ປະທານຄະນະບໍລິຫານງານສູນກາງກໍາມະບານລາວ ລົງຊຸກຍູ້ວຽກງານກໍາມະບານ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ
By Miss Phetpakai SISOMBOUN On 4 Nov, 2022 At 04:25 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-11-04 at 09.37.17 (2)

ຕອນເຊົ້າວັນພຸດ ວັນທີ 2 ພະຈິກ 2022 ທ່ານ ນາງ ອາລີ ວົງໜໍ່ບຸນ ກໍາມະການສູນການພັກ ປະທານຄະນະບໍລິຫານງານສູນກາງກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານກໍາມະບານ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນໂອກາດນີ້ໄດ້ເຂົ້າພົບປະ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມດ້ວຍຄະນະບໍລິຫານງານທັງສອງເຂົ້າຮ່ວມ.

ໂອກາດນີ້ ປະທານໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນບາງຈຸດວ່າ: ໃຫ້ສະຫະພັນກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຕັ້ງປະຕິບັດຕາມແຜນການນຳນຳພາການເຄື່ອນໄຫວວຽກງານສະຫະ ພັນກຳມະບານກະຊວງອຸດສາຫະກຳ ແລະ ການຄ້າ ໃນຕໍ່ໜ້າ ໂດຍສະເພາະໃຫ້ເອົາໃຈໃສ່ຊີ້ນໍານໍາພາວຽກງານການເມືອງ-ແນວຄິດ, ວຽກງານກໍ່ສ້າງ-ບຳລຸງພະນັກງານສະມາຊິກກຳມະບານ, ວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ, ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຊາວຜູ້ອອກແຮງງານ , ວຽກງານຍົກລະດັບຄວາມຮູ້ຄວາມສາມາດ ແລະ ຝຶກອົບຮົມຕ່າງໆ, ການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ.

        ຈາກນັ້ນ ທ່ານປະທານ ຄະນະບໍລິຫານງານສູນກາງກໍາມະບານລາວ  ພ້ອມດ້ວຍຄະນະໄດ້ລົງເຮັດວຽກຮ່ວມກັບຄະນະສະຫະພັນກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີທ່ານ ປອ ບົວວັນ ວິລະວົງ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ  ພ້ອມດ້ວຍຄະນະບໍລິຫານງານເຂົ້າຮ່ວມ.

 

WhatsApp Image 2022-11-04 at 09.42.17 .78 (4)

          ໂອກາດນີ້ ທ່ານ ນາງ ອາລີ ວົງໜໍ່ບຸນ ກໍາມະການສູນການພັກ ປະທານຄະນະບໍລິຫານງານສູນກາງກໍາມະບານລາວ ພ້ອມດ້ວຍຄະນະ ຍັງໂອ້ລົມ ແລະ ຢ້ຽມຢາມສະຫະພັນກໍາມະບານ ຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຕື່ມອີກ

ພາບ-ຂ່າວ: ໄພວັນ ໂຄດວັນທາ

ເຜີຍແຜ່: ນ. ເພັດປະກາຍ ສີສົມບູນ