ຄະນະຜູ້ແທນຈາກກຸ່ມທະນາຄານໂລກ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 18 Nov, 2022 At 12:43 AM | Categorized As ຮູບພາບ, ຂ່າວສຳຄັນ | With 0 Comments

worldbank

ໃນຕອນ​ເຊົ້າ ເວລາ 11:00 ໂມງ ຂອງວັນທີ 16 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Alexander Kremer, Country Manager for the World Bank Lao PDR ຜູ້ຈັດການທະນາຄານໂລກພ້ອມດ້ວຍຄະນະ 9 ທ່ານ ​ເຂົ້າພົບປະ ທ່ານ ລັດມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມ ແລະ ການສ້າງເງື່ອນໄຂເງິນກູ້ຈາກທະນາຄານໂລກ. ໃນໄລຍະ 2 ປີຜ່ານມາ, ທະນາຄານໂລກໄດ້ສະໜັບສະໜູນ ສປປ ລາວ, ໂດຍສະເພາະແມ່ນຂະແໜງ ການສາທາລະນະສຸກໃຫ້ເຂັ້ມແຂງຂຶ້ນ ເພື່ອຮັບມືກັບການລະບາດຂອງ ໂຄວິດ-19;

ຕາງໜ້າໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລັດຖະມົນຕີ ກໍສະແດງຄວາມຂອບໃຈມາຍັງ ທະນາ ຄານໂລກ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານການສ້າງ ແລະ ຄຸ້ມຄອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສ​ປ​ປ ລາວ, ການສະໜັບສະໜູນໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME A2F). ພວກເຮົາໝັ້ນໃຈວ່າທັງສອງໂຄງການນີ້ ແລະ ການສະໜັບສະໜູນຂອງທະນາຄານໂລກ ເຂົ້າໃນວຽກງານສົ່ງເສີມບັນຍາກາດການລົງທຶນ, ຄວາມສາມາດໃນການແຂ່ງຂັນດ້ານການຄ້າ ແລະ ວຽກງານການອໍານວຍຄວາມ ສະດວກດ້ານການຄ້າ ຈະຊ່ວຍຊຸກຍູ້ສົ່ງເສີມໃຫ້ວຽກງານການພັດທະນາການຄ້າ ແລະ ພາກເອກະຊົນ ມີຄວາມກ້າວໜ້າຂຶ້ນຕື່ມ, ໂດຍສະເພາະແມ່ນການສຸມໃສ່ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ ແລະ ຄວາມສາມາດໃນການແຂ່ງຂັນຂອງຂະແໜງການທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດໃນ ໄລຍະຟື້ນຟູຈາກຜົນກະທົບຂອງໂຄວິດ-19;ໃນນາມໜ່ວຍງານຫຼັກ ທີ່ຮັບຜິດຊອບການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫຼືອ ທີ່ກ່າວມາຂ້າງ ເທິງ ໂດຍ​ສະ​ເພາະ​ການ​ສະ​ໜັບ​ສະ​ໜູນທຶນມູນ​ຄ່​າ 40 ລ້ານ ໂດລາສະຫະລັດ ເຂົ້າໃນໂຄງການສົ່ງເສີມ ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME A2F) ແລະ 19,5 ລ້ານ ໂດລາສະຫະລັດ ເຂົ້າໃນໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCTP), ກະຊວງອຸດສາຫະກຳ ແລະ ການຄ້າ, ມີຄວາມພຶງພໍໃຈຕໍ່ການສະໜັບສະໜູນຢ່າງຕັ້ງ ໜ້າ ຂອງທີມງານໂຄງການຈາກທະນາຄານໂລກ ຕະຫຼອດໄລຍະຜ່ານມາ;

ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມທີ່ຈະຮ່ວມມືເຮັດວຽກຢ່າງໃກ້ຊິດກັບ ກຸ່ມທະນາຄານໂລກ ເພື່ອສືບຕໍ່ຈັດຕັ້ງປະຕິບັດ 02 ໂຄງການດັ່ງກ່າວໃຫ້ສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້ ພວກເຮົາຍິນດີ ຮັບຟັງ ແລະ ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ຈາກປະເທດອື່ນໆ ໃນການ ແກ້ໄຂບັນຫາ ແລະ ອຸປະສັກຕ່າງໆ ທີ່ປະເທດຂອງພວກເຮົາກຳລັງ ປະເຊີນຢູ່. ໃນຕອນທ້າຍ ກໍໄດ້ກ່າວອວຍພອນໃຫ້ຄະນະທະນາຄານໂລກ ໃຫ້ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ໃນ ສປປ ລາວ; ຢືນຢັນຄວາມຕັ້ງໃຈ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ລັດຖະບານລາວ ທີ່ຈະສືບຕໍ່ຮ່ວມ ມື ແລະ ເຮັດວຽກຢ່າງໃກ້ຊິດກັບກຸ່ມທະນາຄານໂລກ ແລະ ມີຄວາມໝັ້ນໃຈວ່າ ທະນາຄານໂລກ ແລະ ລັດຖະບານລາວ ຈະສາມາດສືບ​ຕໍ່ສ້າງສາຍພົວພັນ ແລະ ການຮ່ວມມືໃຫ້ແໜັ້ນແຟ້ນຂຶ້ນເລື້ອຍໆ ໂດຍ ສະເພາະແມ່ນລະຫວ່າງທະນາຄານໂລກ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ.

ພາບ ແລະ ຂ່າວ:​ ໄພຄຳອີ ວິໄລຄຳ

About -