ກະຊວງອຸດສາຫະກໍາ ແລະ ການຄ້າ ປາຖະກາຖາ ວັນສໍາຄັນຂອງຊາດ
By ໄພວັນ On 14 Dec, 2022 At 02:58 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0009.132

ໃນວັນທີ 13 ທັນວາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີ ປາຖະກະຖາວັນສໍາຄັນຂອງຊາດ ຄື: ວັນຊາດທີ 2 ທັນວາ 1975 ຄົບຮອບ 47 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ສະຫຼຸບຕີລາຄາວຽກງານການເມືອງ-ແນວຄິດຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ເຂົ້າຮ່ວມຮັບຟັງມີບັນດາຮອງລັດຖະມົນຕີ, ອາດີດການນໍາກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ສະພາການຄ້າ ແລະ ອຸດສາຫະກໍາ, ລັດວິສາຫະກິດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນ.

ໃນພິທີ ສະຫາຍ ມະໄລທອງ ກົມມະສິດ ໄດ້ໃຫ້ກຽດປາຖະກາຖາ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງເຫັນໄດ້ເຖິງມູນເຊື້ອອັນພິລາດອາດຫານ, ການເຄື່ອນໄຫວ, ຄຸນງາມຄວາມດີ, ຜົນງານໃນການຊີ້ນໍາ-ນໍາພາ ພາລະກິດປະຕິວັດໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ເຜີຍເຜີຍແຜ່ເອກະສານມະຕິຕ່າງໆ ເປັນຕົ້ນ: ວັນເກີດປະທານ ໄກສອນ ພົມວິຫານ, ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານພັກສະໄໝ ທີ XI, ຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຊຶ່ງໄດ້ຍົກໃຫ້ຮູ້ບາງເນື້ອໃນທີ່ສຳຄັນວ່າ: ການນຳພາຂອງພັກໃນວຽກງານແນວຄິດການເມືອງ ບົນພື້ນຖານສືບຕໍ່ຍືດໝັ້ນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກໝັ້ນ ພັກເຮົາໄດ້ວາງແນວທາງການເມືອງແຕ່ລະໄລຍະ ໃນການປັບປຸງເສີມຂະຫຍາຍແນວຄິດການເມືອງ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຢູ່ພາຍໃນ ແລະ ຍຸກສະໄໝ, ກອງປະຊຸມໃຫຍ່ ຄັ້ງທີ XI  ຂອງພັກ ໄດ້ກໍານົດທິດປັບປຸງ, ​ສ້າງບັນດາປະຖົມປັດໃຈພື້ນຖານພາປະເທດຊາດພົ້ນອອກຈາກປະເທດດ້ອຍພັດທະນາ, ສ້າງປະເທດໄປຕາມທິດຫັນເປັນອຸດສາຫະກຳທັນສະໄໝ ແລະ ມີຄວາມໝັ້ນຄົງຍືນຍົງໂດຍບາດກ້າວບຸກທະລຸທັງ 4 ດ້ານ, ການຈັດຕັ້ງເຜີຍແຜ່ ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ມະຕິຕ່າງໆຂອງສູນກາງພັກ ໃຫ້ມີປະສິດທິຜົນດີຂື້ນ; ບັນດາເນື້ອໃນຈິດໃຈຕ່າງໆ ທີ່ມະຕິກອງປະຊຸມໃຫຍ່ຂອງພັກ ວາງອອກ ສ່ວນໃຫຍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຕົວຈິງ ແລະ ມີຜົນສຳເລັດເປັນຮູບປະທຳ, ພັກເຮົາໄດ້ອອກແຮງປົກປ້ອງແນວທາງ ກໍ່ຄື ພື້ນຖານແນວຄິດ, ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊີ່ງ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນລະຍາຍເອກະສານສຳຄັນອື່ນໆຕື່ມອີກ.

IMG_0050.13

ສະຫາຍ ບຸນເຖິງ ດວງສະຫວັນ ຮອງເລຂາ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຜີິຍແຜ່ໂຄສະນາປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ໂດຍສືບຕໍ່ມູນເຊື້ອ ອັນອົງອາດຂອງບັນພະບູລຸດ ດັ່ງກ່າວນັ້ນ ປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໄດ້ສາມາມັກຄີກັນຕໍ່ສູ້ ຢ່າງພິລາດອາດຫານ ຕ້ານການຮຸກຮານ  ແລະ ຄອບຄອງຂອງພວກຈັກກະພັດ ລ່າເມືອງຂື້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສະຖາປານາ ສປປ ລາວ  ຂຶ້ນຢ່າງສະງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນບັນດາເຜົ່າ, ລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ ເສຍສະຫຼະອັນໃຫຍ່ຫຼວງຂອງ ປະຊາຊົນບັນດາເຜົ່າ, ລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ຂ່າວ ແລະ ພາບ: ທ້າວ ໄພວັນ ໂຄດວັນທາ

About -