ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບ ຄະນະຊ່ຽວຊານ ຈາກ ສ.ເກົາຫຼີ

 

IMG_0030.789

ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ ແບ່ງປັນຍຄວາມຮູ້ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາ ເພື່ອການພັດທະນາກະສິກຳ ຢູ່ ສປປ ລາວ ສົກປີ 2022-2023 (KSP with Lao PDR 2022-20223), ອະດີດຮອງລັດຖະມົນຕິ ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະ, ໃນວັນທີ 15 ທັນວາ 2022 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ KSP with Lao PDR 2022-20223 ໄດ້ກ່າວຈຸດປະສົງຂອງການເຂົ້າຢ້ຽມຢາມ ແລະ ພົບປະຢູ່ ສປປ ລາວ ແມ່ນເພື່ອປຶກສາຫາລື ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ KSP with Lao PDR 2022-20223 ທີ່ໄດ້ຖຶກຮັບຮອງ ໂດຍກະຊວງເສດຖະກິດ ແລະ ການເງິນ ແຫ່ງ ສ.ເກົາຫຼີ ໃນເດືອນ ມີນາ 2022 ທີ່ຜ່ານ ຊຶ່ງໂຄງການດັ່ງກ່າວຈະເນັ້ນໃສ່ການຄົ້ນຄວ້າ ແລະ ໃຫ້ຄຳປຶກສາທາງດ້ານນະໂຍບາຍ ໃນການພັດທະນາກົດໝາຍຊັບສິນທາງປັນຍາ ທີ່ຕິດພັນກັບວຽກງານເຄື່ອງໝາຍການຄ້າ, ການຈົດທະບຽນເຄື່ອງໝາຍການຄ້າ ສຳລັບສິນຄ້າກະສິກຳ ຂອງ ສປປ ລາວ ແລະ ພັດທະນາບຸກຄະລາກອນໃນຂະແໜງການຊັບສິນທາງປັນຍາ, ກະສິກຳ ແລະ ຂະແໜງ ການອື່ນໆທີ່ກ່ຽວຂ້ອງ.

ນອກນັ້ນ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ປະສົບການອັນດີ ໃນການຮ່ວມມືທາງດ້ານການຄ້າ ໂດຍສະເພາະການສົ່ງອອກສິນຄ້າກະສິກຳຈາກ ສປປ ລາວ ໄປ ສ.ເກົາຫຼີ. ໃນນັ້ນ ຜະລິດຕະພັນກະສິກຳຫຼັກ ທີ່ສົ່ງອອກໄປ ສ.ເກົາຫຼີ ແມ່ນ ຖ່ານຂາວ ມູນຄ່າສົ່ງອອກ ຫຼາຍກ່າວ 25 ລ້ານໂດລາ ແລະ ກາເຟ ມູນຄ່າຫຼາຍກ່າວ 1,6 ລ້ານໂດລາ ຕໍ່ປີ.

ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ ທີ່ຈະຊ່ວຍກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຄືກົມຊັບສິນທາງປັນຍາ ໃນການພັດທະນານະໂຍບາຍ ແລະ ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ໂດຍສະເພາະຜົນການຄົ້ນຄວ້າຂອງໂຄງການດັ່ງກ່າວ ຈະຊ່ວຍໃນການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ໃນປີ 2023 ແລະ ທັງເປັນການສົ່ງເສີມການນໍາໃຊ້ຊັບສິນທາງປັນຍາ ເພື່ອພັດທະນາກະສິກຳ ຢູ່ ສປປ ລາວ ອີກດ້ວຍ. ເຖິງຢ່າງໃດກໍ່ຕາມ, ມັນກໍ່ຍັງເປັນສິ່ງທ້າທາຍຫຼາຍ ເນື່ອງຈາກວ່າວຽກງານຊັບສິນທາງປັນຍາ ຍັງເປັນວຽກງານທີ່ໃໝ່ ສຳລັບທຸລະກິດ ໂດຍສະເພາະໃນຂະແໜງການກະສິກຳ ທີ່ຍັງບໍ່ເຂົ້າໃຈເຖິງຂັ້ນຕອນ ແລະ ຜົນປະໂຫຍດ ຂອງການຈົດທະບຽນຊັບສິນທາງປັນຍາ.

ໃນຕອນທ້າຍ, ທັງສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ສາຍພົວພັນ ແລະ ການຮ່ວມມື ອັນດີຂອງສອງປະເທດ ໂດຍຜ່ານໂຄງການດັ່ງກ່າວ ແລະ ຜ່ານການຮ່ວມມືໃນຂອບສອງຝ່າຍ, ພາກພື້ນ ແລະ ສາກົນ ລະຫວ່າງ ສອງປະເທດ ລາວ-ສ.ເກົາຫຼີ ແລະ ຫວັງຢ່າງຍິ່ງວ່າໂຄງການດັ່ງກ່າວຈະສຳເລັດ ແລະ ໄດ້ຮັບໝາກຜົນຕາມຄາດໝາຍທີ່ກຳນົດໄວ້.

IMG_0104.78

ໃນມື້ດຽວກັນ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄະນະຊ່ຽວຊານ ຈາກ ສ.ເກົາຫຼີ ໄດ້ຈັດສໍາມະນາ ໃນຫົວຂໍ້ ການນໍາສະເໜີໂຄງການແບ່ງປັນຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາ ຕໍ່ການພັດທະນາກະສິກໍາ ຂອງ ສປປ ລາວ ທີ່ໂຮງແຮມຄຣາວພາຊາ, ເປັນປະທານຮ່ວມຂອງ ທ່ານ ຮອງກົມຊັບສິນທາງປັນຍາ ແລະ  ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ KSP, ມີຕາງໜ້າທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມສໍາມະນາໄດ້ຮັບຟັງການຂື້ນບັນຍາຍຂອງຊ່ຽວຊານຈາກ ສ. ເກົາຫລີ ໃນຫົວຂໍ້ ການພັດທະນາກົດໝາຍຊັບສິນທາງປັນຍາ ໂດຍສະເພາະໃນຂົງເຂດເຄື່ອງໝາຍການຄ້າ; ໃຫ້ຄຳປືກສາກ່ຽວກັບການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ສຳລັບຜະລິດຕະພັນກະສິກຳ ແລະ ຄຳປຶກສາແກ່ ກົມຊັບສິນທາງປັນຍາ ເພື່ອພັດທະນາລະບົບການຈົດທະບຽນເຄື່ອງໝາຍການຄ້າ ສຳລັບຜະລິດຕະພັນກະສິກຳ ລວມທັງການຈົດທະບຽນຖ່ິນກໍາເນີດ (GI) ຫຼື ຜະລິດຕະພັນກະເສດທີ່ເປັນທ່າແຮງ, ກອງປະຊຸມໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນເປັນກັນເອງ ເຊິ່ງເຫັນໄດ້ວ່າໂຄງການດັ່ງກ່າວ ແມ່ນເນັ້ນໜັກໃສ່ການພັດທະນາ​ຄົ້ນຄວ້າ​ນະ​ໂຍບາຍ​ຮອບດ້ານ, ໃຫ້ຄໍາປຶກສາ ແລະ ແບ່ງປັນຄວາມ​ຮູ້ ​ແລະ ປະສົບ​ການ​ໃນການພັດທະນາ ເພື່ອແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ ຂອງ​ຄູ່​ຮ່ວມ​ມື ລວມທັງການພັດທະນາທາງດ້ານວຽກງານຊັບສິນທາງປັນຍາ ທີ່ຕິດພັນກັບຂົງເຂດກະສິກໍາ ຂອງ ສປປ ລາວ.

ໃນຕອນທ້າຍທ່ານປະທານກອງປະຊຸມ ຍັງຈະມີກິດຈະກຳສ້າງຂີດຄວາມສາມາດໃຫ້ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບ ຊັບສິນທາງປັນຍາອີກດ້ວຍ ຊຶ່ງຈະຕ້ອງໄດ້ມີການກໍານົດແຜນກິດຈະກໍາໃນການຈັດຕັ້ງປະຕິບັດທີ່ຕິດພັນກັບພວກສ່ວນກ່ຽວ ຂ້ອງໃຫ້ເປັນອັນລະອຽດຂຶ້ນຕື່ມໃນຂັ້ນຕໍ່ໄປ ກອງປະຊຸມໄດ້ປິດລົງໃນວັນດຽວ.

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -