ທ່ານເຈົ້າແຂວງແຂວງ ຈໍາປາສັກ ພົບປະເຮັດວຽກຮ່ວມ ກັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 3 Nov, 2022 At 04:54 PM | Categorized As ຂ່າວສຳຄັນ | With 0 Comments

IMG_0152

ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 03 ພະຈິກ 2022 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການພົບປະເຮັດວຽກຂອງ ທ່ານ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 35 ທ່ານ.

IMG_0153

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ​ ເຈົ້າແຂວງໆຈໍາປາສັກ ເພື່ອເຮັດໃຫ້​ ​ສອງ​ຝ່າຍໄດ້ເສີມຂະຫຍາຍການພົວພັນແລະ ຮ່ວມມືທີ່ດີ ຊຶ່ງກັນ ແລະ ກັນ, ທັງສອງຝ່າຍໄດ້ປຶກສາຫາລືທົບ​ທວນຄືນຄວາມເຂົ້າໃຈຮ່ວມກັນໃນບົດບັນທຶກການຈັດຕັ້ງປະຕິບັດວຽກງານລະຫວ່າງ ແຂວງຈໍາປາສັກ ແລະ ກະຊວງ ອຄ ໃນໄລຍະຜ່ານມາ ​ເປັນ​ຕົ້ນ​ ການພັດທະນາ SME ໂດຍສະເພາະການເຂົ້າເຖິງແຫຼ່ງທຶນ, ວຽກງານສົ່ງເສີມການຄ້າ (Made in Lao), ການວາງສະແດງສິນຄ້າ, ​ການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການຜະລິດສິນຄ້າທີ່ເປັນທ່າແຮງ ແລະ ວຽກ​ງານ​ການທ່ອງ​ທ່ຽວ ຂອ​ງແຂວງຈໍາປາສັກ. ​ນອກນັ້ນຍັງໄດ້ປຶກສາຫາລືກັນໃນດ້ານວິຊາການ ທີ່ຈະສ້າງແຜນພັດທະນາ ແລະ ໂຄງການຮ່ວມມືໃນ 3 ປີ 2023-2025 ເພື່ອກ້າວໄປເຖິງການເຊັນບົດບັນທຶກຮ່ວມກັນ;​ ໃນນີ້: ທ່ານເຈົ້າແຂວງໆຈໍາປາສັກ ໄດ້ສະເໜີໃນຕໍ່ໜ້າ ຂໍ​ການ​ສະໜັບ​ສະ​ໜູນ​ໃນ​ວຽກ​ງານຕ່າງໆ​ທີ່​ຕິດ​ພັນ​ກັບ​ກະຊວງ ອຄ ໂດຍສະເພາະວຽກຊັບສິນທາງປັນຍາ ແລະ ວຽກມາດຕະຖານ ແລະ ວັດແທກ ທີ່ທາງກະຊວງ ອຄ ໄດ້ໂຮມມາຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີເກົ່າ, ຈະສືບ​ຕໍ່ໃຫ້ການຮ່ວມມື ​ແລະ ຊ່ວຍ​ເຫຼືອວຽກ​ງານຕ່າງໆ​ທີ່​ມີ​ຄວາມ​ຕ້ອງການ​ພັດທະນາ​ ຂອງແຂວງ ພ້ອມທັງຂອບໃຈມາຍັງທ່ານລັດຖະມົນຕີກະຊວງ ອຄ ທີ່ໄດ້ໃຫ້ການຕ້ອນ​ຮັບ​ຢ່າງອົບອຸ່ນ ແລະ ໃຫ້​ຄຳ​ປຶກ​ສາ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານແກ່ ຄະນະ.

IMG_0192

    ຕອນ​ທ້າຍ, ທ່ານ​ລັດຖະມົນ​ຕີ ກໍ່​ສະ​ແດ​ງຄວາມ​ຂອບໃຈ​ທີ່​ທ່ານ​ເຈົ້າແຂວງໆຈໍາປາສັກ ໄດ້ມີ​ຄໍາ​ເຫັນ​ຢ່າງ​ກົງໄປກົງມາ ພ້ອມ​ທັງອວຍພອນ​ໄຊ ​ໃຫ້​ທ່ານ​ເຈົ້າແຂວງໆຈໍາປາສັກ ​ແລະ ຄະນະ ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງຕົນ ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ ສືບ​ຕໍ່​ໃຫ້ການຮ່ວມມືກັບກະຊວງ ອຄ ເພື່ອຈະໄດ້ເຊັນບົດບັນທຶກ​ການຮ່ວມມືກັນອີກໃນຕໍ່ໜ້າ.

IMG_0241

ພາບ-ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ