ເອັກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 23 Nov, 2022 At 06:48 PM | Categorized As ຂ່າວສຳຄັນ | With 0 Comments

screenshot

           ໃນຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 23 ມັງ​ກອນ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອີນາ ມາຈູລໍນີເເຕ (Ina MACIULIONYTE), ເອັກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວ, ຮ່ວມມື ແລະ ຊ່ວຍເຫຼືອ ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ໃນໄລຍະຜ່ານມາ ແລະ ການຮ່ວມມືໃນອະນາຄົດ, ຊຶ່ງມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 15 ​ທ່ານ.

ໃນ​ໂອ​ກາດ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ  ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບເສດຖະກິດມະຫາພາກຂອງ ສປປ ລາວ ພາຍຫຼັງທີ່ໄດ້ຖືກກະທົບຈາກການລະບາດຂອງພະຍາດ COVID-19, ຊຶ່ງໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍໃຫ້ກັບທຸກຂະແໜງການ ຈາກຜົນກະທົບຂອງການແຜ່ລະບາດ Covid-19 ໃນໄລຍະທີ່ຜ່ານມາ. ການ​ພົວພັນ​ການ​ຄ້າ ລະຫວ່າງ ລາວ ​ແລະ ອີຢູ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນສາມາດ​ຈັດ​ຕັ້ງ​ປະຕິບັດ​ຕາມເງື່ອນໄຂສິດທິພິເສດທາງການຄ້າເຊັ່ນ: EBA (Everything But Arms) ແລະ GSP  (Generalized System of Preference) ທີ່ສະຫະພາບເອີຣົບ (EU) ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ຊຶ່ງໃນ 9 ເດືອນ ປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ອີຍູ ບັນລຸໄດ້ 366.9 ລ້ານໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸໄດ້ 239.8 ລ້ານໂດ​ລາ​ສະຫະລັດ ແລະ ມູນຄ່າການນໍາເຂົ້າບັນລຸໄດ້ 127.1 ລ້ານໂດລາສະຫະລັດ.

-     ສິນຄ້າ​ຫລັກ​ທີ່​ ສປປ ລາວ ສົ່ງ​ອອກ​ໄປ ອີຢູ ໃນ 9 ເດືອນ ປີ 2022: ​ເຄື່ອງ​ນຸ່ງ​ຫົ່ມ; ເກີບ; ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ); ເພັດ; ເຂົ້າ; ເຄື່ອງ​ຫຼີ້ນ​ກິ​ລາ; ເຄື່ອງ​​ຊຸບ​ຫົວ (ໝວກ, ຜ້າ​ຄຸມ​ຫົວ); ເຄື່ອງ​ສຳ​ລັບ​ການ​ເດີນ​ທາງ; ພ​ລາສະ​ຕິກ ແລະ ເຄື່ອງ​ໃຊ້​ທີ່​ເຮັດ​ດ້ວຍ​ພ​ລາ​ສະ​ຕິກ ແລະ ອື່ນໆ.

-     ສິນຄ້າຫລັກທີ່ ສປປ ລາວ ນໍາເຂົ້້າຈາກ ອີຢູ ໃນ 9 ເດືອນ ປີ 2022: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຫຼົ້າ, ເບຍ, ວາຍ; ເຍື່ອໄມ້ ແລະ ເສດເຈ້ຍ; ເພັດ; ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ); ຜະລິດຕະພັນການຢາ (ເພສັດຊະກໍາ); ແກ້ວປະເສີດ ຫຼື ເຄິ່ງປະເສີດ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ເສັ້ນໄຍສັງເຄາະ; ເຄື່ອງມື ແລະ ອຸປະກອນທັດສະນະສາດ ແລະ ອື່ນໆ. ນັບທັງໂຄງການ TDF 1-TDF ທີ່ໄດ້ຊ່ວຍເຫຼືອໃນໄລຍະຜ່ານມາ.

        ຕອນທ້າຍນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ ທ່ານ ເອກອັກຄະລັດຖະທູດ​ ທີ່ໃຫ້ຄວາມຮ່ວມມືເປັນຢ່າງດີຕໍ່ການພົວພັນ ລາວ ແລະ ສະຫະພາບເອີຣົບ (EU) ແລະ ທ່ານ ນາງ  ອີນາ ມາຈູລໍນີເເຕ ກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບ.

ພາບ ແລະ ຂ່າວ: ໄພຄຳອີ ວິໄລຄຳ

About -