ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X
By Miss Phetpakai SISOMBOUN On 15 Dec, 2022 At 10:37 PM | Categorized As ຂ່າວສຳຄັນ | With 0 Comments

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີິປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X ປະຈຳປີ 2022 ໃນຕອນບ່າຍ ຂອງວັນທີ 15  ທັນວາ 2022 ໃຫ້ກຽດເປັນປະທານ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມ ທ່ານ ດາວສະຫວັນ ເຄືອມີໄຊ ຄະນະພັກ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດຽວກັນນັ້ນ ທ່ານຍັງໄດ້ເປັນກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ໃນຈຳນວນ 47 ສະຫາຍ ຍິງ 19 ສະຫາຍ. ໃນຄັ້ງນີ້ມີບັນດາກົມ, ຫ້ອງການກະຊວງ ແລະ ສະຖາບັນ ອຄ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມໃນພິທີ.

IMG_0205

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຄັ້ງນີ້  ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະໄດ້ສ້າງເງື່ອນໄຂໃຫ້ບັນດາສະຫາຍໄດ້ຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຢ່າງເປັນລະບົບ ກ່ຽວກັບ ທິດສະດີ ມາກ – ເລນິນ ແລະ ແນວທາງການປ່ຽນແປງໃໝ່ ຢ່າງຮອບດ້ານຕາມຫຼັກການ ຂອງພັກໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຕິຖອຍໄດ້ທັດສະນະອັກຄະຕິທີ່ຜິດເຂ, ສາມາດໄຈ້ແຍກໄດ້ທຸກກົນອຸບາຍ ແລະ ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍທີ່ຫວັງມ້າງເພທຳລາຍລະບົບການເມືອງ ຂອງພັກເຮົາ. ເຖີງວ່າເວລາຝຶກອົບຮົມຈະສັ້ນ, ແຕ່ບັນດາສະຫາຍກໍ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ຈັດຕັ້ງການຮ່ຳຮຽນ ແລະ ການສິດສອນເປັນຢ່າງດີ, ການຈັດຕັ້ງປະຕິບັດໂຄງການ ຝຶກອົບຮົມຄັ້ງນີ້ ໄດ້ເຮັດໃຫ້ບັນດາສະຫາຍເພີ່ມຄັງຊັບສິນທາງປັນຍາ, ເສີມສ້າງຫົວຄິດປະດິດສ້າງຂອງບັນດາສະຫາຍ ສູງຂຶ້ນອີກບາດກ້າວໜຶ່ງ. ນອກນັ້ນ, ບັນດາສະຫາຍນັກວິທະຍາກອນ ກໍ່ຄືຄູອາຈານຍັງໄດ້ສຸມທຸກຄວາມສາມາດ ແລະ ສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າແຕ່ງບົດສອນ, ຖ່າຍທອດຄວາມຮູ້ໃຫ້ນັກສຳມະນາກອນຢ່າງໝົດຈິດໝົດໃຈ ແລະ ນັກສຳມະນາກອນກໍ່ໄດ້ມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ຕິດຕາມຮັບຟັງຢ່າງຕັ້ງຫນ້າໃນແຕ່ລະບົດ, ແຕ່ລະຫົວຂໍ້ທີ່ໄດ້ນຳສະເໜີ, ມີຄວາມກ້າຫານແລກປ່ຽນບົດຮຽນ ແລະ ປຶກສາຫາລືແບບເປັນກັນເອງໃນທາງສ້າງສັນ ມີທັດສະນະຖືກຕ້ອງໃນການຄົ້ນຄວ້າຮ່ຳຮຽນ ຊຶ່ງເຮັດໃຫ້ບັນຍາກາດຂອງ ຊຸດຝຶກອົບຮົມມີຄວາມຟົດຟື້ນດີ.

IMG_0061          IMG_0142

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ນັກສໍາມະນາກອນທັງໝົດ ທີ່ໄດ້ເອົາ ໃຈໃສ່ປະຕິບັດໜ້າທີ່ ຕາມພາລະບົດບາດ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການຝຶກອົບຮົມດັ່ງ ກ່າວ ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້. ທ່ານຍັງໄດ້ກ່າວຕື່ມອີກວ່າ ເພື່ອໃຫ້ໄດ້ເນື້ອໃນຈິດໃຈຂອງບົດຮຽນ ແລະ ພຶດຕິກຳທີ່ໄດ້ຮຽນມານັ້ນ ໄປຄົ້ນຄວ້າເຊື່ອມຊືມຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດຕົວຈິງໃຫ້ສອດຄ່ອງແທດເໝາະກັບສະພາບ ແລະ ເງື່ອນໄຂໃນຍຸກປະຈຸບັນ.  ໂດຍເອົາໃຈໃສ່ບາງບັນຫາຄື: ສືບຕໍ່ທົບທວນຄືນບົດຮຽນທີ່ໄດ້ຮຽນຜ່ານມາ ເພື່ອເປັນພື້ນຖານ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດໃຫ້ກາຍເປັນແຜນການ, ໂຄງການ, ແຜນງານລະອຽດ, ຮູ້ຈັກໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງມີຫົວຄິດປະດິດສ້າງສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ ເວົ້າລວມ, ເວົ້າສະເພາະແມ່ນຕໍ່ໜ້າທີວຽກງານວິຊາສະເພາະ ຂອງກົມກອງທີ່ຕົນສັງກັດ, ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ແຜນພັດທະນາຂະແໜງການຂອງພວກເຮົາ, ຕັ້ງໜ້າເຮັດໜ້າທີ່ຊ່ວຍຄະນະພັກ,ຄະນະນໍາກະຊວງໃນການປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນການປະຕິບັດໜ້າທີ່ຂອງສະມາຊິກພັກຕາມກົດລະບຽບພັກສະ  ໄໝທີ XI ກໍານົດໄວ້ຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບ, ຫຼັກການຂອງພັກ.

ດັ່ງບົດຮຽນທີ່ພວກສະຫາຍໄດ້ຮຽນມານັ້ນ ຄືສິ່ງລ້ຳເລີດຊຶ່ງຖອດຖອນຈາກພຶດຕິກຳຕົວຈິງ, ແຕ່ຖ້າພວກເຮົາຫາກບໍ່ຮູ້ຈັກໝູນໃຊ້ບົດຮຽນເຫຼົ່ານັ້ນໄປທາງທີ່ຖືກຕ້ອງ ເຖິງຈະປະສົບຜົນສໍາເລັດພຽງໃດ ມັນກໍ່ຈະບໍ່ເກີດປະໂຫຍດໃນພາກປະຕິບັດຕົວຈິງ.

IMG_0051

ພາບ ແລະ ຂ່າວ: ນາງ ເພັດປະກາຍ ສີສົມບູນ