|
ລາຄາຄຳໄດ້ເພິ່ມຂື້ນ ຫລັງຈາກຄ່າເງີນໂດລາອ່ອນໂຕລົງ
ສັນຍາຂາຍຄຳໃນຕະຫລາດ COMEX (Commodity Exchange) ສົ່ງມອບໃນເດືອນ ກຸມພາ ປິດທີ່ 1,136.50 ໂດລາ/ອອນ ເພີ່ມຂຶ້ນ 17.80 ໂດລາ ຫລັງຈາກມີການເຄື່ອນໄຫວໃນມູນຄ່າ 1,116.80-1,141 ໂດລາ.
ຂະນະທີ່ສັນຍາເງິນສົ່ງມອບເດືອນ ມີນາ ປິດທີ່ 18.175 ໂດລາ/ອອນຊ໌ ເພີ່ມຂຶ້ນ 37.50 ເຊນຕ໌
ສ່ວນສັນຍາຄຳຂາວສົ່ງມອບເດືອນ ເມສາ ປິດທີ່ 1,558.40 ໂດລາ/ອອນຊ໌ ເພີ່ມຂຶ້ນ 20.60 ໂດລາ.
ນັກວິເຄາະຈາກບໍລິສັດ ລາຊານ ຟິວເຈີລ໌ສ ກູບ ໃນຊິຄາໂກ ກ່າວວ່າສັນຍາຄຳເພິ່ມຂຶ້ນຢ່າງຕໍ່ເນື່ອງຫລັງຈາກຄ່າເງີນໂດລາສະຫະລັດຫລຸດລົງ ເມື່ອທຽບກັບສະກຸນເງີນຫລັກໆ ຊຶ່ງເປັນຜົນມາຈາກກະແສການຄາດຄະເນທີ່ວ່າ ”ເຟດ” ຈະຮັກສາອັດຕາດອກເບ້ຍໄວ້ໃນລະດັບຕ່ຳສຸດ ເປັນປະຫວັດການຕໍ່ໄປອີກລະຍະໜຶ່ງ ຫລັງຈາກມີສັນຍານໃຫ້ເຫັນວ່າ ອັດຕາການຟື້ນຕົວທາງເສດຖະກິດຍັງຄົງຊະລໍຕົວ.
ໂດຍ: ດາວຮຸ່ງ
- ກັບຄືນ -
|