ຄະນະຜູ້ແທນຈາກກຸ່ມທະນາຄານສິນເຊື່ອແຫ່ງປະເທດສະວິດ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 9 Nov, 2022 At 08:38 AM | Categorized As ຂ່າວສຳຄັນ | With 0 Comments

ໃນຕອນ​ເຊົ້າເວລາ 10:00 ໂມງ ຂອງວັນທີ 3 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Dr. Urs  Buchmam ຮອງປະທານຂອງ Credit Suisse (Hong Kong) ພ້ອມດ້ວຍຄະນະ 23 ທ່ານ ໃນໂອກາດເຂົ້າຢ້ຽມພົບປະ ທ່ານ ລັດມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປຶກສາຫາລື ເກັບກໍາຂໍ້ມູນດ້ານການຄ້າອຸດສາຫະກໍາປຸງແຕ່ງ ແລະ ອຸດສະຫະກໍາການສົ່ງເສີມ SME ຂະໜາດນ້ອຍ ແລະ ກາງ ເພື່ອສຶກສາຄວາມເປັນໄປໄດ້ໃນການຂະຫຍາຍດ້ານການຄ້າ, ການລົງທຶນໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາການພົວພັນດ້ານການຄ້າລະຫວ່າງ ສປປ ລາວ ແລະ ສະວິດເຊີແລນ ເຫັນວ່າມູນຄ່າການຄ້າຍັງມີຂະໜາດນ້ອຍໃນໄລຍະຜ່ານມາການພົວພັນການຄ້າ ລະຫວ່າງ ສປປ ລາວ ແລະ ສະວິດເຊີແລນ ມີມາແຕ່ຊຸມປີ 1990, ຊຶ່ງປະລິມານການຄ້າຖືວ່າຍັງມີຂະໜາດນ້ອຍ ເມື່ອສົມທຽບກັບບາງປະເທດໃນເອີຣົບ. ຢ່າງໃດກໍ່ຕາມ, ໃນ 9 ເດືອນ ຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ສະວິດເຊີແລນ ມີການເພີ່ມຂຶ້ນ ໂດຍສາມາດບັນລຸໄດ້ສູງເຖິງ 245.2 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການນໍາເຂົ້າ ບັນລຸໄດ້ 176.9 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກ ບັນລຸໄດ້ 68.2 ລ້ານໂດລາສະຫະລັດ.

ພາບ ແລະ ຂ່າວ :​ ໄພຄຳອີ ວິໄລຄຳ

About -