ການຈັດຕັ້ງປະຕິບັດໂຄງການນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ
By ໄພວັນ On 28 Nov, 2022 At 03:54 PM | Categorized As ຂ່າວພາຍໃນ | With 0 Comments

IMG_0074.78

IMG_0048.78

ໃນຕອນເຊົ້າຂອງວັນຈັນ, ວັນທີ 28 ພະຈິກ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກົມຊັບສິນທາງປັນຍາ, ກະຊວງ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສີດາ ຢູຕຣີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເຂົ້າຮ່ວມມີ ທ່ານຮອງຫົວໜ້າກົມຊັບສິນາປັນຍາ, ທ່ານຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ໃນ 9 ເມືອງ ທົ່ວນະຄອນຫຼວງວຽງຈັນ, ມີຕາງໜ້າບັນດາກົມ ແລະ ບັນດາພະແນກ ຂອງກົມຊັບສິນທາງປັນຍາ, ຜູ້ຜະລິດ ແລະ ຜູ້ປະກອບ ທັງໝົດຈໍານວນ 78 ທ່ານ.

ທ່ານ ນາງ ສີດາ ຢູຕຣີຈັນທະຈັກ ປະທານກອງປະຊຸມໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ຂອງໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ແລະ ເກັບກຳຂໍ້ມູນ ກ່ຽວກັບຜູ້ຜະລິດ ແລະ ຜູ້ປະກອບການ ໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫລາຍ ຖືໄດ້ວ່າເປັນກິດຈະກຳໜຶ່ງທີ່ນອນຢູ່ໃນໂຄງການນຳໃຊ້ຊັບສິນທາງປັນ ຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ແລະ ເປັນການເປີດກວ້າງໃຫ້ບັນດາທ່ານໄດ້ສາມາດເຂົ້າໃຈຕື່ມ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍສະເພາະ ກໍແມ່ນການສ້າງເຄື່ອງໝາຍການຄ້າ ຊຶ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການຂອງທ່ານມີຊື່ສຽງ ແລະ ເປັນທີຮັບຮູ້ໃນທົ່ວສັງຄົມ.

ທ່ານປະທານຍັງໄດ້ກ່າວວ່າ ກ່ຽວກັບຊັບສິນທາງປັນຍາໃນບາງປະເດັນຕື່ມວ່າ ສະພາບເງື່ອນໄຂແຫ່ງການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງເສດຖະກິດ ໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດດ້ານການແຂ່ງຂັນ ຊຶ່ງເຄື່ອງມືອັນໜຶ່ງກໍ່ແມ່ນຊັບສິນທາງປັນຍາ, ໃນໄລຍະຜ່ານມາ ຢູ່ ສປປ ລາວເຮົາ ກໍມີການພັດທະນາໄປເທື່ອລະກ້າວ ເມື່ອປີ 2020 ນະຄອນຫຼວງວຽງຈັນ ມີຈຳນວນໂຮງງານອຸດສາຫະກຳ ທີ່ຫລາຍກວ່າໝູ່, ຜະລິດຕະພັນ ກໍມີຈຳນວນເພີ່ມຂຶ້ນຕາມລຳດັບ ແຕ່ການປົກປ້ອງສິດ ຫຼື ຜະລິດຕະພັນຂອງຕົນເອງສ້າງຂຶ້ນນັ້ນ ເປັນເລື່ອງທີ່ສຳຄັນ; ເພື່ອເຮັດໃຫ້ສາມາດເພີ່ມມູນຄ່າຂຶ້ນ  ແລະ ໄດ້ຮັບການປົກປ້ອງສິນຄ້າຂອງເຮົານັ້ນ ການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດ ຈຶ່ງເປັນບັນຫາທີ່ສຳຄັນທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ເປັນຢ່າງສູງ; ຈາກນະໂຍບາຍໜຶ່ງເມືອງໜຶ່ງຜະລິດຕະພັນ ໃນຕໍ່ໜ້ານີ້ ທາງກົມຊັບສິນທາງປັນຍາ ຈະເນັ້ນໃສ່ວຽກງານ ໂດຍສະເພາະການຜັນຂະຫຍາຍຈາກໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດ.

ໃນຫລາຍປັດໄຈຂອງການເລີ່ມເຮັດທຸລະກິດບໍ່ວ່າຈະເປັນທຸລະກິດຂະໜາດນ້ອຍ ຫຼື ກາງ ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ, ການສ້າງມູນຄ່າເພີ່ມ ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນນັ້ນ. ປະຈຸບັນຖືວ່າຍັງຢູ່ໃນລະດັບທີ່ໜ້ອຍຫລາຍ, ການນຳໃຊ້ຊັບສິນທາງປັນຍາ ຄືກຸນແຈສຳຄັນຂອງການຂັບເຄື່ອນດັ່ງກ່າວ, ຍິ່່ງກວ່ານັ້ນ, ການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຈາກຕ່າງປະເທດອີກດ້ວຍ.

ໃນຕອນທ້າຍທ່ານປະທານໄດ້ເນັ້ນຕື່ມວ່າ: ເປົ້າໝາຍຂອງການຝຶກອົບຮົມໃນຄັ້ງນີ້, ກໍເພື່ອຈະຊ່ວຍເຮັດໃຫ້ຜູ້ປະກອບການ ສາມາດເຂົ້າໃຈໄດ້ເຖິງບັນດາປະເພດຂອງຊັບສິນທາງປັນຍາ, ຊ່ວຍໃຫ້ຜູ້ປະກອບການ ເຂົ້າໃຈເຖິງຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາໃນທຸລະກິດຂອງຕົນ ໂດຍສະເພາະຕິດພັນກັບຜະລິດຕະພັນຫັດຖະກຳ ແລະເປັນເວທີໜຶ່ງທີ່ຈະເຮັດໃຫ້ບັນດາທ່ານສາມາດຮັບຮູ້, ແລກປ່ຽນຄວາມຄິດເຫັນ ແລະ ປະສົບການຈາກນັກວິທະຍາກອນ.

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -