ເປົ້າໝາຍການຜະລິດເຂົ້າເປັນສິນຄ້າຂອງລາວ ໄດ້ຮັບການສະໜັບສະໜູນຈາກຫຼາຍອົງການສາກົນ.
ປະເທດລາວເປັນປະເທດທີ່ກ້ວາງໃຫຍ່ໄພສານ ແລະ ອຸດົມສົມບູນ ເໝາະສົມແກ່ການຜະລິດກະສິກຳປູກພຶດ. ໂດຍສະເພາະແມ່ນເຂົ້າ ເພື່ອຜະລິດເປັນສິນຄ້າຕາມແນວນະໂຍບາຍຂອງພັກ ແລະລັດຖະບານ. ເຖີງຢ່າງໃດກໍ່ຕາມມາຮອດປະຈຸບັນ. ປະເທດລາວເຮົາຍັງບໍ່ທັນມີການຂາຍເຂົ້າແບບຈິງຈັງເທື່ອ. ຖ້າຈະມີກໍມີພຽງແຕ່ການຂາຍເຂົ້າຂອງປະຊາຊົນ ຕາມຊາຍແດນທີ່ຕິດກັບບັນດາປະເທດເພື່ອບ້ານເທົ່ານັ້ນ.
ເຖີງຢ່າງໃດກໍ່ດີ ເປົ້າໝາຍການຜະລິດເປັນສິນຄ້າ ໂດຍສະເພາະແມ່ນເຂົ້າ ກໍ່ໄດ້ຮັບການສະໜັບສະ ໜູນຈາກຫຼາຍອົງການ ເປັນຕົ້ນແມ່ນທະນາຄານພັດທະນາອາຊີ, ທະນາຄານໂລກເພື່ອເປັນການເພີ່ມປະ ລິມານຫຼືປະສິດທິພາບໃນການຜະລິດເຂົ້າ.
ເມື່ອວັນທີ 9 ມີນາ 2009, ລັດຖະບານລາວໄດ້ເຊັນສັນຍາຮັບເອົາທຶນຊ່ວຍເຫຼືອລ້າ 2 ໂຄງການຊຶ່ງໃນນັ້ນປະກອບດ້ວຍ ທຶນຈຳນວນ 3 ລ້ານໂດລາ ຈາກທະນາຄານໂລກເພື່ອຮັບປະກັນສະບຽງອາຫານ ເຊິ່ງເປັນການເຊັນສັນຍາລະຫວ່າງ ທ່ານ ນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ທີ່ໄດ້ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານນາງ ແອນເນັດ ດິກຊອນ ຜູ້ອຳນວຍການທະນາຄານໂລກ ປະຈຳພາກພືນອາຊີຕາເວັນອອກສຽງໃຕ້,ຕ່າງໜ້າທະນາຄານໂລກ.
ໂຄງການດັ່ງກ່າວໄດ້ເກີດຈາກການຮ່ວມມືລະຫວ່າງທະນາຄານໂລກ ແລະ ສະຖາບັນຄົ້ນຄ້ວາກະສິ ກຳ ຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍຖືວ່າຈະເປັນການປັບປຸງຄວາມອາດສາ ມາດຂອງພາກລັດ ໃນການພັດທະນາແນວພັນເຂົ້າໃຫ້ມີຄຸນນະພາບ ແລະ ເໝາະສົມກັບສະພາບ ດີນຟ້າອາກາດ ໃນແຕ່ລະລະດູການ ແລະ ສາມາດເພີ່ມຜົນຜະລິດໃຫ້ໃດ້ຫຼາຍຂຶ້ນກ່ວາເກົ່າ. ໂຄງການດັ່ງກ່າວຍັງໃຫ້ການສະໜັບສະນູນການພັດທະນາແນວພັນເຂົ້າຢ່າງເປັນລະບົບເຊິ່ງຈະຄຸ້ມຄອງໂດຍກຸ່ມຊາວກະສິກອນໂດຍການນຳໃຊ້ເຕັກນິກໃນການແກ້ໄຂບັນຫາການຂາດເຂີນສະບຽງອາຫານ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດີນຟ້າອາກາດ ແລະ ໄພທຳມະຊາດ. ໃນໄລຍະຍາວ, ໂຄງການຈະຊ່ວຍລົດຜ່ອນຜົນກະທົບຈາກລາຄາຂອງສະບຽງອາຫານ ແລະຈຳນວນປະຊາກອນທີ່ເພີ່ມຂຶ້ນ.
ຕາມເອກະສານຂອງທະນາຄານໂລກ, ໄດ້ອະທິບາຍວ່າ: ລາວໄດ້ຮັບຜົນກະທົບຈາກລາຄາສະບຽງອາຫານ ແລະຜົນຜະລິດກະສິກຳທີ່ເພີ່ມສູງຂຶ້ນ. ພ້ອມກັນັ້ນກໍ່ຍັງໄດ້ຣັບຜົນກະທົບຈາກໄພນ້ຳຖ້ວມ ແລະສິ່ງທ່າທາຍຕ່າງໆ.
ໂດຍ: ພູຄຳ