ພິທີເປີດການນໍາໃຊ້ເວັບໄຊ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງນໍ້າທາ
By ໄພວັນ On 24 Nov, 2022 At 12:56 PM | Categorized As ຂ່າວພາຍໃນ | With 0 Comments

IMG_0132.99

ໃນຕອນເຊົ້າຂອງວັນພຸດ, ວັນທີ 23 ພະຈິກ 2022, ທີ່ຫ້ອງປະຊຸມທາງໄກ (Video Conference) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດການນໍາໃຊ້ເວັບໄຊ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງນໍ້າທາ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາພະແນກກ່ຽວຂ້ອງພາຍໃນກະຊວງ ອຄ ແລະ ບັນດາທ່ານຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາ 3 ແຂວງ ແລະ ບັນດາພະແນກພາຍໃນກົມແຜນການ ແລະ ການຮ່ວມມື ເຂົ້າຮ່ວມທັງໝົດຈໍານວນ 35 ທ່ານ.

ທ່ານ ປອ ຄໍໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວວ່າ: ການເປີດເວັບໄຊ ໃຫ້ກັບພະແນກອຸດສາຫະກໍາ ແລະ ການຄ້າ 3 ແຂວງພາກເໜືອຄື ແຂວງຜົ້ງສາລີ http://psldoic.gov.la, ແຂວງອຸດດົມໄຊhttp://odxdoic.gov.la ແລະ ແຂວງຫລວງນໍ້າທາ http://lntdoic.gov.la. ໂດຍການສະໜັບສະໜູນຂອງໂຄງ ການສົ່ງເສີມຄວາມສາມາດໃນການສົ່ງອອກຢູ່ສາມແຂວງດັ່ງກ່າວ (ໂຄງການ ECL). ທ່ານປະທານຍັງໄດ້ກ່າວຕື່ມວ່າ ຄືດັ່ງທີ່ທ່ານໄດ້ຮູ້ນໍາກັນແລ້ວວ່າ ວຽກງານໂຄສະນາສື່ສານເປັນວຽກງານໜຶ່ງທີ່ສໍາຄັນ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຜູ້ໃຫ້ທຶນ ແລະ ເປັນວຽກງານທີ່ຂາດບໍ່ໄດ້ສໍາບັບທຸກໆໂຄງການຊ່ວຍເຫຼືອຂອງຕ່າງປະເທດ ເນື່ອງຈາກການໂຄສະນາເຜີຍແຜ່ຈະເປັນເວທີສໍາຄັນສະແດງຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອໃຫ້ກັບສາທາລະນະ.ສະນັ້ນ ການສ້າງເວັບໄຊໃຫ້ກັບພະແນກອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ຈາກຜູ້ໃຫ້ທຶນ ຄຽງຄູ່ກັບການອອກບົດຂ່າວ, ເຮັດແຜ່ນພັບ, ສ້າງວິດີໂອ ຂອງບັນດາກິດຈະກໍາຂອງໂຄງການ ແລະ ອື່ນໆ. ເພື່ອເປັນບ່ອນໂຄສະນານໍາສະເໜີຜົນງານໂຄງການ ແລະ ກິດຈະກໍາ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແລ້ວຍັງເປັນບ່ອນແລກປ່ຽນ ແລະ ເປັນຖານຂໍ້ມູນຂອງພະແນກ ອຄ ອີກດ້ວຍ.

ໃນຕອນທ້າຍທ່ານປະທານກອງປະຊຸມຍັງໄດ້ກ່າວວ່າ: ມີຄວາມເຊື່ອໝັ້ນວ່າ 3 ແຂວງດັ່ງກ່າວ ມີບຸກຄະລາກອນມີຄວາມຮູ້ຄວາມສາມາດ, ມີການວາງແຜນ ແລະ ແບ່ງໜ້າທີ່ຮັບຜິດຊອບຢ່າງຊັດເຈນ ໃນການຄຸ້ມຄອງບໍລິຫານເວບໄຊ ໃຫ້ເກີດປະສິດທິພາບສູງສຸດ, ມີການອັບເດດຂໍ້ມູນເປັນປົກກະຕິ ແລະ ຂ່າວສານ ໂດຍສະເພາະບັນດາລະບຽບການທີ່ຕິດພັນວຽກງານອຸດສາຫະກໍາ ແລະ ການຄ້າ ໃຫ້ທັນກັບສະພາບ. ເຖິງວ່າຈະເປັນເວບໄຊທໍາອິດ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ສາມແຂວງ ແຕ່ເປັນຈຸດລິເລີ່ມ ແລະ ເປັນຕົວຢ່າງໃຫ້ກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງອຶ່ນໆທົ່ວປະເທດ ເພື່ອເປັນກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລກິດ ທີ່ແຂວງພວກເຮົາສາມາດເປັນບບຢ່າງໃຫ້ກັບແຂວງຈໍາປາສັກ ທີ່ໄດ້ຮັບການສະໜັບສະນູນຈາກໂຄງການ LBF ແລະ ແຂວງອຶ່ນໆ ພາຍໃຕ້ຂອບການຄ້າເພື່ອການພັດທະນາ ເພື່ອຮັບປະກັນຄວາມຍືນຍົງພາຍຫຼັງໂຄງການ

ສິ້້ນສຸດລົງ.

IMG_0064.99

ຂ່າວ ແລະ ພາບ : ໄພວັນ ໂຄດວັນທາ

About -