ເອກອັກຄະລັດຖະທູດ ສີລັງກາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ
By admin On 13 Nov, 2022 At 11:26 PM | Categorized As ຂ່າວສຳຄັນ | With 0 Comments

screenshot

ໃນຕອນ​ເຊົ້າເວລາ 10:30 ໂມງ ຂອງວັນທີ 11 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ C.A. Chaminda I.Colonnne, ເອກອັກຄະລັດຖະທູດ ແຫ່ງ ສີລັງກາ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນ ຢູ່ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 8 ທ່ານ.

ໂອກາດນີ້  ທ່ານ   ມະໂນທອງ ວົງໄຊ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ  ນາງ C.A. Chaminda I.Colonnne, ອັກຄະລັດຖະທູດ ສີລັງກາ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ລະຫວ່າງ ສປປ ລາວ-ສີລັງກາ ທີ່ມີການພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານເສດຖະກິດ, ດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ ແລະ ສີລັງການ  ໃນນີ້ມູນຄ່າການຄ້າສອງຝ່າຍ 9 ເດືອນປີ2022  ສາມາດປະຕິບັດໄດ້ໃນມູນຄ່າ 133,509 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກປະຕິບັດໄດ້ 126,572 ລ້ານໂດລາສະຫະລັດ. ສິນຄ້າລາວສົ່ງອອກປະກອບມີ: ເຄື່ອງທີ່ເຮັດດ້ວຍເຈ້ຍ ແລະ ອື່ນໆ. ສິນຄ້ານໍາເຂົ້າປະຕິບັດໄດ້ 6,938 ໂດລາສະຫະລັດ. ປະກອບມີ: ກະສິກໍາ, ປ່າໄມ້ ແລະ ການປະມົງ, ການຄ້າຂາຍຍົກ, ສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ ແລະ ສິນຄ້າ ອື່ນໆ.

ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ຝ່າຍ ສີລັງກາ ສືບຕໍ່ຮ່ວມມື ແລະ ສົ່ງເສີມການຄ້າສອງຝ່າຍໃຫ້ຂະຫຍາຍໂຕສູງຂື້ນເລື່ອຍໆ ພ້ອມທັງຊັກຊວນໃຫ້ນັກທຸລະກິດ ສີລັງກາ ມາລົງທຶນ ໃນ ສປປ ລາວ ໃຫ້ຫຼາຍຂື້ນ.

 ທ່ານ ນາງ C.A. Chaminda I.Colonnne,    ເອກອັກຄະລັດຖະທູດ ສີລັງກາ ປະຈໍາ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ​ສີລັງກາ ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນອະນາຄົດໜ້າ.

ພາບ ແລະ ຂ່າວ ໄພຄຳອີ ວິໄລຄຳ

About -