ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ການຝຶກອົບຮົມວຽກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງທົ່ວປະເທດ

ໃນ​ວັນ​ທີ 25 ມັງກອນ 2010, ທ່ານ ນາງ ​ເຂັມ​ມະນີ  ພົນ​ເສນາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​​ເຂົ້າ​ຮ່ວມ​ເປັນ​ປະ​ທ່ານ​ໃນ​ກອງ​ປະຊຸມ​ຝຶກ​ອົບຮົມ​ພະນັກງານ​ອຸດສາຫະກຳ ​ແລະ ການ​ຄ້າ ຂັ້ນ​ເມືອງ​ທົ່ວ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ “ວຽກ​ງານ​ອຸດສາຫະກຳ ​ແລະ ການ​ຄ້າ​ກັບ​ການ​ລົບ​ລ້າງ​ຄວາມທຸກ​ຈົນ”

          ​ຈຸດປະສົງຂອງ​ການ​ຈັດ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ແມ່ນ​ແນ​ໃສ່​ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ ​ແລະ ສ້າງ​ຄວາມ​ເຂັ້ນ​ແຂງ​ທາງດ້ານ​ວຽກ​ງານການ​ຄ້າ ​ໃຫ້​ກັບ​ພະນັກງານ​ອຸດສາຫະກຳ ​ແລະ ການ​ຄ້າ​ເມືອງ ​ໂດ​ຍສະ​ເພາະ ​​ແມ່ນ​ເຈາະ​ຈົງ​​ໃສ່ເມືອງທີ່​ຍັງ​ບໍ່​ທັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກຊຶ່ງໃນ​ປະ​ຈຸ​ບັນ​ນີ້​ມີ ​​ ມີ​ຈຳນວນ 46 ຕົວ​ເມືອ​ງໃນ​ທົ່ວປະ​ເທດ;

          ​ໃນ​ພິ​ທິ​ເປີດ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາໄດ້​​ເໜັ້ນວ່າ: ການ​ທີ່​ພັກ​ລັດ​ເຮົາ​ວາງ​​ແນວທາງ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ ​ໂດຍ​ກາ​ນ ຫັນຈາກ​ເສດຖະກິດ​ແຜນການ​ບໍລິຫານ​ເກື້ອກູນ ​ໄປ​ສູ່​ເສດຖະກິດ​ສິນຄ້າ ​ແລະ ​ເສດຖະກິດ​ຕະຫລາດ​ ຕາມ​ທິດ​ສັງຄົມ​ນິຍົມ​ນັ້ນ ​ແມ່ນ​ການ​ຕັດສິນ​ໃຈ ​ແລະ ມັນ​ແມ່ນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ​ພັກ​ເຮົາ​ ໃນ​ການ​ນຳ​ເອົາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນ​ອອກຈາກຄວາມທຸກ​ຍາກ ທັ້ງນີ້​ກໍ່​ເພາະວ່າ​​ເສດຖະກິດ​ແຫ່ງ​ຊາດ​ຂອງປະ​ເທດ​ເຮົາ ​ມີຈຸດ​ເລີ່​ມຢູ່​ໃນ​ລະດັບ​ຕໍ່າ, ຄວາມ​ຮູ້​ຄວາມ​ສາມາດ ​ແລະ ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດຖະກິດ​ຂອງ​ພະນັກງານ​ລັດຖະ ກອນ ​ແລະ ອົງການ​ຈັດ​ຕັ້ງ​ມະຫາ​ພາກ​ຢູ່​ໃນ​ລະດັບ​ຈຳ​ກັດ ​ແລະ ພື້ນ​ຖານ​ດ້ານ​ທິດ​ສະ​ດີ, ພຶດຕິ​ກຳ ​ແລະ ປະສົບ​ການ​ກ່ຽວ​ກັບ​ເສດຖະກິດ​ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ​ຍົງ​ບໍ່​ສົມບູນ.

          ການຝຶກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ຈັດ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ​ການ​ຄ້າ ​ແລະ ຈະ​​ໄດ້ດຳ​ເນີນ​ການ​ອົບຮົມ​ເປັນ​ເວ​ລາ 5 ວັນ.
 
ໂດຍ: ດາວຮຸ່ງ
 


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004