ປຶກສາຫາລືການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ປີ 2024
By ໄພວັນ On 25 Dec, 2022 At 12:16 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0255.88

ໃນຕອນບ່າຍຂອງວັນທີ 19 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ I, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ບັນດາທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ, ຄະນະກົມ ແລະ ວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງ ລວມທັງບັນດາກົມຈາກກະຊວງອຸດສາຫະກໍາ ແລະ ການຄ້າ ຈຳນວນທັງໝົດ 94  ທ່ານ.

ທ່ານປະທານໄດ້ມີຄໍາເຫັນວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ຂໍ້ຕົກລົງຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ວ່າດ້ວຍການແຕ່ງຕັ້ງບັນດາອານຸກຳມະການຮັບຜິດຊອບວຽກງານສະເພາະເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ສະບັບເລກທີ 3311/ຕປທ.ອຊ.5, ລົງວັນທີ 29 ມິຖຸນາ 2022. ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ ໃນນາມເປັນຈຸດປະສານງານວຽກງານປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ຈັດກອງປະຊຸມຂື້ນສຸດທີ່ມີຄວາມໝາຍຄວາມສໍາຄັນຍິິ່ງ ເພື່ອປຶກສາຫາລື ແລະ ຜ່ານເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ບັນດາອະນຸກຳມະການຮັບຜິດຊອບກະກຽມ ແລະ ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ບັນດາແຜນວຽກ ແລະ ແຜນຄວາມຕ້ອງການງົບປະມານຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະ ແນໃສ່ເພື່ອຮັບປະກັນຄວາມພ້ອມໃນທຸກດ້ານໃນການເປັນເຈົ້າພາບ ແລະ ເປັນປະທານກອງປະ ຊຸມອາຊຽນ ຂອງ ສປປ ລາວ ໃນຄັ້ງນີ້.

    IMG_0271.88

ກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະຈະໄດ້ພ້ອມກັນຜ່ານ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍການ​​ແຕ່ງ​ຕັ້ງຄະນະຊີ້ນໍາລວມ ແລະ ບັນດາອະນຸກຳມະການຕ່າງໆ ໃນການເປັນເຈົ້າ ພາບ ແລະ ການເປັນປະທານອາຊຽນຂອງ ສປປ ລາວ. ພ້ອມກັນນັ້ນ, ກໍຈະໄດ້ຜ່ານເນື້ອໃນແຜນວຽກແຕ່ນີ້ຮອດປີ 2024 ແລະ ແຜນຄວາມຕ້ອງການດ້ານງົບປະມານແລະ ອື່ນໆ.

ກອງປະຊຸມໄດ້ແລກປ່ຽນ ປຶກສາຫາລື ມີຄໍໍາຄິດຄໍາເຫັນຢ່າງກວ້າງຂວາງເລິກເຊິ່ງເປັນກັນເອງ ເພື່ອເຮັດໃຫ້ເນື້ອໃນຂອງບັນດາເອກະສານດັ່ງກ່າວມີຄວາມສົມບູນ ແລະ ພ້ອມກັນຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິິຜົນ ເຮັດໃຫ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ດໍາເນີນໄປຢ່າງມີຜົນສໍາເລັດ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ ສປປ ລາວ ຂອງພວກເຮົາ.

ຂ່າວ ແລະ ພາບ:  ໄພວັນ ໂຄດວັນທາ

About -