່າ​ຂາ​ອອກ 5 ປີ ຄາດ​ວ່າ​ຈະ​ບັນລຸ​ໄດ້​ປະມານ 5,12 ຕື້​ໂດ​ລາສະຫະລັດ ທຽບ​ໃສ່​ແຜນການ 5 ປີ ທີ່​ວາງ​​ໄວ້​ເພີ່ມ​ຂຶ້ນ 46,86% ອັດຕາ​ເພີ່ມ​ສະ​ເລ່ຍຂອງ​ການ​ສົ່ງ​ອອກ​ຕໍ່​ປີ​ເທົ່າ​ກັບ 24,38% ມູນ​ຄ່າ​ການ​ສົ່ງ​ອອກ​ໃນ​ປີ​ທ້າຍ​ສະ​ໄໝ​ຂອງ​ແຜນການ (2010) ຄາດ​ຄະ​ເນ​ບັນລຸ​ໄດ້ 1,046 ລ້ານ​ໂດ​ລາ​ສະຫະລັດ. ໃນ​ນັ້ນ ມູນ​ຄ່າ​ການ​ສົ່ງ​ອອກ​ແຮ່​ທາດ​ກວມ 55,74%, ອຸດສາຫະກຳ ​ແລະ ຫັດຖະກຳ 17,81%, ພະລັງງານ​ໄຟຟ້າ 10,04%, ​ໄມ້ ແລະ ຜະລິດ​ຕະພັນ​ໄມ້ 6,95% ​ແລະ ສິນຄ້າ​ກະສິກຳ ​ແລະ ສັດລ້ຽງ 6,93%.

ຕະຫຼາດ​ສົ່ງ​ອອກ​ຂອງ​ລາວ​ໃນ 5 ປີ ຜ່ານ​ມາ​ໄດ້​ແກ່: ຕະຫຼາດ​ອາຊີ ກວມ 67,54%, ອີ​ຢູ ກວມ 20,40%, ​ໂອ​ເຊ​ອາ​ນີ 10,04% ​ແລະ ອາ​ເມ​ລິ​ກາ​ເໜືອ 2,02%. ໃນນັ້ນ ອາ​ຊຽນ ກວມ 53,55% ສະ​ເພາະ​ແຕ່​ປະ​ເທດ​ໄທ​ມີ​ສ່ວນ​ແບ່ງ 36,09% ​ແລະ ຫວຽດນາມ 11,37%. ມາ​ຮອດ​ປັດຈຸບັນ ໄດ້ຮັບ​ສິດທິ​ພິ​ເສດ​ດ້ານ​ພາສີ​ນຳ​ເຂົ້າ​ທັງ​ໝົດ​ຈາກ 50 ປະ​ເທດ.

ສຳລັບ​ມູນ​ຄ່າ​ການ​ສົ່ງ​ອອກ 4 ເດືອນຕົ້ນ​ສົກ​ປີ 2009-10 ຄາດ​ຄະ​ເນ​ປະຕິບັດ​ໄດ້ 580,80 ລ້ານ​ໂດ​ລາ ​ເທົ່າ​ກັບ 55,52% ຂອງ​ຕົວ​ເລກ​ແຜນການ​ປີ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານມາ ​ເພີ່ມ​ຂຶ້ນ 8,48%.

   + ດ້ານ​ການ​ນຳ​ເຂົ້າ

      ຍອດ​ມູນ​ຄ່າ​ຂາ​ເຂົ້າ 5 ປີ ຄາດ​ຄະ​ເນ​ບັນລຸ​ໄດ້ 5,06 ຕື້​ໂດ​ລາ​ສະຫະ​ລັດ ທຽບ​ໃສ່​ແຜນການ​ປະຕິບັດ​ໄດ້​ລື່ນ 24,10% ​ເພີ່ມ​ສະ​ເລ່ຍ 13,44% ຕໍ່​ປີ, ມູນ​ຄ່າ​ການ​ນຳ​ເຂົ້າ​ສົກ​ປີ 2009-2010 ຄາດ​ຄະ​ເນ​ບັນລຸ​ໄດ້ 1,16 ຕື້ກີບ. ການ​ນຳ​ເຂົ້າ​ສ່ວນ​ໃຫ່ຍ​ແມ່ນ​ການ​ນຳ​ເຂົ້າ​ເພື່ອ​ຊົມ​ໃຊ້ ແລະ ຈຳໜ່າຍ​ພາຍ​ໃນ ຫຼາຍ​ກວ່າ 60%. ໃນ​ນັ້ນ ນ້ຳມັນ​ເຊື້ອ​ໄຟ​ກວມ​ອັດ​ສ່ວນ 21,41%, ພະ​ຫະນະ ​ແລະ ສິ້ນສ່ວນ 9,97%, ສະບຽງອາຫານ 2,18%, ​ເຄື່ອງນຸ່ງ​ຫົ່ມ 2,04%, ​ເຄື່ອງ​ກໍ່ສ້າງ 2,73% ​ແລະ ​ໄຟຟ້າ 1,96%, ວັດຖຸ​ດິບ​ສຳລັບ​ຕັດຫຍິບ 9,09%, ສິນຄ້າ​ນຳ​ເຂົ້າ​ຮັບ​ໃຊ້​ການ​ຜະລິດ​ອຸດສາຫະກຳ 10,12% ​ແລະ ອື່ນໆ.

      ຕະຫຼາດ​ນຳ​ເຂົ້າຂອງ​ລາວ​ສ່ວນ​ໃຫ່ຍ​ແມ່ນ​ມາ​ຈາກ ກຸ່ມ​ປະ​ເທດ​ອາຊີ ກວມ 96%, ອີ​ຢູ 2,3%​ເຫຼືອ​ນັ້ນ​ແມ່ນ​ນຳ​​ເຂົ້າ​ຈາກ​ທະວີ​ອາ​ເມ​ລິ​ກາ​ເໜືອ ​ແລະ ທະວີ​ໂອ​ເຊ​ອາ​ນີ. ໃນ​ນີ້ ສປປ ລາວ ນຳ​ເຂົ້າ​ຈາກ​ປະ​ເທດ​ອາ​ຊຽນ ກວມ 81,34% ຫຼາຍ​ກວ່າ​ໝູ່​ແມ່ນ​ນຳ​ເຂົ້າ​ຈາກ​ໄທ 67,26% ​ແລະ ຫວຽດນາມ 12,25%.

      ສຳລັບ​ມູນ​ຄ່າ​ການ​ນຳ​ເຂົ້າ 4 ເດືອນຕົ້ນ​ປີ ຄາດ​ຄະ​ເນ​ປະຕິບັດ​ໄດ້ 526,54 ລ້ານ​ໂດ​ລາ ທຽບ​ໃສ່​ຕົວ​ເລກ​ແຜນການ​ປີ​ປະຕິບັດ​ໄດ້ 43,53% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານມາ​ຫຼຸດ​ລົງ 23,96% ​ແລະ ຄາດ​ຄະ​ເນ 6 ເດືອນທ້າຍ​ປີ 2009-10 ປະມານ 677,82 ລ້ານ​ໂດ​ລາ

      +​ ດຸນການ​ຄ້າ

      ​ໃນ 5 ປີຜ່ານມາ ດຸນ​ການ​ຄ້າ​ຂອງ ສປປ ລາວ ຕິດ​ລົບ​ປະມານ 488,44 ລ້ານ​ໂດ​ລາ ​ເທົ່າ​ກັບ 8,72% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ, ສະ​ເລ່ຍ​ແຕ່ລະ​ປີ​ຂາດ​ດຸນ​ປະມານ 1,74%. ແຕ່​ເປັນ​ການ​ຂາດ​ດຸນ​ທີ່​ຕັ້ງໜ້າ ​ເນື່ອງ​ຈາກ​ການ​ນຳ​ເຂົ້າ​ສິນຄ້າ​ຮັບ​ໃຊ້​ໂຄງການລົງທຶນ​ພາຍ​ໃນ ແລະ ຕ່າງ ປະ​ເທດ ຍັງ​ກວມ​ອັດຕາ​ສ່ວນ​ສູງ ​ແລະ ພ້ອມ​ດຽວ​ກັນ ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ, ພະ​ຫະນະ​ຮັບ​ໃຊ້ ກໍ່​ແມ່ນ​ສິນຄ້າ​ທີ່​ມີ​ຄວາມ​ຕ້ອງການ​ສຳລັບ​ການ​ຊົມ​ໃຊ້ ແລະ ບໍລິ​ໂພ​ກຢູ່​ພາ​ຍ​ໃນ​ສູງ​ຂຶ້ນ​ໄປ​ຕາມ​ກົດ​ເກນ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​.

 

4. ການ​ຄ້າ​ຊາຍ​ແດນ

      ມູນ​ຄ່າ​ການ​ຄ້າ​ຊາຍ​ແດນ 5 ປີ ຄາດ​ຄະ​ເນ​ບັນລຸ​ໄດ້ 7,36 ຕື້​ໂດ​ລາ​ສະຫະລັດ. ໃນ​ນັ້ນ ມູນ​ຄ່າ​ການ​ສົ່ງ​ອອກ​ມີ 2,66 ຕື້​ໂດ​ລາ, ນຳ​ເຂົ້າ 4,70 ຕື້​ໂດ​ລາ. ມູນ​ຄ່າ​ການ​ຄ້າ​ຮ່ວມ​ກັບ​ໄທ ມີ 5,47 ຕື້​ໂດ​ລາ ​ໃນນັ້ນ ສປປ ລາວ ສົ່ງ​ອອກໄປ​ໄທ​ມີ 1,87 ຕື້​ໂດ​ລາ ​ແລະ ນຳ​ເຂົ້າຈາ​ກ​ໄທ 3,60 ຕື້​ໂດ​ລາ; ມູນ​ຄ່າ​ການ​ຄ້າ​ຮ່ວມກັບ​ຫວຽດນາມ 1,24 ຕື້​ໂດ​ລາ ​ໃນ​ນັ້ນ ຫວຽດນາມ ນຳ​ເຂົ້າ​ຈາກ​ ສປປ ລາວ ມີ 589 ລ້ານ​ໂດ​ລາ, ລາວ​ນຳ​ເຂົ້າຈາກ​ຫວຽດນາມ 655 ລ້ານ​ໂດ​ລາ; ມູນ​ຄ່າ​ການ​ຄ້າ​ລາວ-ຈີນ ມີ 0,64 ຕື້​ໂດ​ລາ ​ໃນ​ນັ້ນ ສປປ ລາວ ສົ່ງ​ອອກ 197 ລ້ານ​ໂດ​ລາ ​ແລະ ນຳ​ເຂົ້າ​ 444 ລ້ານ​ໂດ​ລາ; ມູນ​ຄ່າ​ການ​ຄ້າ​ຮ່ວມ​ກັບ ກຳປູ​ເຈຍ 1,05 ລ້ານ​ໂດ​ລາ ​ແລະ ມຽນມາ 128.290 ໂດລາ.

 

      ​ໃນບັ້ນທ້າຍຂອງກອງປະຊຸມໄດ້ຮັບກຽດຟັງການໂອ້ລົມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ. ຊຶ່ງເປັນການຊີ້ທິດເຍືອງທາງ ແລະ ຊີ້ນຳ ນຳພາ ໃຫ້ແຕ່ລະຂະແໜງອຸດສາຫະກຳ ແລະ ການຄ້າ.

 

ໂດຍ ທິລາວັນ

 


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004