ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສຶກສາຄວາມເປັນໄປໄດ້ໃນການພັດທະນານິຄົມອຸດສາຫະກໍາທັນສະໄໝຕາມແລວເສັ້ນທາງລົດໄຟ ລາວ-ຈີນ
By Miss Phetpakai SISOMBOUN On 3 Nov, 2022 At 04:30 PM | Categorized As ຂ່າວສຳຄັນ | With 0 Comments

IMG_0127.78

          ຕອນບ່າຍຂອງວັນສຸກ ວັນທີ 28 ຕຸລາ 2022 ທີ່ຫ້ອງປະຊຸມທາງໄກ ຊັ້ນ 3, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພີທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສຶກສາຄວາມເປັນໄປໄດ້ໃນການພັດທະນານິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວເສດຖະກິດອື່ນ ລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ ສະຫວັນພັດທະນາ ພະລັງງານ ຈໍາກັດ (SPDC) ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການກະຊວງ, ບັນດາທ່ານຫົວໜ້າກົມ ພ້ອມດ້ວຍກົມກ່ຽວຂ້ອງພາຍໃນກະຊວງ ແລະ ທ່ານອໍານວນການ, ຜູ້ຈັດການ ແລະ ພະນັກງານຈາກບໍລິສັດ ສະຫວັນພັດທະນາພະລັງງານ ຈໍາກັດ (SPDC) ທັງສອງກ່ຽວຂ້ອຍເຂົ້າຮ່ວມ.

ທ່ານ ສຸລະສັກ ໃຈເຢັນ ຜູ້ຈັດການ, ບໍລິສັດ SPDC ໄດ້ລາຍງານຄວາມເປັນມາກ່ຽວກັບໂຄງການວ່າ: ກຸ່ມບໍລິສັດ ສະຫວັນພັດທະນາພະລັງງານ ຈໍາກັດ ໄດ້ມີການຮ່ວມມື ສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນານິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວເສດຖະກິດອື່ນ ແລະ ມີການຮ່ວມມືການລົງທຶນໃນການສ້າງພະລັງງານທົດແທນ ເຊັ່ນ: ໂຄງການພະລັງງານແສງຕາເວັນ ທີ່ແຂວງປາສັກ ແລະ ໂຄງການປະສົບປະສານລະຫວ່າງເຂື່ອນໄຟຟ້າ ແລະ ພະລັງງານແສງຕາເວັນ ທີ່ແຂວງສະຫວັນນະເຂດ. ນອກນີ້ຍັງມີໂຄງການນິຄົມອຸດສາຫະກໍາ ແລະ ກະສິກໍາ ທັນສະໄໝ ທີ່ແຂວງສະຫວັນນະເຂດ.

ໃນພິທີດັ່ງກ່າວ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລະສັກ ໃຈເຢັນ ຜູ້ຈັດການບໍລິສັດ ສະຫວັນພັດທະນາ ພະລັງງານ ຈໍາກັດ (SPDC), ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວ.

IMG_0107.78

ໃນຕອນທ້າຍພິທິ ທ່ານລັດຖະມີຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ທິດຊີ້ນໍາວ່າ: ລັດຖະບານໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ ໄດ້ສຸມໃສ່ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ປັດຈຸບັນ ໄດ້ມີລົດໄຟລາວ-ຈີນ  ແລະ ພື້ນຖານໂຄງລ່າງເຊື່ອມຕໍ່ເສັ້ນທາງລົດໄຟລາວ-ຈີນ ແລະ ແລວເສດຖະ ກິດອື່ນໆ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ ຊຶ່ງເປັນທ່າແຮງທີ່ສໍາຄັນໜຶ່ງໃນການດຶງດູດການລົງທຶນ ແລະ ດຳເນີນທຸລະກິດ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຄັ້ງນີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນານິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວເສດຖະກິດອື່ນ, ຖືເປັນບາດກ້າວລິເລີ່ມອັນສໍາຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄື ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບໍລິສັດ ສະຫວັນພັດທະນາ ພະລັງງານ ຈໍາກັດ (SPDC) ເພື່ອພັດທະນານິຄົມອຸດສາຫະກໍາທັນສະໄໝ ຊຶ່ງຈະເປັນກິດຈະການລົງທຶນຂະໜາດໃຫຍ່, ສ້າງວຽກເຮັດງງານທໍາ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງລັດຖະບານທີ່ໄດ້ກຳນົດໄວ້.

ພາບ ແລະ ຂ່າວ: ໄພວັນ ໂຄດວັນທາ

ເຜີຍແຜ່:  ນ. ເພັດປະກາຍ ສີສົມບູນ