New Page 1

        Home Contact Us

About Us

ERIT staff

Publication

TFT Trainers

News/Activities

Links TFT


ກອງປະຊຸມປະຈຳປີ ຄັ້ງທີ 5 ຂອງໂຄງການຝຶກອົບຮົມການຄ້າ

ກອງປະຊຸມປະຈຳປີ ຄັ້ງທີ 5 ຂອງໂຄງການຝຶກອົບຮົມການຄ້າ ໄດ້ຈັດຂຶ້ນໃນວັນທີ 22 ເມສາ ປີ 2008 ທີ່ແຂວງຈຳປາສັກ, ສປປ ລາວ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານ ໂດຍ ທ່ານ ສຽວສະຫວາດ ສະແຫວງສຶກສາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ປະທານ ແຫ່ງຊາດຂອງໂຄງການ ຝຶກອົບຮົມການຄ້າ. ກອງປະຊຸມດັ່ງກ່າວ ໄດ້ເຂົ້າຮ່ວມໂດຍ ທ່ານ ມາວໂທລາ ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ຂອງປະເທດ ກຳປູເຈ້ຍ ແລະ ທັງເປັນ ຜູ້ປະສານງານແຫ່ງຊາດຂອງໂຄງການ, ນອກຈາກນີ້ ກໍ່ຍັງໄດ້ຮັບ ການເຂົ້າຮ່ວຍໂດຍ ທ່ານ ດຣ ສົມພວງ ພຽນພິນິດ ຫົວໜ້າສະຖາບັນ ຄົ້ນຄ້ວາເສດຖະກິດ ການຄ້າ ແລະ ຜູ້ປະສານງານແຫ່ງຊາດ ຂອງໂຄງການ ຝຶກອົບຮົມການຄ້າ. ນອກຈາກນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ຮັບການເຂົ້າຮ່ວມໂດຍ ທ່ານ ແຈັກມາກອດສ, ຕາງໜ້າໃຫ້ລັດຖະບານຝຣັ່ງ ປະຈຳການທີ່ ສະຖານທູດຝຣັ່ງ ປະຈຳປະເທດກຳປູເຈ້ຍ, ທ່ານ ຊາເວ ອາເຟດສ ທີ່ປຶກສາໂຄງການ ປະຈຳ ອົງການ UNCTAD ແລະ ທ່ານ ເຊເວນ ຄາລີໂບ ຊ່ຽວຊານໂຄງການພາກພື້ນ ປະຈຳປະເທດ ກຳປູເຈ້ຍ ແລະ ສປປ ລາວ. ກອງປະຊຸມໄດ້ຮັບການຮັບຟັງບົດສະຫລຸບການເຄື່ອນໄຫວວຽກງານຂອງໂຄງການ ໃນສອງປະເທດ ຄື ປະເທດກຳປູເຈ້ຍ ແລະ ປະເທດ ລາວ. ນອກນີ້ ກໍ່ຍັງໄດ້ຮັບຟັງການລາຍງານບົດສະເໜີ ການຂໍການຊ່ວຍເຫລືອທາງດ້ານການພັດທະນາຄວາມອາດສາມາດທາງດ້ານຊັບພະຍາກອນມະນຸດ ແລະ ແຜນປະຕິບັດງານໃນປີ 2008 - 2009 ຈາກບັນດາສະມາຊິກຂອງໂຄງການທັງສອງປະເທດອີກດ້ວຍ. ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ ໜຶ່ງມື້ ແລະ ໄດ້ສຳເລັດລົງໄປດ້ວຍດີ.


ການຝຶກອົບຮົມ ກ່ຽວກັບວຽກງານ ການສົ່ງເສີມເສີມການລົງທຶນ ແລະ ຜູ້ລົງທຶນເປົ້າໝາຍ

 

ການຝຶກອົບຮົມ ກ່ຽວກັບວຽກງານ ການສົ່ງເສີມການລົງທຶນ ແລະ ຜູ້ລົງທຶນເປາໝາຍ ງຈັດຮ່ວມຈັດໂດຍ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຄະນະກຳມະການແຜນການ ແລະ ການລົງທຶນ, ແລະ ອົງການ UNCTAD, ໂຄງການຝຶກອົບ ຮົມການຄ້າ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານຝຣ ໄດ້ຈັດຂນໃນວັນທີ 24–26 ເມສາ 2008, ຫ້ອງວ່າການແຂວງສາລະວັນ. ກອງປະຊຸມໄດ້ຮັບກຽດ ໃນການກ່າວເປີດພິທີ ໂດຍ ທາú ຄຳບຸ່ນ ດ້ວງປັນ ຍາ, ທ່ານ ມະໂນທອງ ວົງໄຊ ຮອງຫົວໜ້າກົມ ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ນະຄອນ ຫລວງ, ແລະ ທ່ານ ໄຊສົມເພັດ ນໍຣະສິງຫÌ, ຫົວໜ້າໂຄງການ ຝຶກອົບຮົມການຄ້າ ປະຈຳກະຊວງ ອຸດສາຫະກຳ ແລະ ການຄ້າ

ກອງປະຊຸມໄດ້ຈັດຂນເພອສງເສີມການພັດທະນາວຽກງານການລົງທຶນ ແລະ ເພອແລກປ່ຽນບົດຮຽນ ຂອງຕ່າງປະ ເທດກັບ ສປປ ລາວ ແລະ ເພອຍົກລະດັບຄວາມອາດສາມາດ ຂອງບຸກຄະລະກອນ ທັງພາກລັດ ແລະ ເອກະຊົນ.

ໃນພິທີກ່າວເປີດ ທ່ານ ເຈາແຂວງ ແຂວງສາລະວັນ ໄດ້ເໜນໜັກເຖິງຄວາມສຳຄັນ ຂອງວຽກງານການລົງທຶນ ທັງພາຍ ໃນ ແລະ ຕ່າງປະເທດ ງໄດ້ບອກໃຫ້ນັກສຳມະນາກອນ ໄດ້ຕງໜ້າຮໍ່າຮຽນເອົາບົດຮຽນຂອງຕ່າງປະເທດ ເພອນຳມາໝູນໃຊ້ໃນວຽກງານຂອງຕົນ ແລະ ເພອຍາດແຍ່ງເອົາການລົງທຶນເຂາມາໃນແຂວງສາລະວັນກອງປະຊຸມໄດ້ດຳເນີນໄປ ສາມມ
ງມີນັກສຳມະນາກອນທັງໝົດ 35 ທ່ານ ເຂາຮ່ວມ ໂດຍຕາງໜ້າຈາກຄະແໜງ ການທກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເປັນຕນແມ່ນ ພະແນກແຜນການ ແລະ ການລົງທຶນ, ພະແນກ ອຸດສາຫະກຳ ແລະ ການຄ້າ, ພະແນກ ກະສິກຳ ແລະ ປ່າໄມ້, ພາສີ, ສະມາຄົມທຸລະ ກິດ, ພະລັງງານ ແລະ ແຮ່ ແລະ ຂະແໜງການ ນໆ.

ກອງປະຊຸມໄດ້ດຳເນີນໄປຢ່າງຈູບຈ້າວຫ້າວຫັນ ໂດຍການປະກອບຄຳເຫັນ ແລະ ແລກປ່ຽນບົດ ຮຽນທັງພາຍໃນ ແລະ ຕ່າງປະເທດ ລະຫວ່າງຜູ້ບັນຍາຍ ແລະ ຜູ້ເຂາຮ່ວມຫລັກສູດການສິດສອນແມ່ນໄດ້ຖືກປັບປຸງໃຫ້ແທດ ເໝາະກັບສະພາບຕົວຈິງຂອງ ສປປ ລາວ ແລະ ທ້ອງຖ. ນອກຈາກບົດຮຽນພາກທິດສະດີແລ້ວ, ບັນຫາທຂ້ອງຄາ ແລະ ບັນຫາ ເກີດຂນກ່ຽວກັບວຽກງານການລົງທຶນກໄດ້ຍົກຂນມາປຶກສາຫາລື ໂດຍປຽບທຽບໃສ່ກັບບົດຮຽນຂອງ ຕ່າງປະເທດ.   ກອງປະຊຸມໄດ້ຈົບລົງຢ່າງໄດ້ຮັບໝາກຜົນອັນດີ ງນັກາມະນາກອນໄດ້ຮຽນຮູ້ ແລະ ເຂາໃຈກ່ຽວ ກັບວຽກງານ ການລົງທຶນເພມຂ​ໂດຍ​ສະ​ເພາະ​ແມ່ນ​ບົດຮຽນຂອງ​ຕ່າງປະ​ເທດ.

Designed by Ministry of Industry and Commerce, Lao PDR
Phon Xay Rd, P.O.Box 4107 Vientiane, Lao People's Democratic Republic
Tel: 856-21 911342 Fax: 856-21 412434 Email: moicpsi@yahoo.com

All rights reserved