ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ນ້ຳມັນດິບເພິ່ມ 1.41 ໂດລາ

ລາ​ຄານ້ຳ​ມັນດິບ​ໃນ​ຕະ​ຫລາດ NYMEX ​ລ່ວງ​ໜ້າປິດ​ສູງກ່ວາ 83 ​ໂດລາ/ບາລ໌​ເລວ ​ມື້ວານ​ນີ້ (6 ມັງກອນ) ໃນ​ຂະນະ​ທີ່​​ຄ່າເງິນໂດ​ລາຫລຸດລົງ. ​ເຖິງວ່າ​ສຳ​ນັກ​ງານ​​ດ້ານ​ການ​ພະລັງ​ງານ​ຂອງສະ​ຫະລັດ (EIA) ລາຍ​ງານ​ວ່າ​ສະ​ຕ໊ອກນ້ຳ​ມັນດິບ​ເພີ່ມ​ຂຶ້ນ​ສູງ​ເກີນ​ຄາດ​ໃນ​ອາທິດ​ທີ່​ແລ້ວ.
       
ສ່ວນລາ​ຄານ້ຳ​ມັນດິບ​ສົ່ງ​ມອບ​ເດືອນ​ ກຸມພາ ​ໄດ້​ເພີ່ມ​ຂື້ນ 1.41 ​ໂດ​ລາລ໌ ຫລື 1.72 % ມາ​ປິ​ດຕະຫ​ລາດຢູ່​ທີ່ 83.18 ​ໂດ​ລາຕໍ່​ບາລ໌​ເລວ ແລະ ລາ​ຄານ້ຳ​ມັນດິບ​ເບ​ລນທທີ່ສົ່ງ​ມອບ​ເດືອນ​ ກຸມພາ ທີ່​ຕະ​ຫລາດ​ລອນ​ດອນ​ກໍ່​ເພີ່ມ​ຂຶ້ນ 1.30 ​ໂດ​ລາ ຫລື 1.61 % ແລະປິດທີ່ 81.89 ​ໂດລາ​ຕໍ່​ບາລ໌​ເລວ.
 
ໂດຍ: ດາວ​ຮຸ່ງ
ແຫ່​ລງຂ່າວ: http://www.bangkokbiznews.com
 


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004