ລາຄານ້ຳມັນດິບໃນຕະຫລາດໂລກໄດ້ເພີ່ມຂຶ້ນສູງກວ່າ 82 ໂດລາສະຫະລັດ ຕໍ່ບາເລວ ໃນລະດັບສູງສຸດໃນຮອບ 8 ອາທິດ ແລະ ໃກ້ຮອດສູງສຸດໃນປີນີ້ ເນື່ອງຈາກສະກຸນເງີນໂດລາສະຫະລັດ ທີ່ອ່ອນຄ່າລົງ ແລະ ສະພາບເສດຖະກິດທີ່ຟື້ນຕົວ ໃນປະເທດ ທີ່ມີຜູ້ບໍລິໂພກນ້ຳມັນຫຼາຍເຊັ່ນ ສ.ອາເມລິກາ.
ນ້ຳມັນດິບໃນ ສ.ອາເມລິກາ ເພີ່ມຂຶ້ນ 68 ເຊັນ ຢູ່ໃນລະດັບ 82,18 ໂດລາຕໍ່ບາເລວ ເມື່ອວັນທີ 8 ມີນາ ທີ່ຜ່ານມາ ຊຶ່ງກົງກັບວັນແມ່ຍິງສາກົນ ຫລັງຈາກທີ່ໄດ້ຂຶ້ນໄປຮອດລະດັບສູງສຸດທີ່ 82.41 ໂດລາຕໍ່ບາເລວ, ສ່ວນລາຄານ້ຳມັນດິບ ເບຣນ ຕະຫລາດດອນລອນຂອງອັງກິດ ເພີ່ມຂື້ນ 70 ເຊັນ ຢູ່ລະດັບທີ່ 80.59 ໂດລາຕໍ່ບາເລວ ຫລັງຈາກເພີ່ມຂຶ້ນຮອດສູງສຸດ 70.78 ໂດລາ ຕໍ່ບາເລວ.
ລາຄານ້ຳມັນໃນຕະຫລາດໂລກສູງຂຶ້ນເພາະສະກຸນເງີນໂດລາອ່ອນຄ່າລົງ 0.29% ເຮັດໃຫ້ນ້ຳມັນມີລາຄາຖືກລົງສຳລັບຜູ້ຖືສະກຸນເງິນອື່ນ, ປະກອບກັບຕົວເລກການຫວ່າງງານ ໃນ ສ.ອາເມລິກາ ໃນເດືອນກຸມພາ ຫຼຸດລົງ ກວ່າທີຄາດຄະເນໄວ້ ນອກຈາກນີ້ຍັງໄດ້ແຮງຍູ້ຈາກ ຂ່າວທີ່ຈີນ ຈະສ້າງຄັງສຳຮອງນ້ຳມັນຍຸດທະສາດ 2 ແຫ່ງ ທີ່ບອກ ວ່າປະເທດຜູ້ບໍລິໂພກອັນດັບ ສອງຂອງໂລກ ແຫ່ງນີ້ມີຄວາມຕ້ອງການຊົມໃຊ້ນ້ຳມັນຫລາຍຂື້ນ.
ແຫຼ່ງຂ່າວ ເສດຖະກິດ-ສັງຄົມ ໂດຍ ທິລາວັນ