ງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ປະຈຳປີ 2022
By Miss Phetpakai SISOMBOUN On 4 Nov, 2022 At 04:16 PM | Categorized As ຂ່າວສຳຄັນ | With 0 Comments

 

IMG_0161

ຕອນເຊົ້າຂອງວັນຈັນ ວັນທີ 1 ພະຈິກ 2022 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ສະມາຄົມຫັດຖະກໍາ ໄດ້ຈັດພິທີເປີດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ປະຈຳປີ 2022 (National Handicraft Day) ໂດຍການເຂົ້າຮ່ວເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຮສ. ປອ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ອາລີ ບຸນໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ປ້າ ຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳລາວ ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ນັກສຶກສາກຈາກມະຫາວິທະຍາໄລແຫ່ງຊາດ ຫລາຍກ່ວາ 500 ທ່ານ.

ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂື້ນລາຍງານໃຫ້ຊາບວ່າ: ງານສະເຫຼີມສະຫຼອງວັນຫັດຖະກຳ ຈັດຂື້ນເພື່ອໃຫ້ມວນຊົນ ແລະ ສັງຄົມໄດ້ຮັບຮູ້ ຄວາມໝາຍຄວາມສຳຄັນ ເພື່ອຮ່ວມກັນສ້າງຂະບວນການສະເຫຼີມສະຫຼອງ ວັນຫັດຖະກຳແຫ່ງຊາດ  ເຊິ່ງເປັນວັນສຳຄັນຂອງ ສປປ ລາວ ໂດຍສະເພາະຊາວຊ່າງຫັດຖະກຳ ຄືວັນທີ 1 ພະຈິກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຫັດຖະກຳ ເພື່ອເປັນການຊຸກຍູ້ສົ່ງເສີມທັງເປັນການລະນຶກເຖິງບຸນຄຸນ ແລະ ມໍລະດົກດ້ານຫັດຖະກໍາ ທີ່ບັນພະບູລຸດພວກເຮົາໄດ້ສ້າງໄວ້ ແລະ ປະກອບສ່ວນເຂົ້າໃນການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຮັບການສືບທອດສູ່ລູກຫຼານລຸ້ນຕໍ່ໆໄປໃຫ້ຍືນຍົງ.

IMG_0119

  ປີ 2022 ນີ້ ເປັນປີທີ່ມີຄວາມໝາຍສຳຄັນຂອງການສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ເນື່່ອງຈາກວ່າເປັນປີຄົບວາລະ 15 ປີ, ວັນຫັດຖະກຳແຫ່ງຊາດ ເປັນສັນຍາລັກຄວາມເອກອ້າງເຖິງຜົນງານຂອງຊາວຊ່າງຫັດຖະ ກຳ ທີ່ໄດ້ນຳໃຊ້ຫົວຄິດປະດິດສ້າງ, ສີໄມ້ລາຍມື, ວິທີການແບບໃຫມ່ຕ່າງໆ ສ້າງຜະລິດຕະພັນຫັດຖະກໍາ ທີ່ເປັນເອກະລັກຂອງຊາດ ທັງເປັນຊັບສິນມໍລະດົກທີ່ມີຄຸນຄ່າທາງໃຈ ຂອງປະຊາຊົນບັນດາເຜົ່າ, ລັດຖະບານ ໄດ້ສຸມທຸກຄວາມພະຍາຍາມ ແລະ ໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າ ເພື່ອສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ການສຶບທອດເຂົ້າຮູບແບບການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ. ພ້ອມດຽວກັນນີ້, ເສັ້ນທາງ ລົດໄຟ ລາວ-ຈີນ ກໍ່ເປັນເງື່ອນໄຂທີດີອີກຢ່າງໜຶ່ງ ໃນການສົ່ງເສີມການຄ້າ,​ ການລົງທຶນ, ການໄປມາຫາສູ່ກັນ ແລະ ການປະກອບການດ້ານຫັດຖະກຳ ລະຫວ່າງ ສປປ ລາວ ກັບ ບັນດາປະເທດໃນພາກພື້ນ.

ທ່ານຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກ່າວຕື່ມວ່າ: ຂະແໜງຫັດຖະກຳ ມີສ່ວນປະກອບສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະໃນການສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ປະຊາ ຊົນລາວບັນດາເຜົ່າ ທັງເປັນການອະນຸລັກ ມູນເຊື້ອວັດທະນະທຳຫັດຖະກຳຂອງຊາດ ອີກດ້ວຍ. ງານສະເຫຼີມສະຫຼອງວັນຫັດຖະກໍາແຫ່ງຊາດ ກໍ່ເພື່ອເຕົ້າໂຮມຫົວໜ່ວຍທຸລະກິດ ຫັດຖະກໍາ,​ ຜູ້ປະກອບການ SME ສ້າງໂອກາດພົບປະແລກປ່ຽນຊື້-ຂາຍໃຫ້ແກ່ຜູ້ປະກອບການກັບພາກສ່ວນອື່ນ ຄຽງຄູ່ກັບການສົ່ງເສີມຫັດຖະກຳເຊື່ອມໂຍງກັບການ ທ່ອງທ່ຽວ ພ້ອມທັງການພັັດທະນາຫຼັກສູດການສຶກສາທີ່ຕິດພັນກັບ ຂະແໜງຫັດຖະກຳ ເພື່ອການສ້າງນັກພັດທະນາອອກແບບ, ການຜະລິດ ແລະ ການຕະຫຼາດ.

ພາບ-ຂ່າວ: ໄພວັນ ໂຄດວັນທາ

ເຜີຍແຜ່: ນ. ເພັດປະກາຍ ສີສົມບູນ