ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ປະທານສະຖາບັນຄົ້ນຄວ້າວຽກງານ ໂລຈິດສະຕິກ Logistics ຄຸນໝິງ
By ໄພວັນ On 2 Dec, 2022 At 12:55 PM | Categorized As ຂ່າວສຳຄັນ | With 0 Comments

screenshot
IMG_0106.78

ຕອນບ່າຍ ເວລາ 1: 30 ໂມງ ຂອງວັນທີ 30 ພະຈິກ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ LIU JINXIN (ຫລິວ ຈິນຊິນ) ປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ ໂລຈິດສະຕິກ (Logistics) ຄຸນ​ໝິງ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ຈຸດປະສົງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມື ແລະ ການພັດທະນາວຽກງານການຄ້າ, ການດືງດູດການລົງທຶນ ແລະ ການພັດທະນາ​ອຸດສາຫະກຳ​ຕາ​ແລວ​ທາງ​ລົດ​ໄຟ ລາວ-ຈີນ ​ ລະຫວ່າງ ສປ ຈີນ ແລະ ສປປ ລາວ  ໃນໄລຍະຜ່ານມາ ແລະ ການຮ່ວມມືໃນອະນາຄົດ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 18 ​ທ່ານ.

ໃນ​ໂອ​ກາດ​ພົບ​ປະ​ຄັ້ງ​ນີ້ ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ໃນ​ໄລຍະການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ຈົນ​​ເຖິງປະຈຸ​ບັນ​ນີ້ ​ເຫັນ​ວ່າການ​ຂົນ​ສົ່ງ​ສິນຄ້າ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ເກີດ​ຄວາມ​ລ້າ​ຊ້າ​ເປັນ​ຕົ້ນ​ແມ່ນ ການ​ສົ່ງ​ສິນຄ້າ​ກະສິກຳ​ຂອງ ລາວ ຜ່ານ​ດ່ານ​ສາກົນ​ ​ແລະ ບັນດາດ່ານ​ທ້ອງ​ຖິ່ນ​ຂອງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນຕິດ​ກັບ ສປ ຈີນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແຂວງ ຢູນນານ, ດ້ວຍ​ເຫດ​ນີ້ ຈິ່ງ​ສະ​ເໜີ​ມາ​ຍັງ​ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ Logistics ຄຸນ​ໝິງ (Kunming South Asia-Southeast Asia International Logistics Research institute) ເພື່ອ​ຊ່ວຍ​ສຶກສາ ​ແລະ ຄົ້ນຄວ້າຫາ​ວິທີ​​ແກ້​ໄຂທີ່ເໝາະ​ສົມ​ເພື່ອ​​ຊຸກຍູ້ ​ແລະ ສົ່ງ​ເສີມການ​ຄ້າ​ສອງ​ຝ່າຍ​ ລາວ-ຈີນ ໃຫ້​​ເຕີບໃຫຍ່​ເຂັ້ມ​ແຂງ​ຂື້ນ​ເລື້ອຍໆ. ເຖິງຢ່າງໃດກໍ່ດີນັບ​ແຕ່​ລົດ​ໄຟ ລາວ-ຈີນ ​ໄດ້​ເປີດ​ໃຫ້​ບໍ່​ລິ​ການ​ເຫັນ​ວ່າ​ມີ​ຄວາມ​ສະດວກ​ຫລາຍ​ດ້ານ ບໍ່​ວ່າ​ຈະ​ເປັນການຂົນ​ສົ່ງ​ຜູ້​ໂດຍສານພາຍ​ໃນ​ປະ​ເທດ ​ແລະ ຂົນ​ສົ່ງສິນຄ້າ ລະຫວ່າງ ລາວ-ຈີນ, ​ການ​ຂົນ​ສົ່ງ​ສິນຄ້າ​ໂດຍ​ສະ​ເພາະ​ສິນຄ້າ​ປະ​ເພດ​ກະສິກຳ​ຜ່ານ​ທາງ​ລົດ​ໄຟ ລາວ-ຈີນ ​ແມ່ນ​ຍັງ​ພົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນການ​ສ້າງ​ສູນ​ກັກ​ກັນ​ພືດຢູ່​ເບື້ອງ​ ຈີນ ຍັງ​ບໍ່​ທັນ​ສຳ​ເລັດ. ດ້ວຍ​ເຫດ​ນີ້ ຈິ່ງ​ເຫັນ​ຄວນມີ​ການສຶກສາ​ຮ່ວມ​ກັນ ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້ ​ແລະ ກາລະ​ໂອກາດ ຂອງ​ຜູ້​ປະກອບ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ສິນຄ້າ​ກະສິກຳທີ່ມີ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ​​ ເຊິ່ງກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຂອງ ລາວ ກໍ່​ມີ​ສະ​ຖາ​ບັນ​ຄົ້ນຄວ້າ​ອຸດສາຫະກຳ ​ແລະ ການ​ຄ້າ ທີ່​ເຮັດ​ໜ້າ​ທີ ​ເປັນ​ເສນາ​ທິການ​ໃຫ້ກະຊວງ ​ຄົ້ນຄວ້າ ​ແລະ ວິ​ໄຈ ບັນຫາ​ຕ່າງໆທີ່​ກ່ຽວຂ້ອງ​ກັບອຸດສາຫະກຳ ​ແລະ ການ​ຄ້າ.

ປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ ໂລຈິດສະຕິກ (Logistics) ຄຸນ​ໝິງ ແຫ່ງ ສປ ຈີນ ໄດ້ກ່າວວ່າ: ຈະນໍາເອົາຂໍ້ສະເໜີເພື່ອໄປປຶກສາຫາລືຫາວິທີທາງເພື່ອຊ່ວຍໃຫ້ການສົ່ງອອກສິນຄ້າ ຂອງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມສະດວກ ຫລາຍຂື້ນກວ່າເກົ່າ.

ພາຍຫຼັງສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບກັນວ່າ ເພື່ອເປັນການຍົກສູງ, ພັດທະນາການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ຫລາຍຂື້ນ ແລະ ຖືໂອກາດການເຊື່ອມຕໍ່ການຂົນສົ່ງສິນຄ້າຜ່ານລົດໄຟ ລາວ-ຈີນ , ກໍ່ເຫັນດີໃຫ້ເປີດເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນພິເສດ ເພື່ອເປັນການເຊື່ອມຕໍ່, ດຶງ​ດູດ​ການ​ລົງທຶນ​ຈາກ ສປ ຈີນ ​ແລະ ບັນດາ​ປະ​ເທດ​ຕ່າງໆ ​ໃຫ້ຫລາຍ​ຂື້ນ​ໃນ​ອະນາຄົດ, ໃຫ້​ມີ​ການ​ຈັດ​ກິດຈະກຳ​ສຳ​ມະ​ນາ ຫລື ​ເວທີ​ພົບ​ປະ​ໃດ​ໜຶ່ງ​ລະຫວ່າງ ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ Logistics ຄຸນ​ໝິງ ​ແລະ ສະ​ຖາ​ບັນ​ອຸດສາຫະກຳ ​ແລະ ການ​ຄ້າ ແລະ ກົມກ່ຽວຂ້ອງ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ​ເພື່ອ​ເປັນ​ເວທີ​ ​ແລະ ຊ່ອງ​ທາງ​ໃນ​ການ​ເຜີຍ​ແຜ່ຜົນ​ຂອງ​ການ​ສຶກສາ ​ແລະ ຄົ້ນຄວ້າ ທີ່​ກ່ຽວຂ້ອງ​ກັບ​ການສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ, ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ການ​ສ້າງ​ຕ່ອງ​ໂສ້​ມູນ​ຄ່າ​ເພີ້​ມ​ໃນ​ລະດັບ​ພາກ​ພື້ນ ​ແລະ​ ສາກົນ, ການ​ສົ່ງ​ເສີມ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ແລະ ອື່ນໆ.

ຕອນທ້າຍນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີຕ້ອນຮັບຕໍ່ທ່ານ LIU JINXIN (ຫລິວ ຈິນຊິນ) ປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ວຽກ​ງານ Logistics ຄຸນ​ໝິງພ້ອມຄະນະ ແລະ ທ່ານ LIU JINXIN (ຫລິວ ຈິນຊິນ) ເອງກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບ.

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -