ກອງປະຊຸມພາຍໃຕ້ເສົາຄໍ້າເສດຖະກິດອາຊຽນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີີ່ກ່ຽວຂ້ອງ ໃນວັນທີ 9-10 ພະຈິກ 2022, ທີີ່ ພະນົມເປັນ, ປະເທດ ກຳປູເຈຍ
By admin On 21 Nov, 2022 At 12:37 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-11-17 at 10.53.24

ໃນລະຫວ່າງວັນທີ9 ຫາ 10 ພະຈິກ 2022, ທີີ່ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົັ້າຮ່ວມກອງປະຊຸມພາຍໃຕ້ເສົາຄ້ຳເສດຖະກິດອາຊຽນ ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 – 41 ແລະ ກອງປະຊຸມສຸດຍອດທີີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າກຳປູເຈຍ ໃນຖານະປະທານໝູນວຽນອາຊຽນໃນປີ 2022 ຊຶ່ງໃນນັ້ນມີ: 1) ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີສະພາເສດຖະກິດອາຊຽນ, ລັດຖະມົນຕີ ພະລັງງານອາຊຽນ, ລັດຖະມົນຕີຂົນສົົ່ງອາຊຽນ ແລະ ລັດຖະມົນຕີກະສິກຳ ແລະ ປ່າໄມ້ອາຊຽນ; 2) ກອງປະຊຸມ ສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ21; 3) ກອງປະຊຸມປຶກສາຫາລືລັດຖະມົນຕີເສດຖະກິດ ອາຊຽນ-ອົດສະຕາລີ-ນິວຊີແລນ ສະໄໝພິເສດ, ແລະ 4) ກອງປະຊຸມປຶກສາຫາລືລັດຖະມົນຕີເສດຖະກິດ ອາຊຽນ-ອັງກິດ ຄັ້ງ ທີ 2 ໂດຍມີບັນດາລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ລັດຖະມົນຕີເສດຖະກິດອາຊຽນ ແລະ ລັດຖະມົນຕີປະເທດຄູ່ເຈລະຈາ (ອົດສະຕາລີ, ນິວຊີແລນ ແລະ ອັງກິດ) ແລະ ເລຂາທິການໃຫຍ່ອາຊຽນ ເຂົັ້າຮ່ວມ ຢ່າງພ້ອມພຽງ. ໃນກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ21, ບັນດາລັດຖະມົນຕີໄດ້ປຶກສາຫາລືກັນ ໃນ ຫຼາຍບັນຫາທີີ່ຕິດພັນກັບ ການຈັດຕັ້ງປະຕິບັດບັນດາໜ້າວຽກພາຍໃຕ້ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ເພືີ່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 – 41 ແລະ ກອງປະຊຸມສຸດຍອດທີີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີີ່ສະເໜີໂດຍກຳປູເຈຍ ໃນນາມປະທານອາຊຽນປີ 2022 ແລະ ສະແດງຄວາມຊົມເຊີຍຕ ໍ່ຜົນສຳເລັດດັ່ງກ່າວ. ນອກຈາກນັ້ນ, ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາ 27 ເອກະສານສຳຄັນຂອງອາຊຽນ ເພືີ່ອສະເໜີຕ ໍ່ກອງປະຊຸມສຸດ ຍອດອາຊຽນພິຈາລະນາ. ພິເສດ, ໃນໄລຍະກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ໃນນາມລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ) ໄດ້ລົງນາມໃນອະນຸສັນຍາເພືີ່ອປັບປຸງສັນຍາວ່າດ້ວຍ ການເຄືີ່ອນຍ້າຍບຸກຄົນວິຊາຊີບ/ສີມືແຮງງານອາຊຽນ. ໃນກອງປະຊຸມພົບປະລະຫວ່າງ 4 ລັດຖະມົນຕີຂະແໜງການດັ່ງກ່າວຂ້າງເທິງ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ແຜນການສ້າງ “ຍຸດທະສາດອາຊຽນວ່າດ້ວຍການຫຼຸດຜ່ອນການປ່ອຍອາຍກາກໂບນິກ” ຊຶ່ງກອງປະຊຸມ ໄດ້ ເຫັນດີສະໜັບສະໜູນໃຫ້ມີການສ້າງແຜນຍຸດທະສາດອາຊຽນວ່າດ້ວຍການຫຼຸດຜ່ອນການປ່ອຍອາຍກາກໂບນິກ ແລະ ເຫັນດີມອບໃຫ້ເຈົັ້າໜ້າທີີ່ອາວຸໂສຂອງທັງ 4 ຂະແໜງການສົມທົບກັນຢ່າງໃກ້ຊິດເພືີ່ອສ້າງແຜນຍຸດທະສາດ ດັ່ງກ່າວ. ໃນໂອກາດເຂົັ້າຮ່ວມກອງປະຊຸມຄັ້ງນີັ້, ໄດ້ມີກອງປະຊຸມພົບປະລະຫວ່າງລັດຖະມົນຕີເສດຖະກິດອາຊຽນອົດສະຕາລີ-ນິວຊີແລນ ສະໄໝພິເສດ ເພືີ່ອສືບຕໍ່ເຈລະຈາບັນດາບັນຫາທີີ່ຍັງຄົງຄ້າງ ໃຫ້ສາມາດເປັນເອກະພາບດ້ານ ເນື້ອໃນ ແລະ ກ້າວໄປສູ່ການສະຫຼຸບການເຈລະຈາໃນຕໍ່ໜ້າ. ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຮ່ວມວ່າ ດ້ວຍການສະຫຼຸບເນືັ້ອໃນການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ ເພືີ່ອສະເໜີ ໃຫ້ຜູ້ນຳປະກາດການສະຫຼຸບເນືັ້ອໃນການເຈລະຈາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີັ້.

 

WhatsApp Image 2022-11-17 at 10.53.23

 

ແຫຼ່ງຂ່າວ ກົມນະໂຍບາຍການຄ້າຕ່າງປະເທດ

About -