ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ຄະນະຜູ້ແທນຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສສຫວຽດນາມ ເດີນທາງມາຢ້ຽມຢາມ

ໃນຕອນເຊົ້າຂອງວັນທີ 23/03/2010 ທ່ານ ດຣ. ນາມ​ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປປລາວ ​ໄດ້​ຕ້ອນຮັບຄະນະຜູ້ແທນ ຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ນຳໂດຍ ທ່ານ ຫງຽນຕຽນວີ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະທັງໝົດ 15 ຄົນ, ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ສປປລາວ ໃນລະຫວ່າງວັນທີ 23-27/03/2010.  ໃນການມາຄັ້ງນີ້ ຄະນະໄດ້ເຂົ້າຮ່ວມເຮັດວຽກປຶກສາຫາລືເຖິງການທີ່ຈະຮ່ວມມືແລກປ່ຽນບົດຮຽນຊຶ່ງກັນແລະ ກັນ ທັງທີ່ຜ່ານມາແລະ ທີ່ຈະສືບຕໍ່ໃນຕໍ່ໜ້າ. ​ຝ່າຍລາວມີ ທ່ານ ບຸນມີ ມະນີວົງ ຫົວໜ້າຫ້ອງການເປັນຫົວໜ້າຄະນະນຳພາ ປະກອບດ້ວຍ ຫົວໜ້າ ແລະ ຮອງ ພະແນ,ວິຊາການອ້ອມຂ້າງຫ້ອງການ.

 

ໂດຍ ທິລາວັນ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004